ຄວາມຮຽກຮ້ອງຕ້ອງການຂອງກຳມະກອນໃນຍຸກປັດຈຸບັນ

ຄວາມຮຽກຮ້ອງຕ້ອງການຂອງກຳມະກອນໃນຍຸກປັດຈຸບັນ

ຄວາມຮຽກຮ້ອງຕ້ອງການຂອງກຳມະກອນໃນຍຸກປັດຈຸບັນ
ໂດຍ: ພູວັນ ເນື່ອງ​ໃນ​ໂອກາດວັນ​ກໍາມະກອນ​ສາກົນ 1 ພຶດສະພາ (1 ພຶດສະພາ 1886-1 ພຶດສະພາ 2025) ຄົບຮອບ 139 ປີ ເມື່ອເວົ້າເຖິງຂະບວນການຕໍ່ສູ້, ຄວາມຮຽກຮ້ອງຕ້ອງການຂອງກຳມະກອນສາກົນ ແລະ ກຳມະກອນລາວໃນຍຸກປັດຈຸບັນ, ນັບແຕ່ປີ 1886 ເປັນຕົ້ນມາ

 

ຂະບວນການດັ່ງກ່າວໄດ້ເປັນສັນຍາລັກການຕໍ່ສູ້ທີ່ສໍາຄັນຂອງຊົນຊັ້ນກຳ ມະກອນ ແລະ ຜູ້ອອກແຮງງານໃນທົ່ວໂລກ ເພື່ອຮຽກຮ້ອງຄວາມເປັນທຳ, ສິດທິ, ຜົນປະໂຫຍດອັນຊອບທຳ, ກຽດສັກສີ, ຄວາມໝັ້ນຄົງ, ຄວາມຍຸຕິທຳ, ສຸຂະພາບ ແລະ ຄວາມປອດໄພໃນການອອກແຮງງານມາສູ່ກຳມະກອນ ແລະ ປະຊາຊົນທຸກຄົນໃນສັງຄົມ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ອອກແຮງງານທົ່ວໂລກ ໃນຍຸກໂລກາພິວັດນີ້ມີຫຼາຍບັນຫາຄື:

1). ເຮັດວຽກງານທີ່ມີຄຸນຄ່າ ແລະ ເປັນທຳ; 2). ມີຄວາມສະເໝີພາບຍິງ-ຊາຍໃນການອອກແຮງງານໂດຍບໍ່ເລືອກປະຕິບັດ; 3). ມີອາຊີບທີ່ໝັ້ນຄົງ; 4). ມີກຽດສັກສີໃນການດໍາລົງຊີວິດ; 5). ມີສິດທິມະນຸດ; 6). ມີສິດເສລີ ພາບໃນການປະກອບຄໍາຄິດຄໍາເຫັນ; 7). ມີສິດໃນການເຂົ້າຮ່ວມທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ; 8). ມີສະຫວັດດີການທີ່ດີ; 9). ມີສຸຂະພາບ ແລະ ຄວາມປອດໄພໃນການອອກແຮງງານ; 10). ໄດ້ຮັບການສຶກສາ, ວັດ ທະນະທຳ ແລະ ຮັບຮູ້ຂໍ້ມູນຂ່າວສານທີ່ຊັດເຈນ ແລະ ເປັນຈິງ; 11). ຢຸດຕິໃນການນໍາໃຊ້ແຮງງານເດັກ

12). ຢຸດຕິການກໍ່ສົງຄາມທຸກຮູບແບບ.

ໂດຍອີງຕາມຂໍ້ມູນຈາກ (data.worldbank.org) ປີ 2023, ປັດຈຸບັນໃນທົ່ວໂລກມີຜູ້ອອກແຮງງານທັງໝົດ 3,650,000,000 ຄົນ; ໃນນັ້ນ, ມີຜູ້ອອກແຮງງານໃນລະບົບທີ່ໄດ້ລົງທະບຽນ 57.4%; ຂອງຜູ້ອອກແຮງງານໃນທົ່ວ ໂລກ; ການຈ້າງງານນອກລະບົບມີ 2,027,600,000 ຄົນ; ອັດຕາການຫວ່າງງານຂອງຜູ້ອອກແຮງງານ 5.2%; ແຮງງານທີ່ທຸກຍາກມີ 6.4% ຂອງຜູ້ອອກແຮງງານທັງໝົດ; ຈໍານວນຜູ້ຫວ່າງງານເພີ່ມຂຶ້ນເຖິງ 2,000 ລ້ານຄົນ; ຜູ້ທີ່ເຂົ້າເປັນສະມາຊິກກຳມະບານ 251 ລ້ານຄົນ; ບັນຫາທີ່ຜູ້ອອກແຮງງານກໍາລັງປະເຊີນຢູ່ ແມ່ນບັນຫາການຈ້າງງານ ຜູ້ອອກແຮງງານຫຼຸດລົງ, ມີການປັບຄ່າແຮງງານຄືນໃໝ່, ບັນຫາໄພເງິນເຟີ້ສູງ, ມີການເຄື່ອນຍ້າຍແຮງງານຫຼາຍ ແລະ ຫັນມາເຮັດເສດຖະກິດດີຈີຕອນຫຼາຍຂຶ້ນ.

ຕະຫຼາດແຮງງານໃນທົ່ວໂລກໃນປີ 2025 ກໍາລັງປ່ຽນແປງຢ່າງຫຼວງຫຼາຍ ຈາກປັດໃຈຫຼາຍປະການ ລວມທັງ ດ້ານເຕັກໂນໂລຊີທີ່ກ້າວໜ້າ, ປັນຫາສະພາບດິນຟ້າອາກາດ ແລະ ການປ່ຽນແປງທາງເສດຖະກິດຫຼັງໂຄວິດ-19 ອົງ ການແຮງງານສາກົນ (ILO) ແລະ World Economic Forum (WEF) ໄດ້ຄາດການວ່າຈະມີການສ້າງຕຳແໜ່ງ ງານໃໝ່ກວ່າ 170 ລ້ານ ແລະ ຕຳແໜ່ງເກົ່າຈະຖືກລຶບລ້າງໄປກວ່າ 83 ລ້ານຕຳແໜ່ງ ເນື່ອງຈາກການປັບໃຊ້ເຕັກ ໂນໂລຊີອັດຕະໂນມັດ ແລະ ປັນຍາປະດິດ (AI) ໂດຍສະເພາະຂະແໜງການທີ່ນໍາໃຊ້ແຮງງານທາງດ້ານຮ່າງກາຍເປັນຫຼັກ. ຕໍ່ບັນຫາດັ່ງກ່າວ ທາງດ້ານນິຕິກຳຫຼາຍປະເທດມີການເຄື່ອນໄຫວ ແລະ ປັບປຸງກົດໝາຍວ່າດ້ວຍແຮງງານເຊັ່ນ: ສປປລາວ, ກຳປູເຈຍ ແລະ ມຽນມາ ພວມດໍາເນີນການປັບປຸງກົດໝາຍວ່າດ້ວຍແຮງງານ ເພື່ອປະຕິບັດຕາມມາດຕະຖານສາກົນ ແລະ ເພີ່ມທະວີການປົກປ້ອງແຮງງານທັງໃນ ແລະ ນອກລະບົບ; ແຕ່ລະປະເທດມີການເພີ່ມຕຳແໜ່ງງານໃໝ່ໃນດ້ານ Al, Green Economy ແລະ Data Analysis ແລະ ການເຮັດວຽກແບບຍືນຍົງ (Remote/Hybrid Work) ກໍາລັງເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ