![]() |
ທ່ານ ນາງ ມິດຕາວັນ ພັນວົງສາ ຍັງໃຫ້ຮູ້ຕື່ມວ່າ: ການເປັນແມ່ຄ້າຂາຍສິ້ນໄໝມ້ອນຊໍາ ເໜືອແມ່ນໄດ້ສືບທອດມາຈາກຜູ້ເປັນແມ່ ແຕ່ປີ 2016. ການຂາຍສ່ວນຫຼາຍແມ່ນຂາຍສົ່ງ-ຂາຍຍ່ອຍ. ຜະລິດຕະພັນສິ້ນໄໝມ້ອນຊໍາເໜືອ ທີ່ນໍາມາສະແດງ-ຂາຍ ແມ່ນໄດ້ມາຈາກການປ່ອຍກີ້ໃຫ້ລູກຄ້າຕໍ່າເອງ ແລະ ເກັບຊື້ນໍາປະຊາຊົນຢູ່ພາຍໃນບ້ານ ແລະ ສັ່ງຕໍ່າລາຍຕາມລູກຄ້າຕ້ອງການ. ດັ່ງນັ້ນ, ຖ້າຫາກທ່ານໃດສົນໃນຢາກຊື້ສິ້ນໄໝມ້ອນຊໍາເໜືອໄປໄວ້ນຸ່ງ ຫຼື ຊື້ໄປເປັນຂອງຕ້ອນຂອງຝາກ ສາມາດຊື້ໄດ້ທີ່ງານບຸນພະທາດຫຼວງ ຮ້ານຂາຍສິ້ນໄໝມ້ອນຊໍາເໝືອ ເຂດຂາຍເຄື່ອງຫັດຖະກໍາລາວ ຫຼື ຊອກຊື້ໄດ້ ທີ່ຕະຫຼາດວຽງໄຊ ເມືອງວຽງໄຊ ແຂວງຫົວພັນ. ໂອກາດນີ້, ທ່ານ ນາງ ມິດຕາວັນ ພັນວົງສາ ກ່າວຕື່ມວ່າ: ປັດຈຸບັນເກີດມີສິ້ນກັອບຫຼາຍ ຈຶ່ງກະທົບຕໍ່ການຄ້າຂາຍສິ້ນໄໝມ້ອນຕໍ່າດ້ວຍມືຂອງເຮົາ ກໍຄືຫຼາຍເຈົ້າຂອງຮ້ານສິ້ນໄໝມ້ອນຊໍາເໜືອ. ສະນັ້ນ, ຂໍຮຽກຮ້ອງໃຫ້ພາກສ່ວນ ກໍຄືລູກຄ້າຊ່ວຍສະໜັບສະໜູນສິ້ນໄໝມ້ອນຊໍາເໜືອ ທີ່ເປັນເອກະລັກຂອງບ້ານເຮົາຕໍ່ໄປ ເພື່ອບໍ່ຢາກໃຫ້ສິ້ນໄໝມ້ອນຊໍາເໜືອເສຍຫາຍໄປຈາກຄົນລາວ.

ຄໍາເຫັນ