ບໍລິຄໍາໄຊ ເປີດນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການເຕັກນິກກະສິກໍາປ່າໄມ້

ບໍລິຄໍາໄຊ ເປີດນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການເຕັກນິກກະສິກໍາປ່າໄມ້

ບໍລິຄໍາໄຊ ເປີດນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການເຕັກນິກກະສິກໍາປ່າໄມ້
ໃນອາທິດຜ່ານມານີ້ ຢູ່ສູນທ່າກົກຄູນ ບ້ານປັດຊຸມ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ມີພິທີມອບ-ຮັບ ແລະ ເປີດການນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສອນທະນູ ທໍາມະວົງ ເຈົ້າແຂວງບໍລິຄໍາໄຊ, ທ່ານ ນາງ ແວວມະນີ ຮອງຫົວໜ້າກົມພັດທະນາຊົນນະບົດ, ທ່ານ ດົງຈີນແບ່ ຜູ້ຈັດການໂຄງການ ຕາງໜ້າອົງການກອຍກາປະຈໍາລາວ.

ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ລາຍງານຜົນສໍາເລັດຂອງໂຄງການ ກ່ຽວກັບການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ທຶນໂຄງການຮ່ວມມືລາວ-ເກົາຫຼີ ຫຼື ເອີ້ນວ່າ: ໂຄງການສ້າງແຜນກິດຈະກໍາ ເພື່ອສ້າງລາຍຮັບໃຫ້ປະຊາຊົນເຂດພາກເໜືອ ແລະ ພາກກາງ ສປປ ລາວ). ຈຸດປະສົງຂອງໂຄງການ ເພື່ອປັບປຸງພື້ນຖານໂຄງລ່າງດ້ານກະສິກໍາ, ສ້າງຄວາມເຂັ້ມແຂງໃຫ້ພະນັກງານລັດ ແລະ ຜູ້ນໍາຊຸມຊົນ, ສົ່ງເສີມການສ້າງອາຊີບ, ສ້າງລາຍຮັບ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ; ເປົ້າໝາຍໂຄງການຮ່ວມມື ລາວ-ເກົາຫຼີ ກວມເອົາ 3 ແຂວງ 7 ເມືອງ 14 ບ້ານ ມູນຄ່າການຊ່ວຍເຫຼືອທັງໝົດ 12 ລ້ານ 5 ແສນໂດລາສະຫະລັດ.

ສໍາລັບແຂວງບໍລິຄໍາໄຊ ໄດ້ຮັບການຊ່ວຍເຫຼືອຈາກໂຄງການມີ 3 ເມືອງ 6 ບ້ານຄື: ເມືອງບໍລິຄັນ 2 ບ້ານ (ບ້ານຜາເມືອງ ແລະ ບ້ານດົງ), ເມືອງຄໍາເກີດ 2 ບ້ານ (ບ້ານທົ່ງແສນ ແລະ ບ້ານປຸ່ງປ່າຕາວ), ເມືອງວຽງທອງ 2 ບ້ານ (ບ້ານຈອມທອງ ແລະ ບ້ານໂພນດູ່) ມູນຄ່າການຊ່ວຍເຫຼືອຢູ່ແຂວງບໍລິຄໍາໄຊ ທັງໝົດ 1,590,000 ໂດລາສະຫະລັດ; ລວມມີ 77 ກິດຈະກໍາ. ໃນນັ້ນ, ທຶນໂຄງການຂັ້ນແຂວງມູນຄ່າ 600,000 ໂດລາສະຫະລັດ ແລະ ທຶນຂອງແຂວງສົມທົບກັບໂຄງການມູນຄ່າ 1 ຕື້ກີບ. ຈາກນັ້ນ, ທ່ານ ວິລອນ ວັນນະບົວທອງ ຕາງໜ້າບໍລິສັດພູທອນພັດທະນາຄົບວົງຈອນ ຈໍາກັດຜູ້ດຽວ ໃນນາມຜູ້ຮັບເໝົາຈັດຕັ້ງປະຕິບັດໂຄງການປັບປຸງສູນບໍລິການເຕັກນິກກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດຂອງແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການ ຊຶງມີ 2 ສັນຍາຄື: ສັນຍາ 1 ແມ່ນການຈັດຕັ້ງປະຕິບັດກິດຈະກໍາກໍ່ສ້າງ ແລະ ສັນຍາ 2 ແມ່ນການຈັດຊື້, ສະໜອງອຸປະກອນ ແລະ ປັດໃຈການຜະລິດກະສິກໍາ ມູນຄ່າລວມທັງ 2 ສັນຍາ 316,687 ໂດລາ. ມີ 7 ກິດຈະກໍາ ໄດ້ຈັດຕັ້ງປະຕິບັດມາແຕ່ວັນທີ 19 ຕຸລາ 2024 ແລະ ໄດ້ກວດກາຢັ້ງຢືນຜົນສໍາເລັດຂອງໂຄງການ 100% ຈາກຄະນະກໍາມະການຂັ້ນແຂວງຮ່ວມກັບໂຄງການ ຄັ້ງວັນທີ 26 ມີນາ 2025. ໃນພິທີ, ໄດ້ລົງນາມເຊັນບົດບັນທຶກມອບ-ຮັບໂຄງການ ລະຫວາງທ່ານ ພູທອນ ວັນນະບົວທອງ ປະທານບໍລິສັດ ພູທອນພັດທະນາຄົບວົງຈອນ ຈໍາກັດຜູ້ດຽວ ແລະ ທ່ານ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ.

(ຂ່າວ-ພາບ: ວຽງສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ