![]() |
ເພື່ອເປັນການຕິດຕາມ ແລະ ຊຸກຍູ້ການລົງສໍາຫຼວດພົນລະເມືອງ ໃຫ້ສໍາເລັດຕາມລະດັບຄາດໝາຍນັ້ນ. ໃນຕອນບ່າຍວັນທີ 4 ພະຈິກ 2025ນີ້, ທ່ານຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມຄະນະນໍາເມືອງ ໄດ້ລົງຕິດຕາມການສໍາຫຼວດພົນລະເມືອງຢູ່ບ້ານດອນເມນ ແລະ ບ້ານດອນສັ້ງ.
![]() |
ໂອກາດນີ້, ທ່ານ ຄໍາປຸ່ນ ນວນສະບັບ ໄດ້ຊີ້ນໍາໃຫ້ຄະນະພັກ, ອົງການປົກຄອງບ້ານເອົາໃຈໃສ່ນໍາພາ-ຊີ້ນໍາ ປະຊາຊົນພາຍໃນບ້ານ ໃຫ້ຄວາມສະດວກ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັ້ນສໍາຫຼວດພົນລະເມືອງ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ຮັບປະກັນໃຫ້ມີຄວາມສະຫງົບ, ປອດໄພ 100% ໃນຕະຫຼອດໄລຍະການເດີນສໍາຫຼວດໃນຄັ້ງນີ້.
(ແຫຼ່ງຂ່າວ: ເມືອງແກ່ນທ້າວ)


ຄໍາເຫັນ