ພັກປະຊາຊົນ ປະຕິວັດລາວ ແລະ ພັກຣັດເຊຍ ເອກະພາບສືບຕໍ່ຮັດແໜ້ນການຮ່ວມມື

ພັກປະຊາຊົນ ປະຕິວັດລາວ ແລະ ພັກຣັດເຊຍ ເອກະພາບສືບຕໍ່ຮັດແໜ້ນການຮ່ວມມື

ພັກປະຊາຊົນ ປະຕິວັດລາວ ແລະ ພັກຣັດເຊຍ ເອກະພາບສືບຕໍ່ຮັດແໜ້ນການຮ່ວມມື
ເນື່ອງໃນໂອກາດຕິດຕາມຄະນະຜູ້ແທນຂັ້ນສູງແຫ່ງ ສປປ ລາວ ນໍາໂດຍສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນ ຕີກະຊວງການຕ່າງປະເທດ ຜູ້ຕາງໜ້າພິເສດຂອງປະທານປະເທດແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນ ໄຊຊະນະທີ່ຍິ່ງໃຫຍ່ ຂອງປະຊາຊົນໂຊວຽດກໍຄືປະຊາຊົນຣັດເຊຍໃນສົງຄາມປ້ອງກັນປິຕິພູມຄົບຮອບ 80 ປີ; ໃນວັນທີ 8 ພຶດສະພາ 2025,

 

ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຮັບການຕ້ອນຮັບ ແລະ ພົບປະກັບ ສະຫາຍ ອັນເດຣຄຣີິມົບ ກໍາມະການກົມການເມືອງຂອງສະພາສູງສຸດຂອງພັກຣັດເຊຍ ເອກະພາບຮອງປະທານຄະນະກໍາມາທິການຕ່າງປະເທດຂອງສະ ພາສະຫະພັນ ແຫ່ງ ສະຫະພັນຣັດເຊຍ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ສະຫຼຸບຕີລາຄາສູງຕໍ່ຜົນສຳເລັດຂອງການພົວພັນຮ່ວມມືລະຫວ່າງພັກປະຊາຊົນລາວ ແລະ ພັກຣັດເຊຍເອກະພາບ ໃນໄລຍະຜ່ານມາ ໃນການຈັດຕັ້ງປະຕິບັດອະນຸສັນຍາວ່າດ້ວຍການເປີດກ້ວາງ ແລະ ລົງເລິກ ການຮ່ວມມືຮອບດ້ານໃນສົກປີ 2023-2025. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບແຜນງານ ການເຄື່ອນໄຫວຂອງສອງພັກໃນຕໍ່ໜ້າ ແລະ ໄດ້ຕາງໜ້າໃຫ້ແກ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ລົງນາມ ຮ່ວມກັນກັບຄູ່ຮ່ວມຕໍາແໜ່ງຂອງພັກຣັດເຊຍເອກະພາບ ໃນອະນຸສັນຍາວ່າດ້ວຍການເປີດກວ້າງ ແລະ ລົງເລິກການຮ່ວມ ມືລະຫວ່າງພັກ ປປ ລາວ ແລະ ພັກຣັດເຊຍເອກະພາບ ໃນສົກປີ 2025-2027 ເພື່ອເປັນບ່ອນອີງທີ່ສໍາຄັນໃຫ້ການການ ເຄື່ອນໄຫວຮ່ວມມື ລະຫວ່າງ ສອງພັກ ໃນລະຍະ 3 ປີ ໃນຕໍ່ໜ້າ.

(ຂ່າວ-ພາບ: ຄຕພ)

ຄໍາເຫັນ

ຂ່າວການຮ່ວມມື

ສະພາການຄ້າ ຄໍາມ່ວນ ພົບປະແລກປ່ຽນ ກັບ ຫໍການຄ້ານະຄອນພະນົມ

ສະພາການຄ້າ ຄໍາມ່ວນ ພົບປະແລກປ່ຽນ ກັບ ຫໍການຄ້ານະຄອນພະນົມ

ກອງປະຊຸມພົບປະແລກປ່ຽນບົດຮຽນກ່ຽວກັບການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຄໍາມ່ວນ ສປປ ລາວ ແລະ ຫໍການຄ້າ ຈັງຫວັດນະຄອນພະນົມ ຣາຊາອານາຈັກໄທ ຈັດຂຶ້ນໃນວັນທີ 1 ກໍລະກົດຜ່ານມາ ທີ່ພະແນກເຕັກໂນໂລຊີແຂວງຄໍາມ່ວນ ໂດຍມີ ທ່ານ ອຸດົມພົງ ແກ້ວສີສະໂນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ແລະ ທ່ານ ໂຊຕິທະນິນ ອະລຸນທະນາເຂມພັດ ຮອງປະທານສະພາອຸດສາຫະກໍາ ຈັງຫວັດນະຄອນພະນົມ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ທູດອາເມຣິກາ ມອບລົດຕູ້ໃຫ້ອົງການໄອຍະການປະຊາຊົນສູງສຸດ

ທູດອາເມຣິກາ ມອບລົດຕູ້ໃຫ້ອົງການໄອຍະການປະຊາຊົນສູງສຸດ

ພີທີ ມອບ-ຮັບ ພາຫະນະ ລະຫ່ວາງ ອົງການໄອຍະການປະຊາຊົນສູງສຸດ ແລະ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ໃນວັນທີ 1 ກໍລະກົດ ນີ້ ທີ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດພິທີມອບ-ຮັບ ລົດຕູ້ຍີ່ຫໍ້ TOYOTS HIACE ປີ 2025 ຈຳນວນໜຶ່ງຄັນ ມູນຄ່າ 40,000 ໂດລາ ໃຫ້ແກ່ອົງການໄອຍະການປະຊາຊົນສູງສຸດ, ໃຫ້ກຽດມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ແລະ ໃຫ້ກຽດຮັບໂດຍທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຮ່ວມພັດທະນາ ເພື່ອສະໜອງອາຫານແຊ່ແຂງ, ອາຫານສົດ ແລະ ສິນຄ້າທີ່ມີຄຸນນະພາບ

ຮ່ວມພັດທະນາ ເພື່ອສະໜອງອາຫານແຊ່ແຂງ, ອາຫານສົດ ແລະ ສິນຄ້າທີ່ມີຄຸນນະພາບ

ບໍລິສັດຕະຫຼາດລາວຂາຍຍົກ-ຂາຍຍ່ອຍ ຈຳກັດ ໄດ້ຈັບມືກັບບໍລິສັດວຽງຈັນສາງເຢັນ ຈຳກັດ ເພື່ອຮ່ວມມືກັນໃນການພັດທະນາທຸລະກິດ ແລະ ຂະຫຍາຍສັກກະຍະພາບການໃຫ້ບໍລິການສະໜອງອາຫານແຊ່ແຂງ, ອາຫານສົດ ແລະ ສິນຄ້າທີ່ມີຄຸນນະພາບເຖິງມືຜູ້ບໍລິໂພກໄດ້ຢ່າງໝັ້ນໃຈທັງການຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ.
ລາວ-ອິນເດຍ ສືບຕໍ່ຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳ

ລາວ-ອິນເດຍ ສືບຕໍ່ຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳ

ທ້າຍອາທິດຜ່ານມາ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ໂຢເກສວາ ສັງວານ (Yogerhwar Sangwan) ເອກອັກຄະລັດຖະທູດອິນເດຍ ປະຈຳລາວ ພ້ອມຄະນະ ເພື່ອປຶກສາຫາລືການຮ່ວມມືສອງຝ່າຍ ດ້ານການຄ້າອຸດສາ ຫະກຳ ແລະ ການລົງທຶນດ້ານຕ່າງໆ ລະຫວ່າງ ລາວ ແລະ ອິນເດຍ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ຈະເລີນງອກງາມຍິ່ງຂຶ້ນເລື້ອໆ.
6 ເດືອນຕົ້ນປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ

6 ເດືອນຕົ້ນປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ

ນັບແຕ່ທາງລົດໄຟລາວ-ຈີນ ໄດ້ເປີດດຳເນີນງານເປັນຕົ້ນມາ, ການຂົນສົ່ງສິນຄ້າໄດ້ເຕີບໂຕຢ່າງແຂງແຮງ, ສະເພາະປີ 2025 ມາຮອດວັນທີ 28 ມິຖຸນາ ປະລິມານການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ບັນລຸເຖິງ 3,000,000 ໂຕນ, ເພີ່ມຂຶ້ນ 8.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ກາຍເປັນຊ່ອງທາງຂົນສົ່ງຫຼັກທີ່ມີປະສິດທິພາບໃນການສົ່ງອອກສິນຄ້າຂອງລາວ ແລະ ປະເທດອ້ອມຂ້າງ.
老挝-柬埔寨边境输变电有限公司老挝班哈-班纳-阿速坡输变电项目运营期商业保险招标公告

老挝-柬埔寨边境输变电有限公司老挝班哈-班纳-阿速坡输变电项目运营期商业保险招标公告

招标编号:J53A00625001365 1.招标条件 “老挝-柬埔寨边境输变电有限公司老挝班哈-班纳-阿速坡输变电项目运营期商业保险”项目已经相关主管部门批准,资金来源自筹,已落实。《中华人民共和国招标投标法》和《中华人民共和国招标投标法实施条例》等有关法律法规的规定,云南招标股份有限公司受老挝-柬埔寨边境输变电有限公司的委托,就老挝-柬埔寨边境输变电有限公司老挝班哈-班纳-阿速坡输变电项目运营期商业保险进行国内公开招标,现欢迎符合本项目资格要求的潜在投标人参加投标。
ລມຕ ກະຊວງການຕ່າງປະເທດ ສຳເລັດການຢ້ຽມຢາມ ສະຫະພັນຣັດເຊຍ ຢ່າງເປັນທາງການ

ລມຕ ກະຊວງການຕ່າງປະເທດ ສຳເລັດການຢ້ຽມຢາມ ສະຫະພັນຣັດເຊຍ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ເຊີຣເກ ລາວະຣົບລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສ ຣັດເຊຍ, ພະນະທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສ ຣັດເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 24-27 ມິຖຸນາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ  ມຽນມາ-ລາວ ແລະ ລາວ-ມຽນມາ

ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ ມຽນມາ-ລາວ ແລະ ລາວ-ມຽນມາ

ໃນວັນທີ 24 ມິຖຸນາຜ່ານມາທີ່ນະຄອນຫຼວງເນປີດໍ, ທ່ານ ບຸນພຽງ ຈັນທະວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປລາວ ປະຈໍາ ສາທາລະນະລັດ ສະຫະພາບມຽນມາ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ທ່ານ ວິນ ມ່ອງ ປະທານສະມາຄົມມິດຕະພາບ ມຽນມາ-ລາວ.ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄືນ ກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສະມາຄົມມິດຕະພາບ ລາວ-ມຽນມາ ແລະ ມຽນມາ-ລາວ
ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກ​ບ​ຣິກ​ສ​ສ້າງ​ພື້ນ​ທີ່​ການ​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ

ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກ​ບ​ຣິກ​ສ​ສ້າງ​ພື້ນ​ທີ່​ການ​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ

​ ເມື່ອ​ບໍ່​ດົນ​ມາ​ນີ້, ບ​​ຣາ​ຊິ​ນໃນ​ຖາ​ນະ​ເປັນ​ປະ​ເທ​ດ​ປະ​ທານ​ໝູນ​ວຽນ​ຂອງບ​ຣິກ​ສໄດ້​ປະ​ກາດ​ວ່າ: ຫວຽດ​ນາມໄດ້​ເຂົ້າ​ຮ່ວມ​ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກບ​ຣິກ​ສ​ດ້ວຍ​ການ​ເປັນ​ປະ​ເທ​ດ​ຄູ່​ຮ່ວມບ​ຣິກ​ສ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊ​ຽ​ນແລະປ​ະ​ເທດສະ​ມາ​ຊິກບ​ຣິກ​ສ​ນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າ​ເກົ່າ, ຈາກ​ອິນ​ໂດ​ເນ​ເຊຍ​ເຂົ້າ​ເປັນ​ປະ​ເທດ​ສະ​ມາ​ຊິກ​ບ​ຣິກ​ສ, ຮອດ​ມາ​ເລ​ເຊຍ, ໄທແລະຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​ຄູ່​ຮ່ວມບ​ຣິກ​ສກໍ​ຄືລາວ​​ທີ່ສະ​ແຫວງ​ຫາ​ການ​ຮ່ວມ​ມື​ກັບ​ບ​ຣິ​ກ​ສ​ຢ່າງ​ຕັ້ງ​ໜ້​າ.ທັງ​ໝົດ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກບ​ຣິກ​ສ​ກຳ​ລັງ​ເປີດ​ປະ​ຕູ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນເພື່ອ​ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​​ແຫ່ງການ​ພັດ​ທະ​ນາ​ທີ່ກວ້າງ​ຂວາງກວ່າ​ເກົ່າ.
ທູດລາວຍື່ນສານຕາຕັ້ງຕໍ່ເຈົ້າຈັກກະພັດ ແຫ່ງ ຍີ່ປຸ່ນ

ທູດລາວຍື່ນສານຕາຕັ້ງຕໍ່ເຈົ້າຈັກກະພັດ ແຫ່ງ ຍີ່ປຸ່ນ

ໃນຕອນເຊົ້າຂອງວັນທີ 26 ມິຖຸນາຜ່ານມານີ້, ທ່ານ ອໍາໄພ ກິນດາວົງ ໄດ້ຍື່ນສານຕາຕັ້ງຕໍ່ສົມເດັດ ນາຣູຮິໂຕະ(Naruhito)ເຈົ້າຈັກກະພັດແຫ່ງຍີ່ປຸ່ນ ທີ່ ສໍານັກພະຣາຊະວັງ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ, ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າລັດຖະບານ, ກະຊວງການຕ່າງປະເທດ, ເຈົ້າໜ້າທີ່ຂອງສຳນັກພະຣາຊະວັງຂອງຍີ່ປຸ່ນ ແລະ ພະນັກງານການທູດ ຈາກສະຖານທູດ ແຫ່ງ ສປປ ລາວ ປະຈໍາຍີ່ປຸ່ນ ຈໍານວນໜຶ່ງຕິດຕາມເຂົ້າຮ່ວມ.
ເພີ່ມເຕີມ