![]() |
ໄດ້ຈັດຊຸດຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວິທະຍຸ-ໂທລະໂຄ່ງ, ເຕັກນິກພື້ນຖານການຂຽນຂ່າວ, ການສຳພາດ, ການເປັນໂຄສົກ, ການຜະລິດລາຍການວິທະຍຸ, ຕັດຕໍ່ລາຍການ ແລະ ສຽງສຳພາດໃນວັນທີ 3 ພະຈິກ 2025 ທີ່ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ໂດຍມີທ່ານ ຄຳຫຼ້າ ຈັນທະວອນ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງຊຽງຂວາງ, ທ່ານ ວັນໄຊ ຕະວິນຍານ ທີ່ປຶກສາ ແລະ ຊີ້ນໍາການຝຶກອົມສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ, ທ່ານ ສຸວັນ ຄູນດາລາ ຮອງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ພ້ອມດ້ວຍວີທະຍາກອນ ຈາກ ວສລ ແລະ ສຳມະນາກອນຈາກ 11 ເມືອງຈາກແຂວງຫົວພັນ, ຊຽງຂວາງ ແລະ ຫຼວງພະບາງ ເຂົ້າຮ່ວມ 33 ຄົນ.
![]() |
ຈຸດປະສົງການຈັດຝຶກອົບຮົມຄັ້ງນີ້, ເພື່ອສ້າງທັກສະ, ຄວາມເຂັ້ມແຂງ ແລະ ຄວາມສາມາດໃຫ້ສຳມະກອນທີ່ເຂົ້າຮ່ວມ ໄດ້ຮູ້ວິທີໂຄສະນາ ປະຊາສຳພັນວຽກງານປົກປັກຮັກສາປ່າໄມ້ໃນຂອບເຂດອຸທິຍານ ປ່າສະຫງວນ ແລະ ປູກຈິດສຳນຶກໃຫ້ປະຊາຊົນໄດ້ຮັບຮູ້ ພ້ອມທັງເປັນເຈົ້າການປົກປັກຮັກສາປ່າໄມ້ຂອງຊຸມຊົນບ້ານ.
ຂ່າວ-ພາບ : ວສລ


ຄໍາເຫັນ