ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%
ການເກັບກ່ຽວມຽ້ນມັດເຂົ້ານາປີຂອງຊາວກະສິກອນ ເມືອງຄົງເຊໂດນ ແຂວງສາລະວັນ ມາຮອດປັດຈຸບັນສຳເລັດແລ້ວ 85%, ທ່ານ ບົວສອນ ຈັນດາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຄົງເຊໂດນ ໄດ້ລາຍງານໃຫ້ຮູ້ວ່າ: ໃນທົ່ວເມືອງ ມີເນື້ອທີ່ທັງໝົດ 16,854 ເຮັກຕາ, ເນື້ອທີ່ສາມາດເກັບກ່ຽວໄດ້ຕົວຈິງ 12,456 ເຮັກຕາ, ຜົນຜະລິດສະເລ່ຍໄດ້ 3,7 ໂຕນຕໍ່ເຮັກຕາ, ທຽບໃສ່ປີຜ່ານມາ ແມ່ນຫຼຸດຄາດໝາຍ ເນື່ອງຈາກມີຫຼາຍສາເຫດ ເປັນຕົ້ນ: ເກີດໄພພິບັດນໍ້າຖ້ວມ ໃນໄລຍະເຂົ້າທີ່ກຳລັງເຕີບ, ໄລຍະເກັບກ່ຽວ. ນອກຈາກນັ້ນ, ຍັງມີສັດຕູພືດແມງໄມ້ທໍາລາຍ.
ຊາວກະສກອນທວເມອງຄງເຊໂດນ ເກບກຽວເຂານາປສຳເລດ 85% - image 1
 

 

ທ່ານ ບົວສອນ ຈັນດາວົງ ຍັງໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບການເກັບເຂົ້ານາປີ, ຊາວກະສິກອນບາງບ່ອນທີ່ມີເງື່ອນໄຂ ຍັງກະກຽມໃສ່ການຜະລິດລະດູແລ້ງ ໃນເຂດຊົນປະທານທົ່ວເມືອງ ມີ 37 ໂຄງການ, ເນື້ອທີ່ຕາມແຜນການປູກເຂົ້າແມ່ນ 5,207 ເຮັກຕາ, ປູກພືດນອກເຂດຊົນລະປະທານ 1,717 ເຮັກຕາ, ມີ 9,494 ຄອບຄົວ, ປູກພືດໃນເຂດຊົນລະປະທານ 230 ເຮັກຕາ, ມີ 831 ເຮັກຕາ ສ່ວນຫຼາຍ ແມ່ນປະເພດໝາກຖົ່ວ, ໝາກແຕງ, ໝາກກະໂພດ, ໝາກເຜັດ, ຜັກກາດ ແລະ ພືດອື່ນໆໂດຍສະເພາະປູກຕາມແມ່ນ້ຳເຊໂດນ.

ຊາວກະສກອນທວເມອງຄງເຊໂດນ ເກບກຽວເຂານາປສຳເລດ 85% - image 2
 

(ຂ່າວ: ຄຳສອນ ແກ້ວບຸນທະວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄະນະບໍລິຫານງານພັກເມືອງບໍ່ແຕນ ເຄື່ອນໄຫວຊຸກຍູ້ທະຫານຊາຍແດນ 159

ຄະນະບໍລິຫານງານພັກເມືອງບໍ່ແຕນ ເຄື່ອນໄຫວຊຸກຍູ້ທະຫານຊາຍແດນ 159

ໃນວັນທີ 26 ພຶດສະພາຜ່ານມາ, ທ່ານ ບຸນພະລັງ ວິໄລສັກ ກຳມະການພັກແຂວງ ເລຂາພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງບໍ່ແຕນ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການປະຕິບັດໜ້າທີ່ວຽກງານຂອງນາຍ ແລະ ພົນທະຫານ ກອງຮ້ອຍທະຫານຊາຍແດນ 159 ທີ່ປະຈຳການ ແນວໜ້າຢູ່ປ້ອມປາກຮອຍ ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ຮທ ສົມນຶກ ເພັງພັກດີ ຫົວໜ້າໝວດປ້ອມປາກຮອຍ ກອງຮ້ອຍທະຫານຊາຍແດນ 159 ພ້ອມດ້ວຍຄະນະເຂົ້າຮ່ວມ.
ພາກລັດ-ເອກະຊົນຮ່ວມມື ເພີ່ມປະສິດທິພາບການກວດສຸຂະພາບແຮງງານ

ພາກລັດ-ເອກະຊົນຮ່ວມມື ເພີ່ມປະສິດທິພາບການກວດສຸຂະພາບແຮງງານ

ພິທີເຊັນສັນຍາວ່າດ້ວຍການຮ່ວມມືດ້ານວິຊາການ ເພື່ອເພີ່ມປະສິດທິພາບການກວດສຸຂະພາບແຮງງານ ພາຍໃນ ແລະ ຕ່າງປະເທດ ລະຫວ່າງ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ໂຮງໝໍສາກົນຄຳມ່ວນ ໃນວັນທີ 28 ພຶດສະພານີ້, ທີ່ຮ້ານອາຫານເວສຕ້າ ເມືອງທ່າແຂກ ແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມຂອງທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຳເລັດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ສະຫະພັນນັກຮົບເກົ່າ 3 ແຂວງພາກກາງ

ສຳເລັດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ສະຫະພັນນັກຮົບເກົ່າ 3 ແຂວງພາກກາງ

ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາພັກ-ລັດໃຫ້ພະນັກງານທີ່ເຮັດວຽກກວດກາ ຂອງສະຫະພັນນັກຮົບເກົ່າ 3 ແຂວງພາກກາງ ປະກອບມີ: ແຂວງວຽງຈັນ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ ໃນວັນທີ 28 ພຶດສະພານີ້, ທີ່ຫ້ອງວ່າການແຂວງວຽງຈັນ, ໃຫ້ກຽດເປັນປະທານກ່າວປິດຂອງທ່ານ ພົນໂທ ວົງຄຳ ພົມມະກອນ ຮອງເລຂາຄະນະພັກ, ຮອງປະທານ ສນຫລ ທັງເປັນປະທານກວດກາ ສນຫລ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງບັນຊາການທະຫານແຂວງໄຊສົມບູນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງໄຊສົມບູນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນວິລະກຳຜູ້ນໍາແຫກຄຸກໂພນເຄັງຢ່າງມະຫັດສະຈັນ ຄົບຮອບ 66 ປີ ແລະ ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ຄົບຮອບ 67 ປີ ຂຶ້ນໃນວັນທີ 27 ພຶດສະພາຜ່ານມາ. ໂດຍການເປັນປະທານຂອງສະຫາຍ ພົຈວ ໝອນຄໍາ ດວງສະຫວັນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາທີ່ກ່ຽວຂ້ອງເຂົ້າຮ່ວມ.
9 ແຜນງານ 42 ໂຄງການ ພັດທະນາວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່

9 ແຜນງານ 42 ໂຄງການ ພັດທະນາວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່

ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າ ຄອສພ ໄດ້ຂຶ້ນລາຍງານແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ໃນວັນທີ 28 ພຶດສະພານີ້ ທີ່ ຄອສພ.
ຄອສພ ສຸມໃສ່ປັບປຸງ-ກໍ່ສ້າງພັກ ຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມແຂງຂອງພັກໃນໄລຍະໃໝ່

ຄອສພ ສຸມໃສ່ປັບປຸງ-ກໍ່ສ້າງພັກ ຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມແຂງຂອງພັກໃນໄລຍະໃໝ່

ໃນໄລຍະ 5 ປີຜ່ານມາ ອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ສຸມໃສ່ປັບປຸງ-ກໍ່ສ້າງພັກ ເພື່ອຍົກສູງບົດບາດ ແລະ ຄວາມສາມາດໃນການນໍາພາທີ່ເຂັ້ມແຂງຂອງພັກໃນໄລຍະໃໝ່. ສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າ ຄອສພ ໄດ້ຂຶ້ນລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ໃນວັນທີ 28 ພຶດສະພານີ້ ທີ່ ຄອສພ.
ວາງກະຕ່າດອກໄມ້ ໃນໂອກາດຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ຄອສພ

ວາງກະຕ່າດອກໄມ້ ໃນໂອກາດຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ຄອສພ

ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ທີ່ເປັນຜູ້ ແທນສົມບູນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ນຳໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະ ການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນວັນທີ 27 ພຶດສະ ພານີ້, ເນື່ອງໃນໂອກາດຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະ ໂຄສະນາອົບຮົມສູນກາງພັກ.
ຄວາມຄືບໜ້າ ການຊ່ວຍເຫຼືອຜູ້ຕິດຖໍ້າ 7 ຄົນຢູ່ໄຊສົມບູນ

ຄວາມຄືບໜ້າ ການຊ່ວຍເຫຼືອຜູ້ຕິດຖໍ້າ 7 ຄົນຢູ່ໄຊສົມບູນ

ຕາມການສອບຖາມຂໍ້ມູນຈາກອຳນາດການປົກຄອງເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນເວລາ 8:33 ໂມງຂອງວັນທີ 27 ພຶດສະພານີ້ໃຫ້ຮູ້ວ່າ: ພາລະກິດຊ່ວຍເຫຼືອປະຊາຊົນ 7 ຄົນທີ່ຕິດຢູ່ໃນຖໍ້າ ຢູ່ບ້ານພັນໄຊ ເມືອງລ້ອງແຈ້ງ ຍັງສືບຕໍ່ດຳເນີນການຢ່າງເຄັ່ງຮ້ອນ ໃນຕອນແລງຂອງວັນທີ 26 ພຶດສະພາຜ່ານມາ, ຄະນະຮັບຜິດຊອບຂັ້ນແຂວງ, ເມືອງ ແລະ ທີມກູ້ໄພ ໄດ້ວາງແຜນການຊ່ວຍເຫຼືອຄືນໃໝ່ ພາຍຫຼັງບໍລິສັດລາວໂທລະຄົມໄດ້ຕິດຕັ້ງສັນ ຍານໂທລະສັບສຳເລັດ.
ຍົກລະດັບພະແນກຊາຍແດນ ຂຶ້ນເປັນຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງຄຳມ່ວນ

ຍົກລະດັບພະແນກຊາຍແດນ ຂຶ້ນເປັນຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງຄຳມ່ວນ

ກອງບັນຊາການທະຫານແຂວງຄຳມ່ວນ ຈັດພິທີປະກາດຍົກລະດັບ “ພະແນກຊາຍແດນ” ຂຶ້ນເປັນ “ຫ້ອງທະຫານຊາຍແດນ” ຂຶ້ນກັບກອງບັນຊາການທະຫານແຂວງໃນວັນທີ 26 ພຶດສະພາຜ່ານມາ, ທີ່ສະໂມສອນກອງບັນຊາການທະຫານແຂວງ ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຜີຍແຜ່ ຜົນສໍາເລັດກອງປະຊຸມ ຄັ້ງປະຖົມມະລືກ ຂອງ ສ​ພ​ຊ ຊຸດທີ X ແລະ ສພ​ຂ ຊຸດທີ V ຢູ່ບ້ານນາເຕີຍ

ເຜີຍແຜ່ ຜົນສໍາເລັດກອງປະຊຸມ ຄັ້ງປະຖົມມະລືກ ຂອງ ສ​ພ​ຊ ຊຸດທີ X ແລະ ສພ​ຂ ຊຸດທີ V ຢູ່ບ້ານນາເຕີຍ

ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງຫຼວງນໍ້າທາ ນໍາໂດຍທ່ານ ບຸນຄົງ ພິມມະສອນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ ພ້ອມດ້ວຍຄະ​ນະ ໄດ້ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ (ສ​ພ​ຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສ​ພ​ຂ) ຊຸດທີ V ຢູ່ບ້ານນາເຕີຍ, ເມື່ອ​ວັນ​ທີ 26 ພຶດ​ສະ​ພາ​ຜ່ານ​ມາ. ໂດຍມີອົງການຈັດຕັ້ງບ້ານນາເຕີຍ ແລະ ບ້ານຕິນຕົກ ພ້ອມດ້ວຍ ປະຊາຊົນ ທັງສອງບ້ານ ເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ