ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ
ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມເປັນປະທານໃນຊຸດຝຶກອົບຮົມໃຫ້ບັນດາສະຫາຍຄະນະບໍລິຫານງານພັກເມືອງ ແລະ ນະຄອນໄກສອນພົມວິຫານ, ຊຶ່ງຊຸດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນທີ່ສະໂມສອນຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃນລະຫວ່າງວັນທີ 4-8 ພະຈິກ 2025; ເຂົ້າຮ່ວມມີສະຫາຍ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສະ ຫວັນນະເຂດ ແລະ ສະຫາຍ ສາລີ ວິນລາວັນ ຄະນະປະຈຳພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງສະຫວັນນະເຂດ.
ເລຂາພກແຂວງບນຍາຍເອກະສານ ຊດຝກອບຮມທດສະດການເມອງໃຫການນຳຂນເມອງ-ນະຄອນ - image 1
 

ໃນໂອກາດນີ້, ສະຫາຍເລຂາພັກແຂວງ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ກຽດບັນຍາຍເອກະສານມູນເຊື້ອ ແລະ ທາດແທ້ຂອງພັກ, ຊຶ່ງເປັນເອກະສານສຳຄັນຕົ້ນຕໍຂອງການຈັດຊຸດຝຶກອົບຮົມຄັ້ງນີ້, ຈຸດປະສົງຂອງການຝຶກອົບຮົບຮົມເພື່ອເຮັດໃຫ້ແຜນພັດທະນາຊັບພະຍາກອນມະນຸດຂອງພັກ-ລັດ ກໍຄືຂອງແຂວງກ່ຽວກັບການຍົກລະດັບທິດສະດີການເມືອງ-ການປົກຄອງທັງໃຫ້ສອດຄ່ອງກັບສະຖານະການສະພາບຄວາມເປັນຈິງ, ເປັນການສ້າງເງື່ອນໄຂໃຫ້ພະນັກງານນຳພາ-ຄຸ້ມຄອງຢູ່ບັນດາເມືອງ-ນະຄອນ, ທີ່ໄດ້ດຳລົງຕຳແໜ່ງຢູ່ອົງການຈັດຕັ້ງຂອງພັກ-ລັດໄດ້ຍົກລະດັບທິດສະດີການເມືອງ-ການປົກຄອງໄປຄຽງຄູ່ກັບການປະຕິບັດໜ້າທີ່ວິຊາສະເພາະ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ, ເພື່ອເຮັດໃຫ້ບັນດາຄະນະບໍລິຫານງານພັກເມືອງ ແລະ ນະຄອນໃນທົ່ວແຂວງສະຫວັນນະເຂດ ທີ່ໄດ້ເຂົ້າຝຶກອົບຮົມ, ຮັບຮູ້ ແລະ ກຳໄດ້ຫຼັກມູນພື້ນຖານທິດສະດີມາກ-ເລນິນ, ກໍຄືແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຮັບຮູ້ໄດ້ລະບົບການຄຸ້ມຄອງ, ການບໍລິຫານ, ກໍຄືຫຼັກການກໍ່ສ້າງພັກ-ພະນັກງານ ແລະ ບັນດາຄວາມຮັບຮູ້ວິທະຍາສາດດ້ານຕ່າງໆ, ສາມາດນຳເອົາໄປໝູນໃຊ້ຕົວຈິງໄດ້.

ທັງເປັນການຍົກສູງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ວິໄສທັດໃນການເບິ່ງບັນຫາ, ຄົ້ນຄວ້າບັນຫາ ແລະ ແກ້ໄຂບັນຫາໄດ້ຢ່າງຖືກຕ້ອງ, ຜູ້ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ມີບັນດາສະຫາຍເລຂາພັກເມືອງ, ຄະນະປະຈຳພັກເມືອງ ແລະ ກຳມະການພັກເມືອງໃນ 14 ຕົວເມືອງ 1 ນະຄອນທົ່ວແຂວງ ເຂົ້າຮ່ວມທັງໝົດຈຳນວນ 375 ສະຫາຍ ແລະ ແບ່ງອອກເປັນ 8 ຊຸດ, ຊຸດລະ 46-47 ສະຫາຍ, ສະເລ່ຍຖືກເມືອງລະ 3-4 ສະຫາຍຕໍ່ຊຸດ, ແຕ່ລະຊຸດແມ່ນກຳນົດເວລາ 5 ວັນໃຫ້ສໍາເລັດ.

ສ່ວນເນື້ອໃນຫົວຂໍ້ຝຶກອົບຮົມເພື່ອໃຫ້ສອດຄ່ອງໃນການຈັດຕັ້ງປະຕິບັດໂຕຈິງໃນແຕ່ລະທ້ອງຖິ່ນໂດຍສະເພາະ ສອດຄ່ອງກັບເວລາ, ງົບປະມານ ແລະ ສອດຄ່ອງກັບຄວາມຕ້ອງການຂອງທ້ອງຖິ່ນ, ຜ່ານການຄົ້ນຄວ້າ ແລະ ປຶກສາຫາລືກັນຢ່າງກົງໄປກົງມາຂອງສະພາຄູໂຮງຮຽນການເມືອງ ແລະ ການປົກຄອງແຂວງ ກັບ ການນຳຂອງແຂວງສະຫວັນນະເຂດ, ເພື່ອເຮັດໃຫ້ບົດຮຽນສອດຄ່ອງກັບສະພາບວຽກງານຕົວຈິງຂອງທ້ອງຖິ່ນກໍຄືສອດຄ່ອງກັບສະພາບຂອງແຂວງສະຫວັນນະເຂດ.

ເລຂາພກແຂວງບນຍາຍເອກະສານ ຊດຝກອບຮມທດສະດການເມອງໃຫການນຳຂນເມອງ-ນະຄອນ - image 2
 

ດັ່ງນັ້ນ, ກອງປະຊຸມສະພາຄູຈິ່ງໄດ້ມີຄວາມເປັນເອກະພາບກັນກຳນົດເອົາຫົວຂໍ້ສະເພາະທີ່ຈະຈັດຝຶກອົບຮົມໃຫ້ແກ່ເລຂາພັກເມືອງ, ຄະນະປະຈຳພັກເມືອງ ແລະ ກຳມະການພັກເມືອງ, ປະກອບມີ 10 ບົດເປັນຕົ້ນ: ພື້ນຖານທິດສະດີ ແລະ ແນວທາງກໍ່ສ້າງສັງຄົມນິຍົມຢູ່ປະເທດເຮົາ, ທັກສະການເປັນຜູ້ນຳແບບໃໝ່ ແລະ ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຂອງຄະນະພັກເມືອງ, ການຊີ້ນໍາ-ນໍາພາຂອງເລຂາພັກເມືອງຕໍ່ວຽກງານຮອບດ້ານຢູ່ຂັ້ນເມືອງ, ສ້າງພັກໃຫ້ປອດໃສເຂັ້ມແຂງ ແລະ ໜັກແໜ້ນ, ພັດທະນາເສດຖະກິດ ປະຕິບັດຕາມມະຕິ 04, ມະຕິ 05, ມະຕິ 3 ສ້າງ, ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ວິທີການເຈລະຈາລະຫວ່າງສອງຝ່າຍ ຫຼື ຫຼາຍຝ່າຍ, ວິທີແກ້ໄຂຂໍ້ຂັດແຍ້ງຢູ່ຂັ້ນເມືອງ, ລາຍງານບົດຮຽນການແກ້ໄຂຈຸດຮ້ອນ ດ້ານເສດຖະກິດ-ສັງຄົມ ແລະ ການບໍລິຫານພາວະໄພພິບັດທາງທໍາມະຊາດຢູ່ຂັ້ນເມືອງ, ການແກ້ໄຂບັນຫາຊົນເຜົ່າ ແລະ ສາສະໜາຢູ່ ສປປ ລາວ, ວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບໃນໄລຍະໃໝ່.

(ແຫຼ່ງຂ່າວ: ແຂວງສະຫວັນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ