ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII
ນັກກິລາດອກປີກໄກ່ ແຂວງຫຼວງພະບາງ ມີຄວາມພ້ອມ ເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ຈະມາເຖິງນີ້,ນັກກິລາດອກປີກໄກ່ແຂວງຫຼວງພະບາງ ໄດ້ສຸມໃສ່ການຝຶກຊ້ອມດ້ານເຕັກນິກ ແລະກໍາລັງ, ແນໃສ່ເຮັດໃຫ້ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍທີ່ຕັ້ງໄວ້.
ນກກລາດອກປກໄກຫວງພະບາງ ມຄວາມພອມຕງເປາຍາດໃຫໄດ3 ຫຽນຄຳໃນງານມະຫະກຳກລາແຫງຊາດ ຄງທ XII - image 1
 

ທ່ານ ແສງປະເສີດ ສີລາເພັດ ຮອງປະທານສະຫະພັນກິລາດອກປີກໄກ່ແຂວງຫຼວງພະບາງ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນສະພາບຂອງນັກກິລາດອກປີກໄກ່ແຂວງຫຼວງພະບາງ ແມ່ນມີຄວາມພ້ອມແລ້ວ 95%, ຊຶ່ງນັກກິລາທີ່ຜ່ານການຄັດເລືອກມີທັງໝົດ 15 ຄົນ, ຍິງ 7 ຄົນ, ຈະເຂົ້າຮ່ວມແຂ່ງຂັນ 7 ລາຍການຄື: ທີມ ຍິງ-ຊາຍ, ດ່ຽວ ຍິງ-ຊາຍ, ຄູ່ ຍິງ-ຊາຍ ແລະຄູ່ປະສົມ, ຈາກບົດຮຽນ ແລະປະສົບການເຂົ້າຮ່ວມແຂ່ງຂັນ ຢູ່ແຂວງຊຽງຂວາງໃນຄັ້ງຜ່ານມາ ນັກກິລາແຂວງຫຼວງພະບາງ ແມ່ນໄປເຖິງພຽງຮອບ 8 ທີມ, ສຳລັບຄັ້ງນີ້ ເຫັນວ່າ ນັກກິລາມີຄວາມພ້ອມຫຼາຍກວ່າຄັ້ງຜ່ານມາ ຈຶ່ງຕັ້ງເປົ້າຈະຍາດໃຫ້ໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງແດງ ລວມ 7 ຫຼຽນ.

ນກກລາດອກປກໄກຫວງພະບາງ ມຄວາມພອມຕງເປາຍາດໃຫໄດ3 ຫຽນຄຳໃນງານມະຫະກຳກລາແຫງຊາດ ຄງທ XII - image 2
 

ທ່ານ ແສງປະເສີດ ສີລາເພັດ ໃຫ້ຮູ້ຕື່ມວ່າ: ສຳລັບງົບປະມານທີ່ນຳໃຊ້ເຂົ້າໃນການຝຶກຊ້ອມ ແລະເຂົ້າຮ່ວມແຂ່ງຂັນ ຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກພາກລັດ ແລະບັນດາພາກສ່ວນທຸລະກິດຈຳນວນໜຶ່ງ, ໂອກາດນີ້ ທ່ານໄດ້ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນຈາກທຸກພາກສ່ວນ, ພ້ອມທັງເຊີນຊວນໃຫ້ປະຊາຊົນຊາວແຂວງຫຼວງພະບາງ ພ້ອມກັນຮ່ວມສົ່ງກຳລັງໃຈ ໃຫ້ນັກກິລາແຂວງຫຼວງພະບາງ ໂດຍສະເພາະນັກກິລາດອກປີກໄກ່ ເພື່ອໃຫ້ຍາດໄດ້ຫຼຽນລາງວັນ ຈາກໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025 ມາສູ່ແຂວງຫຼວງພະບາງ.

(ຂ່າວ: ອາພຸພເດດ ບຸບຜາ-ພາບ: ດາວອນ ມະນີວັນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ວັນທີ 5 ພະຈິກນີ້, ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ, ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະມາຄົມກິລາ - ກາຍຍະກໍາ ແຂວງຫຼວງພະບາງ ໄດ້ໂອ້ລົມທັບນັກກິລາຈາກດິນແດນ ເມືອງມໍຣະດົກໂລກ ທີ່ຈະເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025.
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນປາງໃຫຍ່ທີ່ສຳຄັນ ຊຶ່ງເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ, ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນສິນກິນທານ, ນອກຈາກມີກິດຈະກໍາທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ໄດ້ສຶບທອດກັນມາເປັນເວລາຫຼາຍຮ້ອຍປີ ຊຶ່ງແມ່ນມໍລະດົກທາງວັດທະນະທໍາ ອັນລໍ້າຄ່າຂອງຊາດລາວນັັ້ນກໍຄື: ການຕີຄີ ຊຶ່ງແມ່ນສັນຍາລັກຄວາມສາມັກຄີ ຖືວ່າເປັນກິດຈະກໍາທີ່ສະແດງເຖິງຄວາມປອງດອງ, ຄວາມຜູກພັນ ແລະ ຄວາມເປັນເອກະພາບຂອງຄົນໃນຊາດ ແລະ ຍັງເປັນການທວາຍຊາຕາຕາມຄວາມເຊື່ອ, ຜົນການແຂ່ງຂັນແມ່ນໃຊ້ເພື່ອພະຍາກອນຄວາມອຸດົມສົມບູນ ແລະ ຄວາມເປັນໄປຂອງບ້ານເມືອງໃນປີຕໍ່ໄປອີກດ້ວຍ.
ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າກໍາມະການໂຄສະນາ-ຂ່າວສານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 5 ພະຈິກນີ້ ທີ່ ຄອສພ ວ່າ: ຂະແໜງສື່ມວນຊົນ ໄດ້ເຮັດໜ້າທີ່ເປັນກະບອກສຽງໂຄສະນາໃນການກະກຽມໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຊຶ່ງສຸມໃສ່ປະສານງານ ແລະ ພົວພັນກັບບັນດາສະຫະພັນກິລາປະເພດຕ່າງໆ ທັງຂັ້ນສູນກາງ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອຕິດຕໍ່ສໍາພາດຜ່ານທາງໂທລະສັບ ແລະ ລົງໄປສໍາພາດຢູ່ສະຖານທີ່ຕົວຈິງ ກ່ຽວກັບການກະກຽມຄວາມພ້ອມທຸກດ້ານ ລວມທັງການສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນ (ນວ) ຈະເປັນເຈົ້າພາບ ຫຼື ນວ ເກມ 2025 ລະຫວ່າງວັນທີ 15-25 ພະຈິກ 2025. ຄຽງຄູ່ກັນນັ້ນ, ໄດ້ໂຄສະນາການພັດທະນາພື້ນຖານໂຄງລາງຂອງຕົວເມືອງ ນວ ເປັນຕົ້ນຖະໜົນ, ປັບປຸງສະໜາມກິລາແຫ່ງຊາດ ແລະ ບາງສະໜາມກິລາທີ່ຈະໃຊ້ແຂ່ງຂັນ ເພື່ອຜະລິດເປັນຂ່າວອອກຜ່ານຊ່ອງທາງຕ່າງໆຄື: ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ສື່ອອນລາຍ.
ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ຫ້ອງການສຶກສາທິການ ແລະ ກິລາເມືອງພຽງ ແຂວງໄຊຍະບູລີ ໄດ້ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2024-2025 ໃນວັນທີ 4 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມເມືອງ,ພາຍໃຕ້ການເປັນປະທານຂອງທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງ ການສຶກສາທິການ ແລະ ກິລາເມືອງ.
ນວ ມີຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຈະຈັດຂຶ້ນ 9-11 ພະຈິກນີ້

ນວ ມີຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຈະຈັດຂຶ້ນ 9-11 ພະຈິກນີ້

ຊາວໜຸ່ມ-ເຍົາວະຊົນ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບດ້ານຈັດຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ໂອກາດງານແຂ່ງຂັນກິລາມະຫະກຳແຫ່ງຊາດຄັ້ງທີ XII ຊຶ່ງກິດຈະກໍາດັ່ງກ່າວ ຈະໄດ້ຈັດຂຶ້ນວັນທີ 9-11 ພະຈິກ 2025 ທີ່ສະໜາມກິລາຫຼັກ 16.
ສາລະວັນ ຈັດພິທີປ້ອງກັນບົດທິດສະດີການເມືອງ ຂັ້ນກາງ

ສາລະວັນ ຈັດພິທີປ້ອງກັນບົດທິດສະດີການເມືອງ ຂັ້ນກາງ

ວັນທີ 4 ພະຈິກຜ່ານມານີ້, ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງສາລະວັນ ໄດ້ຈັດພິທີປ້ອງກັນບົດຂັ້ນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແຂວງສາລະວັນ ປະຈໍາປີ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ. ພິທີປ້ອງກັນບົດຄັ້ງນີ້, ໄດ້ແບ່ງອອກເປັນ 3 ຫ້ອງ ປະກອບມີ: ຫ້ອງສາຍການເມືອງ, ຫ້ອງສາຍປົກຄອງ ແລະ ຫ້ອງສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດ, ຊຶ່ງເປັນປະທານສາຍການເມືອງໂດຍ ທ່ານ ຈັນທະວອນ ສີຫາຈັກ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກ ຄອງແຂວງ; ສາຍປົກຄອງໂດຍ ທ່ານ ນາງ ຄໍາພໍ ສີລິພະຈັນ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ; ສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດໂດຍ ທ່ານ ກົງຕາ ສີປະເສີດ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ.
ພິທີແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ ມາຮອດເມືອງປາກງື່ມ

ພິທີແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ ມາຮອດເມືອງປາກງື່ມ

ຂະບວນແຫ່ ແລະ ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 3 ພະຈິກ 2025 ຢູ່ເມືອງປາກງື່ມ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄະນະກໍາມະການລະດັບຊາດ ຮອງປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII; ທ່ານ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະພັກແຂວງບໍ່ແກ້ວ, ທ່ານ ບຸນຫຼາຍ ບຸດທີ ເລຂາຄະນະພັກແຂວງເຊກອງ ພ້ອມດ້ວຍອົງການປົກຄອງເມືອງ, ພະນັກງານ, ທະຫານ ຕໍາຫຼວດ, ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.

ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.

ພິທີຕັ້ງເສົາເອກ ຂອງໂຄງການກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ ໄດ້ຈັດຂຶ້ນໃນວັນທີ 3 ພະຈິກນີ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດນິກສັນພັດທະນາບໍ່ແຮ່ຈຳກັດ,ມີທ່ານຫົວໜ້າພະແນກການກ່ຽວຂ້ອງຂັ້ນແຂວງ, ຫົວໜ້າຫ້ອງການຂັ້ນເມືອງ, ອໍານວຍການໂຮງຮຽນ ພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ.
ຂະບວນແຫ່-ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ຂະບວນແຫ່-ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ຂະບວນແຫ່ - ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 28 ຕຸລາ ນີ້ ຢູ່ໜ້າໂຮງໝໍມະໂຫສົດ (4 ແຍກໄຟອໍານາດ) ໂດຍມີທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ຄະນະຮັບຜິດຊອບລະດັບຊາດ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII, ທ່ານ ພຸດພັນ ແກ້ວວົງໄຊ ເລຂາຄະນະພັກແຂວງຫົວພັນ, ທ່ານ ແຫວນເພັດ ລັດດາວົງ ກໍາມະການປະຈໍາພັກແຂວງສາລະວັນ ພ້ອມດ້ວຍຄະນະຮັບຊອບລະດັບຊາດ ອົງການປົກຄອງເມືອງ ພະນັກງານ ທະຫານ ຕໍາຫຼວດ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ສມປຊ ຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ

ສມປຊ ຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ

ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ຂຶ້ນໃນວັນທີ 27 ຕຸລານີ້, ທີ່ແຂວງຈຳປາສັກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີຕາງໜ້າຄະນະກົມ, ຫ້ອງ ການ, ຄະນະ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ຕາງໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນເຂົ້າຮ່ວມ.
ເພີ່ມເຕີມ