ລັດຖະມົນຕີກະຊວງ ຍທຂ ຕິດຕາມການກໍ່ສ້າງເສັ້ນທາງເລກທີ 12 ທ່າແຂກ-ຊາຍແດນນາເພົ້າ

ລັດຖະມົນຕີກະຊວງ ຍທຂ ຕິດຕາມການກໍ່ສ້າງເສັ້ນທາງເລກທີ 12 ທ່າແຂກ-ຊາຍແດນນາເພົ້າ

ລັດຖະມົນຕີກະຊວງ ຍທຂ ຕິດຕາມການກໍ່ສ້າງເສັ້ນທາງເລກທີ 12 ທ່າແຂກ-ຊາຍແດນນາເພົ້າ
ໃນວັນທີ 4 ພະຈິກ 2025, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ໂຄງການປັບປຸງທາງຫຼວງແຫ່ງຊາດ ເລກ 12 (ສັນຍາ 1 ແລະ ສັນຍາ 2) ແຕ່ທ່າແຂກ ຫາດ່ານສາກົນນາເພົ້າ ແຂວງຄໍາມ່ວນ ມີຄວາມຍາວ 147.5 ກິໂລແມັດ ທີ່ນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫລືອລ້າ ຈາກອົງການເນດ້າ (NEDA) ຣາຊະອານາຈັກໄທ ໃນວົງເງິນທັງໝົດ 1,833 ລ້ານກວ່າບາດ (ສະກຸນເງິນໄທ) ໃນນີ້, ເງິນກູ້ຢືມ 1,742 ລ້ານກວ່າບາດ ເທົ່າກັບ 95.03% ແລະ ເງິນຊ່ວຍເຫຼືອລ້າ 91 ລ້ານກວ່າບາດ ເທົ່າກັບ 4.97%.
ລດຖະມນຕກະຊວງ ຍທຂ ຕດຕາມການກສາງເສນທາງເລກທ 12 ທາແຂກ-ຊາຍແດນນາເພາ - image 1
 

 

ສຳລັບການຈັດຕັ້ງປະຕິບັດວຽກ ເປັນຕົ້ນ ເຈົ້າຂອງໂຄງການແມ່ນ ກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ທີ່ປຶກສາໂຄງການ ແມ່ນບໍລິສັດ Asian Engineering Consultants (ໄທ) ຮ່ວມກັບ ບໍລິສັດ Lao Consulting Group (ລາວ), ຜູ້ຮັບເໝົາກໍ່ສ້າງ: ສັນຍາ 1 ແມ່ນປັບປຸງທາງເລກ 12 ແຕ່ ເມືອງທ່າແຂກ ຫາ ເມືອງຍົມມະລາດ ແລະ ທາງເວັ້ນຕົວເມືອງທ່າແຂກ 4 ກິໂລແມັດ ລວມຄວາມຍາວທັງໝົດ 61.5 ກິໂລແມັດ. ສຳລັບຄວາມຄືບໜ້າການຈັດຕັ້ງປະຕິບັດວຽກ ພາຍຫຼັງໄດ້ເຊັນສັນຍາຮັບເໝົາກໍ່ສ້າງ ກັບບໍລິສັດຮັບເໝົາ 2 ສັນຍາ ໃນວັນທີ 22 ພຶດສະພາ 2025 ຜ່ານມາ, ໜ້າວຽກທີ່ຈັດຕັ້ງປະຕິບັດໄດ້ ແມ່ນກະກຽມດໍາເນີນວຽກຍົກຍ້າຍ ແລະ ຊົດເຊີຍ ສິ່ງກີດຂວາງຕ່າງໆອອກຈາກແລວການກໍ່ສ້າງ, ກໍ່ສ້າງ ສໍານັກງານຫ້ອງການ, ຫ້ອງທົດລອງ ແລະ ທີ່ພັກເຊົາ ຂອງຄະນະຮັບຜິດຊອງໂຄງການ ແລະ ທີ່ປຶກສາ. ສ່ວນສັນຍາ 1 ແລະ ສັນຍາ 2 ໄດ້ດໍາເນີນວຽກສ້ອມແປງໜ້າທາງເກົ່າ ເພື່ອແກ້ໄຂການສັນຈອນ, ຊຶ່ງຜູ້ຮັບເໝົາ ໄດ້ຜະລິດຫີນ ເພື່ອກໍ່ສ້າງຊັ້ນເສື່ອທາງ, ຫີນສ່ວນປະສົມເບຕົງ ພ້ອມທັງໄດ້ເລີ່ມດຳເນີິນວຽກ ບຸກເບີກ ແລະ ອະນາໄມ ຕາມຂອບເຂດການກໍ່ສ້າງທາງ. ສະຫຼຸບຄວາມຄືບໜ້າການຈັດຕັ້ງປະຕິບັດວຽກ ຂອງໂຄງການ ສະເລ່ຍໄດ້ທັງໝົດ 0.53%, ຕາມແຜນ ການແມ່ນ 1.15%, ຫຼຸດແຜນການທີ່ກໍານົດໄວ້ 0.62%.

ໂອກາດດັ່ງກ່າວ, ທ່ານ ວັນໄຊ ພອງສະຫວັນ ໄດ້ກ່າວວ່າ: ຖ້າຫາກໂຄງການສໍາເລັດຕາມແຜນການ ຈະເປັນເງື່ອນໄຂທີ່ສໍາຄັນ ເຮັດໃຫ້ການຂົນສົ່ງຂອງແຂວງ ກໍຄືພາກພື້ນມີຄວາມສະດວກໂລ່ງລ່ຽນ, ເປັນແຮງກະຕຸ້ນເຮັດໃຫ້ເສດຖະກິດຂອງບັນດາເມືອງ ຕາມແລວທາງມີການຂະຫຍາຍຕົວເພີ່ມຂຶ້ນ, ດຶງດູດນັກທ່ອງທ່ຽວ. ພ້ອມນີ້, ຍັງໄດ້ສະເໜີເພີ່ມຕື່ມ ໂດຍທີ່ເຫັນວ່າ ແຂວງ ແລະ ກະຊວງ ຍທຂ ຕ້ອງໄດ້ເອົາໃຈໃສ່ຮ່ວມກັນ ເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວ ສໍາເລັດຕາມແຜນການທີ່ວາງໄວ້ ແລະ ເກີດຜົນປະໂຫຍດສູງສຸດ.

ລດຖະມນຕກະຊວງ ຍທຂ ຕດຕາມການກສາງເສນທາງເລກທ 12 ທາແຂກ-ຊາຍແດນນາເພາ - image 2
 

ທ່ານ ລັດຖະມົນຕີກະຊວງ ຍທຂ ໄດ້ມີຄໍາເຫັນຊີ້ນໍາ ໃຫ້ເຈົ້າຂອງໂຄງການເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສໍາເລັດຕາມແຜນການ. ພ້ອມດຽວກັນນັ້ນ, ກໍໃຫ້ກວດກາຄືນບາງໜ້າວຽກ ບາງໄລຍະ ທີ່ເປັນເຂດຊຸມຊົນ ໃຫ້ເອົາໃຈໃສ່ຮັບປະກັນການກໍ່ສ້າງ ໃຫ້ມີຄວາມປອດໄພ, ເອົາໃຈໃສ່ ບັນຫາສະພາບແວດລ້ອມ ບໍ່ໃຫ້ມີຜົນກະທົບຕໍ່ການຮຽນ-ການສອນ ໃນເຂດແລວທາງ ພ້ອມທັງເນັ້ນໃຫ້ຄະນະກົມທີ່ຕິດຕາມ ເອົາໃຈໃສ່ສົມທົບກັບເຈົ້າຂອງໂຄງການ ຕິດຕາມກວດກາ ເພີ່ມຕື່ມ ລາຍລະອຽດຂອງໂຄງການ, ວັດສະດຸທີ່ນໍາມາກໍ່ສ້າງຕ້ອງໃຫ້ມີມາດຕະຖານ ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດໍາເນີນໄປຕາມແຜນການ.

ຂ່າວ: ແຂວງຄຳມ່ວນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ