ເປີດໂຄງການ ສ້າງຄວາມເຂັ້ມແຂງທາງດ້ານສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກຂອງຊຸມຊົນ

ເປີດໂຄງການ ສ້າງຄວາມເຂັ້ມແຂງທາງດ້ານສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກຂອງຊຸມຊົນ

ເປີດໂຄງການ ສ້າງຄວາມເຂັ້ມແຂງທາງດ້ານສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກຂອງຊຸມຊົນ
ກະຊວງສາທາລະນະສຸກ (ສທ) ໄດ້ຈັດພິທີເປີດໂຄງການ ສ້າງຄວາມເຂັ້ມແຂງທາງດ້ານສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກຂອງຊຸມຊົນ ໂດຍການຮ່ວມມືຈາກຫຼາຍພາກສ່ວນໃນການລົບລ້າງພະຍາດໃບໄມ້ໃນເລືອດ ໃນ ສປປ ລາວ, ໂດຍໄດ້ຮັບການຊ່ວຍເຫຼືອ ຈາກ ສປ ຈີນ ແລະ ສະວິດເຊີແລນ ຂຶ້ນໃນວັນທີ 28 ເມສາ 2025 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ

 ໂດຍການເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຟາງຫົງ (Fang Hong) ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ, ທ່ານ ເຈນ ກາເບຣິວ ດັດສ(Jean-Gabriel Duss) ຜູ້ຕາງໜ້າອົງການເພື່ອການພັດທະນາ ແລະ ຮ່ວມມື ສະວິດເຊີແລນປະຈໍາພາກພື້ນແມ່ນໍ້າຂອງ, ທ່ານ ທິມໂມຕີ ອາມສະຕຣອງ (Timothy Armstrong) ອົງການອະນາໄມໂລກ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ເຂົ້າຮ່ວມທາງໄກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ພະຍາດໃບໄມ້ໃນເລືອດ ຖືເປັນບັນຫາສຸຂະພາບທີ່ແກ່ຍາວມາເປັນເວລາຫຼາຍປີແລ້ວ. ຜ່ານມາ, ຂະແໜງສາທາລະນະສຸກກໍໄດ້ສຸມໃສ່ເພື່ອຫຼຸດຜ່ອນການໄດ້ຮັບເຊື້ອພະຍາດໃບໄມ້ໃນເລືອດ ແລະ ກ້າວໄປສູ່ການລົບລ້າງພະຍາດດັ່ງກ່າວ. ແຕ່ພະຍາດໃບໄມ້ໃນເລືອດ ກໍຍັງສົ່ງຜົນກະທົບຕໍ່ປະຊາຊົນຫຼາຍພັນຄົນ ໂດຍສະເພາະ ເດັກນ້ອຍ. ດັ່ງນັ້ນ, ການຮ່ວມມື ແລະ ການສະໜັບສະໜູນວຽກງານການລົບລ້າງພະຍາດໃບໄມ້ໃນເລືອດ ໃນ ສປປ ລາວ ຈາກອົງການອະນາໄມໂລກ, ສປ ຈີນ ແລະ ສະວິດເຊີແລນ ຄັ້ງນີ້ ຈະເພີ່ມຂີດຄວາມສາມາດ ແລະ ຊ່ວຍໃຫ້ລາວ ຈັດຕັ້ງປະຕິບັດມາດຕະການຄວບຄຸມພະຍາດດັ່ງກ່າວ ຈົນກ້າວໄປເຖິງການລົບລ້າງໄດ້. ຊຶ່ງໄລຍະຜ່ານມາ,ກະຊວງ ສທ ພ້ອມອໍານາດການປົກຄອງທ້ອງຖິ່ນ ໄດ້ເອົາໃນໃສ່ຕໍ່ວຽກງານການຄວບຄຸມພະຍາດໃບໄມ້ໃນເລືອດ ໂດຍໄດ້ລະດົມທຶນຈາກລັດຖະບານ ແລະ ອົງການຈັດຕັ້ງສາກົນເພື່ອສຸມໃສ່ວຽກງານດັ່ງກ່າວ ຊຶ່ງມັນສະແດງອອກໃນການປະເມີນອັດຕາການຕິດເຊື້ອແມ່ນຫຼຸດລົງເປັນລໍາດັບ. ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ມີຄວາມມຸ້ງໜັ້ນ ໃນການລົບລ້າງພະຍາດໃບໄມ້ໃນເລືອດອອກຈາກ 2 ເມືອງຄື: ເມືອງໂຂງ ແລະ ເມືອງມູນລະປະໂມກ ແຂວງຈໍາປາສັກ ໃນປີ 2030 ແລະ ໃຫ້ໄດ້ຮັບການຢັ້ງຢືນ ຈາກອົງການອະນາໄມໂລກ ໃນປີ 2035. ພະຍາດໃບໄມ້ໃນເລືອດ ເປັນພະຍາດທີ່ມີຫອຍເປັນໂຕກາງສົ່ງເຊື້ອ ຊຶ່ງອາໄສໃນນ້ຳຂອງ. ພະຍາດໃບໄມ້ໃນເລືອດ ສົ່ງຜົນກະທົບຕໍ່ຄົນເກືອບ 240 ລ້ານຄົນໃນທົ່ວໂລກ ແລະ ພະຍາດດັ່ງກ່າວ ຍັງຄົງເປັນບັນຫາດ້ານສາທາລະນະສຸກຂອງ ສປປ ລາວ ຊຶ່ງສົ່ງຜົນກະທົບຕໍ່ປະຊາຊົນ 120. 000 ຄົນ ທີ່ອາໄສຢູ່ 202 ບ້ານ ໃນເມືອງໂຂງ ແລະ ເມືອງມູນລະປາໂມກ, ແຂວງຈຳປາສັກ. ໃນນັ້ນ, ເດັກທີ່ຢູ່ໃນເກນອາຍຸເຂົ້າຮຽນ ຖືເປັນກຸ່ມທີ່ມີຄວາມສ່ຽງສູງ ເປັນພິເສດ. ພະຍາດດັ່ງກ່າວ ຖ້າບໍ່ໄດ້ຮັບການປິ່ນປົວ ອາດພາໃຫ້ມີອາການເຈັບທ້ອງ, ຕັບໃຫຍ່, ຖ່າຍອອກເລືອດ, ຫຼຸລູກ, ເປັນໝັນ ຫຼື ເປັນມະເຮັງພົກຍ່ຽວ. ຊຶ່ງອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ໄດ້ມີການແຈ້ງ ກ່ຽວກັບບາດກ້າວອັນສຳຄັນໃນການລົບລ້າງພະຍາດໃບໄມ້ໃນເລືອດ ໃນ ສປປ ລາວ ໂດຍກອງທຶນພັດທະນາສາກົນ ແລະ ການຮ່ວມມືພາກໃຕ້ ຂອງ ສປ ຈີນ (GDF) ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC) ໄດ້ສະໜັບສະໜູນເປັນງົບປະມານ 1.18 ລ້ານ ໂດລາ ເປັນເວລາ 2 ປີ ເພື່ອຊຸກຍູ້ໂຄງການວຽກງານການລົບລ້າງພະຍາດດັ່ງກ່າວ.

ໂອກາດດັ່ງກ່າວ ທ່ານລັດຖະມົນຕີກະຊວງ ສທ ໄດ້ຮຽກຮ້ອງເຖິງຜູ້ເຂົ້າຮ່ວມແລະ ທຸກພາກສ່ວນໃນສັງຄົມ ບັນດາທ່ານຄະນະຮັບຜິດຊອບວຽກງານການຄວບຄຸມພະຍາດດັ່ງກ່່າວຈົ່ງພ້ອມກັນສືບຕໍ່ເປັນເຈົ້າການໂດຍເນັ້ນໃສ່ບາງບັນຫາທີ່ສໍາຄັນດັ່ງນີ້: ສືບຕໍ່ເອົາໃຈໃສ່ວຽກງານສຸຂະສຶກສາເປັນປາຍແຫຼມ(ໂດຍການເຮັດໂຄສະນາທຸກຊ່ອງທາງໃຫ້ທົ່ວເຖິງເພື່ອໃຫ້ປະຊາຊົນທຸກບ້ານ ຮັບຮູ້ ເຖິງຜົນຮ້າຍ ແລະ ວິທີກັນ ແລະ ຄວບຄຸມ); ສືບຕໍ່ປະສານຮ່ວມມືເປັນຕົ້ນຕໍ (ຂອດປະສານງານເຮັດວຽກ ຮ່ວມກັບອົງການປົກຄອງທ້ອງຖິ່ນ ໃຫ້ຫຼາຍຂຶ້ນ, ໃຫ້ຮັບຮູ້ເຖິງຜົນດີ ຂອງການກິນຢາປິ່ນປົວພະຍາດໃບໄມ້ໃນເລືອດ ແລະ ຢາຂ້າແມ່ທ້ອງໄປພ້ອມໆກັນ); ເອົາໃຈໃສ່ແກ້ໄຂບັນຫາ ແລະ ປິ່ນປົວ ເປັນສໍາຄັນ. ພ້ອມນີ້ ທ່ານລັດຖະມົນຕີກໍໄດ້ສະແດງຄວາມເຊື່ອໜັ້ນວ່າ ບັນດາທ່ານທີ່ຮັບຜິດຊອບວຽກງານການຄວບຄຸມພະຍາດໃບໄມ້ໃນເລືອດທຸກພາກສ່ວນ ຈະນໍາເອົາເນື້ອໃນຈິດໃຈໄປຜັນຂະຫຍາຍໃນການຈັດຕັ້ງປະຕິບັດຕົວຈິງໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້ ແລະ ສາມາດລົບລ້າງພະຍາດດັ່ງກ່າວນີ້ ໃນປີ 2030 ບໍ່ໃຫ້ເປັນບັນຫາທາງດ້ານສາທາລະນະສຸກອີກຕໍ່ໄປ.

ເປດໂຄງການ ສາງຄວາມເຂມແຂງທາງດານສຂະພາບ ແລະ ຫດຜອນຄວາມທກຍາກຂອງຊມຊນ - image 1ເປດໂຄງການ ສາງຄວາມເຂມແຂງທາງດານສຂະພາບ ແລະ ຫດຜອນຄວາມທກຍາກຂອງຊມຊນ - image 2ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ