ພະມະຫາກະສັດ ແຫ່ງ ກຳປູເຈຍ ສົ່ງສານສະແດຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ທອງລຸນ ສີສຸລິດ

ພະມະຫາກະສັດ ແຫ່ງ ກຳປູເຈຍ ສົ່ງສານສະແດຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ທອງລຸນ ສີສຸລິດ

ໃນວັນທີ 4 ເມສາຜ່ານມາ, ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຊຶ່ງມີເນື້ອໃນວ່າ:

 

ພະນະທ່ານປະທານປະເທດທີ່ນັບຖືຢ່າງສູງ ແລະ ຮັກແພງ, ຂ້າພະເຈົ້າໄດ້ຮັບຂ່າວທີ່ແສນເສົ້າສະຫຼົດໃຈ ກ່ຽວກັບ ການມໍລະນະກຳ ຂອງ ພະນະທ່ານ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ອະດີດປະທານປະເທດ ແຫ່ງ ສປປ ລາວ ເມື່ອວັນທີ 2 ເມສາ 2025 ລວມອາຍຸ 102 ປີ.

ຂ້າພະເຈົ້າຂໍສະແດງຄວາມໂສກເສົ້າເສຍໃຈເປັນຍ່າງຍິ່ງ ຕໍ່ການມໍລະນະກຳຂອງພະນະທ່ານ ຄຳໄຕສີພັນດອນຊຶ່ງເປັນການສູນເສຍຜູ້ຊົງຄຸນວຸດທິທາງການເມືອງແຫ່ງຊາດ ແລະ ວິລະບູລຸດທີ່ດີເດັ່ນຜູ້ໜຶ່ງຂອງປະເທດ ແລະ ປະຊາຊົນລາວຊຶ່ງໃນໄລຍະຜ່ານມາພະນະທ່ານໄດ້ປະກອບສ່ວນຢ່າງຕັ້ງໜ້າໃນພາລະກິດການສ້າງສາ ແລະ ພັດທະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ສົມເດັດພະຣາຊີນີ ພະຣາຊະມານດາ ແຫ່ງຊາດຂະແມ ແລະ ຂ້າພະເຈົ້າ ພ້ອມທັງຄະນະນຳທຸກຂັ້ນ ແລະ ປະຊາຊົນ ໃນຣາຊະອານາຈັກ ກຳປູເຈຍ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນມາຍັງຄອບຄົວ ແລະ ປະຊາຊົນລາວ.

ຂ້າພະເຈົ້າ ຂໍໃຫ້ດວງວິນຍານຂອງພະນະທ່ານ ຄຳໄຕ ສີພັນດອນ ຈົ່ງໄປສູ່ສຸຄະຕິດ້ວຍເທີ້ນ.

ຄໍາເຫັນ

ແຈ້ງການ

ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ພະນະທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍ​​ຄະ​ນະ​ ຈະເດີນ​ທາງ​​ຢ້ຽມ​ຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ຢ່າ​ງ​ເປັນ​ທາງ​ການ​
ຜູ້ນຳເຮົາສົ່ງສານອວຍພອນວັນເກີດ ສະຫາຍ ໂຕເລີມ

ຜູ້ນຳເຮົາສົ່ງສານອວຍພອນວັນເກີດ ສະຫາຍ ໂຕເລີມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນ ເຖິງສະຫາຍ ໂຕເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດວັນເກີດ ຂອງ ສະຫາຍເລຂາທິການໃຫຍ່ ໂຕເລິມ ຄົບຮອບ 68 ປີ.
ຜູ້ນຳເຮົາສົ່ງສານອວຍພອນວັນຊາດມົງໂກລີ

ຜູ້ນຳເຮົາສົ່ງສານອວຍພອນວັນຊາດມົງໂກລີ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງພະນະ ທ່ານ ຄູເຣລສຸກຄ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ ໂດຍມີເນື້ອໃນວ່າ: ເນື່ອງໃນໂອກາດບຸນປະເພນີ “Naadam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 819 ປີ ແລະ ວັນໄຊຊະນະຂອງການປະຕິວັດປະຊາຊົນ ມົງໂກລີ ຄົບຮອບ 104 ປີ, ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນ ມົງໂກລີ ທຸກຖ້ວນໜ້າ.
ສານອວຍພອນວັນສ້າງຕັ້ງພັກ ປະຊາຊົນ  ກຳປູເຈຍ

ສານອວຍພອນວັນສ້າງຕັ້ງພັກ ປະຊາຊົນ ກຳປູເຈຍ

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານອວຍພອນເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ກໍາປູເຈຍ ທີ່ ນະຄອນຫຼວງພະນົມເປັນ ຊຶ່ງມີເນື້ອໃນວ່າ: ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນ ກຳປູເຈຍ ຄົບຮອບ 74 ປີ (28/6/1951-28/6/2025), ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ອວຍພອນໄຊອັນປະເສີດມາຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ, ສະມາຊິກພັກ ແລະ ປະຊາຊົນ ກຳປູເຈຍ ທຸກທົ່ວໜ້າ.
ສານອວຍພອນວັນສ້າງຕັ້ງພັກກອມມູນິດຈີນ

ສານອວຍພອນວັນສ້າງຕັ້ງພັກກອມມູນິດຈີນ

ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນ ເຖິງ ຄະນະກໍາມະການສູນກາງພັກກອມມູນິດຈີນ ເນື່ອງໃນໂອກາດວັນສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 104 ປີ ຊຶ່ງເນື້ອໃນສານລະບຸວ່າ: ເນື່ອງໃນໂອກາດວັນສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 104 ປີ (1/7/1921-1/7/2025), ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະມາຊິກພັກ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ, ສະມາຊິກພັກ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.
ຈົດໝາຍຊົມເຊີຍ

ຈົດໝາຍຊົມເຊີຍ

ວັນທີ 24 ມິຖຸນາ ຜ່ານມານີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງ ພະນະທ່ານ ຊັງຕັງຊາທາຣ ກອມບໍຈາວ (Gombojov Zandanshatar) ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ທີ່ນະຄອນຫຼວງອູລານບາຕໍ ຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈມາຍັງ ພະນະທ່ານ ໃນ​ໂອກ​າດທີ່​ໄດ້​ຮັບການ​ແຕ່ງຕັ້ງໃຫ້ດຳລົງ​ຕໍາ​ແໜ່​ງ​ເປັນນາຍົກລັດຖະມົນຕີ ​ແຫ່ງ ມົງໂກລີ ຄົນໃໝ່.
ປະທານປະເທດ ສົ່ງສານຊົມເຊີຍ ວັນປະກາດເອກະລາດ ຟີລິບປິນ

ປະທານປະເທດ ສົ່ງສານຊົມເຊີຍ ວັນປະກາດເອກະລາດ ຟີລິບປິນ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ເຟີດີນານ ໂຣມວນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຊຶ່ງມີເນື້ອໃນວ່າ:
ນາຍົກລັດຖະມົນຕີ ສົ່ງສານຊົມເຊີຍ ວັນປະກາດເອກະລາດ ຟິລິບປິນ

ນາຍົກລັດຖະມົນຕີ ສົ່ງສານຊົມເຊີຍ ວັນປະກາດເອກະລາດ ຟິລິບປິນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົຍເຊີຍ ເຖິງ ທ່ານ ເຟີດີນານ ໂຣມວນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ເນື່ອງ​ໃນ​ໂອກາດອັນສະຫງ່າລາສີ ​ວັນປະກາດເອກະລາດ ແຫ່ງ ສາທາລະນະ​ລັດ ຟີລິບປິນ ຄົບຮອບ 127 ປີ ຊຶ່ງມີເນື້ອໃນວ່າ:
ສະຫາຍເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ສົ່ງສານເສົ້າສະຫຼົດໃຈ

ສະຫາຍເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ສົ່ງສານເສົ້າສະຫຼົດໃຈ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ສະຫາຍ ໂຕເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕໍ່ການມໍລະນະກໍາຂອງ ສະຫາຍ ພົນຈັດຕະວາ ຮວີ່ງດັກເຮືອງ ອະດີດຫົວໜ້າ ຄະນະປະສານງານທົ່ວປະເທດ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເຄີຍມາປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ຊຶ່ງມີເນື້ອໃນດັ່ງນີ້:
ເພີ່ມເຕີມ