ໂດຍໃຫ້ກຽດກ່າວເປີດງານຂອງທ່ານ ຫຼີ່ ສຽງ (Li Qiang) ນາຍົກລັດຖະມົນຕີແຫ່ງສປຈີນ. ພ້ອມດ້ວຍຜູ້ຕາງໜ້າວິສາຫະກິດຈາກຫຼາຍປະເທດ ແລະ ສປປລາວ ແມ່ນທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າເປັນຜູ້ນຳພາຄະນະເຂົ້າຮ່ວມ.
![]() |
CIIE ເປັນເວທີສາກົນທີ່ສົ່ງເສີມການຮ່ວມມືລະຫວ່າງຈີນກັບຕະຫຼາດໂລກ ທັງເປັນການເຊື່ອມໂຍງການຮ່ວມມືຂອງກຸ່ມອຸດສາຫະກຳ ແລະ ບໍລິສັດຊັ້ນນຳຈາກບັນດາປະເທດໃນທົ່ວໂລກ ສົ່ງເສີມການຄ້າລະຫວ່າງປະເທດ ການແລກປ່ຽນຄວາມຄິດສ້າງສັນ ປະກອບສ່ວນເຂົ້າໃນການຟື້ນຟູ ແລະ ຊຸກຍູ້ເສດຖະກິດໂລກ ເປັນແພລດຟອມ ສຳລັບທຸລະກິດຕ່າງປະເທດເຂົ້າສູ່ຜູ້ບໍລິໂພກຂອງຊາວຈີນ, ສະໜັບສະໜູນການນຳເຂົ້າສິນຄ້າຈາກຕ່າງປະເທດ, ສົ່ງເສີມການຮ່ວມມືດ້ານນະວັດຕະກຳ ເຕັກໂນໂລຊີ ເສດຖະກິດດີຈີຕ້ອນ ແລະ ການພັດທະນາທີ່ຍືນຍົງໃຫ້ແກ່ປະເທດຊາດ.
![]() |
ສຳລັບສິນຄ້າທີ່ນຳມາວາງສະແດງໃນງານ CIIE ຄັ້ງນີ້ມີຫຼາຍກວ່າ 4.100 ບໍລິສັດ ແລະ ຫຼາຍກວ່າ155 ປະເທດ,ແລະ ຍັງມີປະເທດກິດຕິມະສັກເຂົ້າຮ່ວມເຊັ່ນ; ປະເທດໄທ,ປະເທດດູໄບ,ປະເທດໄນຈີເລຍ,ປະເທດຈໍເຈຍ, ປະເທດສະວີເດັນ ແລະ ໂຄລອມເບຍ ນອກຈາກນີ້ຍັງມີປະເທດ ກຽກກິສະຖານເຂົ້າຮ່ວມເປັນເທື່ອທຳອິດ, ສິນຄ້າທີ່ນຳມາສະແດງຄັ້ງນີ້ປະກອບມີ 7 ກຸ່ມເຊັ່ນ; ກຸ່ມຜະລິດຕະພັນທາງານແພດ ແລະ ຜະລິດຕະພັນເພື່ອສຸຂະພາບ, ກຸ່ມຍານພາຫະນະ ແລະ ນະວັດຕະກຳ, ກຸ່ມອຸດສາຫະກຳອັດສະລິຍະ ແລະ ເຕັກໂນໂລຊີຂ່າວສານ, ກຸ່ມສິນຄ້າທົ່ວໄປ, ກຸ່ມອາຫານ ແລະ ຜະລິດຕະພັນດ້ານກະສິກຳ, ກຸ່ມບໍລິການດ້ານການຄ້າ ແລະ ກຸ່ມດ້ານນະວັດຕະກຳພິເສດເຕັກໂນໂລຊີໃໝ່. ສິນຄ້າທີ່ທາງວິສາຫະກິດຂອງ ສປປລາວ ນຳມາສະແດງແມ່ນສິນຄ້າດ້ານກະສິກຳແປຮູບມີຫຼາຍກວ່າ10ບໍລິສັດເປັນຕົ້ນແມ່ນຊາ ແລະ ກາເຟຜະລິດຕະພັນເລົ່ານີ້ເປັນທີ່ສົນໃຈຂອງຜູ້ບໍລິໂພກຊາວສປຈີນຢ່າງຫຼວງຫຼາຍ.
ຂ່າວ+ພາບ: ໄມຕຣີ


ຄໍາເຫັນ