ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII
ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າກໍາມະການໂຄສະນາ-ຂ່າວສານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 5 ພະຈິກນີ້ ທີ່ ຄອສພ ວ່າ: ຂະແໜງສື່ມວນຊົນ ໄດ້ເຮັດໜ້າທີ່ເປັນກະບອກສຽງໂຄສະນາໃນການກະກຽມໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຊຶ່ງສຸມໃສ່ປະສານງານ ແລະ ພົວພັນກັບບັນດາສະຫະພັນກິລາປະເພດຕ່າງໆ ທັງຂັ້ນສູນກາງ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອຕິດຕໍ່ສໍາພາດຜ່ານທາງໂທລະສັບ ແລະ ລົງໄປສໍາພາດຢູ່ສະຖານທີ່ຕົວຈິງ ກ່ຽວກັບການກະກຽມຄວາມພ້ອມທຸກດ້ານ ລວມທັງການສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນ (ນວ) ຈະເປັນເຈົ້າພາບ ຫຼື ນວ ເກມ 2025 ລະຫວ່າງວັນທີ 15-25 ພະຈິກ 2025. ຄຽງຄູ່ກັນນັ້ນ, ໄດ້ໂຄສະນາການພັດທະນາພື້ນຖານໂຄງລາງຂອງຕົວເມືອງ ນວ ເປັນຕົ້ນຖະໜົນ, ປັບປຸງສະໜາມກິລາແຫ່ງຊາດ ແລະ ບາງສະໜາມກິລາທີ່ຈະໃຊ້ແຂ່ງຂັນ ເພື່ອຜະລິດເປັນຂ່າວອອກຜ່ານຊ່ອງທາງຕ່າງໆຄື: ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ສື່ອອນລາຍ.

 

ກໍາມະການໂຄສະນາ-ຂ່າວສານ ມີພາລະບົດບາດ ເປັນເສນາທິການໃຫ້ປະທານ ເພື່ອຄົ້ນຄວ້າການໂຄສະນາຜ່ານສື່ມວນຊົນ ແລະ ລາຍງານຂ່າວສານກ່ຽວກັບການຈັດງານໃຫ້ມີລັກສະນະປຸກລະ ດົມຄວາມສາມັກຄີ, ການມີສ່ວນຮ່ວມເປັນເຈົ້າພາບທີ່ດີ, ການມີນໍ້າໃຈນັກກິລາ, ການຊຸກຍູ້ຮ່ວມຊົມ ໃຫ້ໄດ້ບັນຍາກາດມ່ວນຊື່ນ ໄມຕີຈິດທີ່ດີ (ກ່ອນ, ດໍາເນີນ ແລະ ຫຼັງ); ສ້າງແຜນການເຄື່ອນໄຫວວຽກກຳມະການ ແລະ ແຜນງົບຂອງຕົນເພື່ອສະເໜີຂັ້ນເທິງພິຈາລະນາ; ຮັບຜິດຊອບຄົ້ນຄວ້າ ແລະ ແຈ້ງລາຍລະອຽດໃຫ້ບັນດາອົງການສື່ມວນຊົນພາກລັດ, ເອກະຊົນ ແລະ ຕ່າງປະເທດ (ທາງອອນລາຍ) ທີ່ຕ້ອງການເຂົ້າຮ່ວມເຄື່ອນໄຫວເອົາຂ່າວງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ເພື່ອມາລົງທະບຽນອອກບັດຮັບໃຊ້; ຈັດຕັ້ງສູນຂ່າວພາຍໃນ ແລະ ຕ່າງປະເທດ ພ້ອມທັງສະໜອງອຸປະກອບອໍານວຍຄວາມສະດວກຢ່າງຄົບຊຸດ ສໍາລັບນັກຂ່າວຢູ່ສະໜາມກິລາແຫ່ງຊາດ; ກຽມພະນັກງານຄຸ້ມຄອງສື່ມວນຊົນພາຍໃນ ແລະ ຕ່າງປະເທດ ເພື່ອອໍານວຍຄວາມສະດວກ ແລະ ປະສານງານ ໃຫ້ນັກຂ່າວທີ່ເຂົ້າຮ່ວມ; ສ້າງລາຍການຕາຕະລາງການຖ່າຍທອດສົດທາງໂທລະພາບ-ວິທະຍຸພິທີເປີດ-ປິດ ແລະ ບາງປະເພດກິລາ ຮ່ວມກັບກຳມະການກອງເລຂາແຫ່ງຊາດ ແລະ ກຳມະການເຕັກນິກຈັດການແຂ່ງຂັນ; ຈັດແບ່ງນັກຂ່າວປະຈຳແຕ່ລະຈຸດຢູ່ສະໜາມແຂ່ງຂັນກິລາ ເພື່ອຕິດຕາມລາຍງານຂ່າວອອກທາງໂທລະພາບ, ວິທະຍຸ, ໜັງສືພິມ ແລະ ອອນລາຍ ໄລຍະດໍາເນີນການແຂ່ງຂັນ; ບັນທຶກພາບນຶ່ງ ແລະ ວິດີໂອ ລວມທັງຂໍ້ມູນງານກິລາທັງໝົດເພື່ອສໍາເນົາ; ອອກແບບໂຄງຮ່າງງານວາງສະແດງຮູບພາບ, ຄັດເລືອກຮູບພາບ ເພື່ອນໍາສະເໜີຜ່ານປະທານຈັດງານພິຈາລະນາ; ຈັດກອງປະຊຸມຂ່າວປະຈໍາວັນ ທີ່ສູນຂ່າວພາຍໃນ (MPC) ໃນໄລຍະດໍາເນີນງານ ເພື່ອລາຍງານວຽກແຕ່ລະໜ່ວຍງານ ແລະ ປຶກສາຫາລື ວຽກທີ່ຍັງຄົງຄ້າງ; ສະຫຼຸບລາຍງານວຽກກຳມະການໂຄສະນາ-ຂ່າວສານ ໃຫ້ແກ່ກຳມະການກອງເລຂາແຕ່ລະໄລຍະເປັນປົກກະຕິ ລວມທັງການໃຊ້ຈ່າຍດ້ານງົບປະມານ; ປະຕິບັດພາລະໜ້າທີ່ອື່ນໆ ຕາມການມອບໝາຍຂອງປະທານຈັດງານ.

ວຽກທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ: ໄດ້ແນະນໍາໃຫ້ບັນດາອົງການສື່ມວນຊົນ ທົ່ວປະເທດຊ່ວຍກັນໂຄສະນາໂລໂກ້, ສັດນໍາໂຊກ, ຄໍາຂວັນ ແລະ ການກະກຽມນັກກິລາຂອງແຂວງຕົນອອກແຕ່ລະສໍານັກຂ່າວທັງສູນກາງ ແລະ ທ້ອງຖິ່ນ ຢ່າງເປັນຂະບວນການ ແລະ ຕໍ່ເນື່ອງ; ໄດ້ນໍາສົ່ງຮ່າງແຜນວຽກ, ແຜນຄົນ ແລະ ແຜນງົບປະມານ ຂອງກໍາມະການໂຄສະນາ-ຂ່າວສານ ສົ່ງໃຫ້ກອງເລຂາ ເພື່ອພິຈາລະນາອະນຸມັດ; ປະທານຮັບຮອງເຊັນຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງອະນຸກຳມະການຝ່າຍຕ່າງໆ ຂອງກໍາມະການໂຄສະນາ-ຂ່າວສານ ເພື່ອຮັບໃຊ້ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ ນວ; ໄດ້ກຳນົດຈຸດທີ່ຕັ້ງສູນຂ່າວ ຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ປະກອບມີ 3 ຫ້ອງຄື: 1 ຫ້ອງຖະແຫຼງຂ່າວ, 2 ຫ້ອງປະຈຳນັກຂ່າວ. ການວາງສະແດງຮູບພາບ ແມ່ນຈັດຢູ່ສະໜາມກິລາແຫ່ງຊາດ ຫຼັກ 16; ສໍາເລັດການຜ່ານແຜນງົບປະມານຂະແໜງສື່ມວນຊົນ ນໍາກໍາມະການກອງເລຂາ ແລະ ກໍາມະການເສດຖະກິດ-ລະດົມທຶນ ປັດຈຸບັນລໍຖ້າຄໍາເຫັນຮອງຮັບຈາກປະທານຈັດງານ ກ່ອນດໍາເນີນຂໍຖອນ; ຈັດຄະນະສື່ມວນຊົນສໍາພາດກຳມະການທຸກຝ່າຍ ປັດຈຸບັນໄດ້ສໍາພາດ ກໍາມະການກອງເລຂາ, ກຳມະການເຕັກນິກ ແລະ ກຳມະການເສດຖະກິດ-ລະດົມທຶນ; ຈັດຄະນະສື່ມວນຊົນຕິດຕາມການແລ່ນທວນໄຟຢູ່ 9 ຕົວເມືອງ ແລະ ປັດຈຸບັນດໍາເນີນໄປແລ້ວ 4 ເມືອງຄື: ເມືອງສັງທອງ, ເມືອງສີໂຄດຕະບອງ, ເມືອງຈັນທະບູລີ ແລະ ເມືອງ ສີສັດຈະນາກ; ສັງລວມແບບຟອມລົງທະບຽນອອກບັດຮັບໃຊ້ ກຳມະການໂຄສະນາ-ຂ່າວສານ ແລະ ນັກຂ່າວ ພາຍໃນ ແລະ ຕ່າງປະເທດທັງໝົດ ສົ່ງໃຫ້ໜ່ວຍ ອອກບັດບໍ່ເກີນວັນທີ 31 ຕຸລາ 2025.

ການຈດຕງປະຕບດວຽກງານໂຄສະນາ-ຂາວສານ ໃຫແກງານມະຫະກຳກລາແຫງຊາດ ຄງທ XII - image 1ການຈດຕງປະຕບດວຽກງານໂຄສະນາ-ຂາວສານ ໃຫແກງານມະຫະກຳກລາແຫງຊາດ ຄງທ XII - image 2ທ່ານ ສົມສະຫວາດ ພົງສາ ຍັງໄດ້ລາຍງານຕື່ມວ່າ: ສໍາລັບແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຈະສືບຕໍ່ໂຄສະນາໂລໂກ້, ສັດນໍາໂຊກ, ຄໍາຂວັນ, ນັກກິລາ ແລະ ອື່ນໆ ທີ່ຕິດພັນກັບການກະກຽມໃຫ້ແກ່ງານ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ ນວ; ສືບຕໍ່ຈັດຄະນະສື່ມວນຊົນສໍາພາດອີກ 8 ກຳມະການ ແລະ ແລ່ນທວນໄຟອີກ 5 ຕົວເມືອງ; ສົມທົບກັບກຳມະການເປີດ-ປິດ ແລະ ກຳມະການແລ່ນທວນໄຟ ເພື່ອຄົ້ນຄວ້າດ້ານເນື້ອໃນ ແລະ ຮູບການໂຄສະນາ ແຫ່ຂະບວນຢູ່ແຕ່ລະເມືອງ ຕາມການສະເໜີຂອງກອງເລຂາ; ສືບຕໍ່ປະສານກັບກຳມະການກອງເລຂາ ແລະ ກຳມະການເສດຖະກິດ-ລະດົມທຶນ ໃນການຈັດຊື້-ຈັດຈ້າງ ອຸປະກອນໃສ່ສູນຂ່າວ ແລະ ຄ່າແຮງງງານກຳມະການໂຄສະນາ ໃຫ້ໄດ້ກ່ອນການເປີດງານ; ສືບຕໍ່ປະສານສົມທົບກັບກອງເລຂາ ເພື່ອເລັ່ງບູລະນະຫ້ອງຖະແຫຼງຂ່າວ ແລະ ຫ້ອງສູນຂ່າວ ໃຫ້ທັນຕິດຕັ້ງອຸປະກອນ ແລະ ອິນເຕີເນັດໃສ່; ສືບຕໍ່ການອອກບັດຮັບໃຊ້ ໃຫ້ແກ່ກຳມະການໂຄສະນາ-ຂ່າວສານ ແລະ ນັກຂ່າວທຸກທ່ານ ໃຫ້ໄດ້ຮັບກ່ອນງານເປີດ. ວຽກທີ່ຮີບດ່ວນ: ໜ່ວຍງານຖ່າຍທອດສົດ ແລະ ໜ່ວຍງານວາງສະແດງຮູບພາບ ຮີບຮ້ອນຜ່ານແຜນວຽກ ແລະ ແຜນ ງົບປະມານນໍາກໍາມະການກອງເລຂາ ແລະ ກຳມະການເສດຖະກິດ ເພື່ອນໍາສະເໜີຮັບຮອງຈາກ ປະທານ. ດັ່ງນັ້ນ, ຈຶ່ງໄດ້ລາຍງານມາຍັງທ່ານເພື່ອຮັບຊາບ ແລະ ຂໍທິດຊີ້ນໍາໃນການຈັດຕັ້ງປະຕິບັດດ້ວຍ. (ຂ່າວ: ວັນເພັງ, ພາບ: ຂປລ)

ຄໍາເຫັນ

ຂ່າວສືກສາ-ກິລາ

"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

ໃນເດືອນພະຈິກ 2025 ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງທຸລະກິດຈີນ ແລະ ລາວ ແລະ ນັກຂ່າວຈາກແຂວງ ກວາງຊີ ໄດ້ມາຢ້ຽມຢາມສູນຮ່ວມມືການນຳໃຊ້ປັນຍາປະດິດຈີນ-ລາວ (ຊື່ງມີຊື່ຫຍໍ້ວ່າ "ສູນລາວ") ທີ່ນະຄອນຫຼວງວຽງຈັນ,ເພື່ອຮຽນຮູ້ເກັບກໍາສະພາບການຂອງສູນ ໃນປັດຈຸບັນ.
ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເພີ່ມເຕີມ