ຜົນສຳເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V

ຜົນສຳເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V

ຜົນສຳເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V
ພາຍຫຼັງດຳເນີນມາເປັນເວລາ 2 ວັນເຕັມ ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V ພາຍໃຕ້ຄໍາຂວັນ “ເພີ່ມທະວີວຽກງານຕິດຕາມ, ກວດກາ ໃຫ້ເຂັ້ມງວດຮອບດ້ານ, ຕ້ານ ແລະ ແກ້ໄຂ ການສໍ້ລາດບັງຫຼວງເດັດຂາດ, ໂປ່ງໃສ ແລະ ທັນສະໄໝ ເພື່ອການພັດທະນາປະເທດຊາດ ທີ່ຍືນຍົງ” ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 2 ກໍລະກົດ ນີ້, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ມີບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກຳມະການສົມບູນ ແລະ ສຳຮອງສູນກາງພັກ, ບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ, ຮອງລັດຖະມົນຕີ, ປະທານກຳມະການປົກຄອງນະຄອນຫຼວງ-ແຂວງ, ບັນດາສະຫາຍປະທານ, ຮອງປະທານຄະນະກວດກາພັກຈາກບັນດາກະຊວງ-ອົງການ ແລະ ນະຄອນຫຼວງ-ແຂວງ, ພະນັກງານອາວຸໂສບຳນານ,​ ພະນັກງານ-ລັດຖະກອນທົ່ວຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດເຂົ້າຮ່ວມ.
ຜນສຳເລດກອງປະຊມວຽກງານກວດກາທວປະເທດ ຄງທ V - image 1
 

 

ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນຕໍ່ເນື້ອໃນ ຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ໃນໄລຍະ 5 ປີ(2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ 2026-2030, ຮ່າງແຜນພັດທະນາວຽກງານກວດກາ 2021-2025 ແລະ ວາງທິດທາງແຜນພັດທະນາ 2026-2030 ແລະ ຮ່າງມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີການປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ການຟຸ່ມເຟືອຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ ຊຶ່ງເປັນນິຕິກໍາທີ່ສໍາຄັນຂອງພັກ. ຈາກນັ້ນ ຜູ້ແທນກອງປະຊຸມ ຂອງບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ ແລະ ແຂວງ ຍັງໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນ ຢ່າງກົງໄປກົງມາ ຕໍ່ກັບໝາກຜົນຂອງການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາພັກ, ກວດກາລັດ ແລະ ວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃນໄລຍະຜ່ານມາ ໄດ້ຍົກໃຫ້ເຫັນຜົນສຳເລັດດ້ານດີ ທີ່ຕ້ອງສືບຕໍ່ເສີມຂະຫຍາຍ ແລະ ຈຸດອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນ ທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂຢ່າງຈິງຈັງ, ເດັດຂາດໃນຕໍ່ໜ້າ.

ກອງປະຊຸມໄດ້ເຫັນດີເປັນເອກະພາບຕໍ່ກັບທິດທາງ, ຄາດໝາຍສູ້ຊົນ ແລະ ມາດຕະການຈັດຕັ້ງປະຕິບັດວຽກງານກວດກາໃນຕໍ່ໜ້າ ເພືື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນວຽກງານກວດກາໃນຊຸມປີຕໍ່ໜ້າ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຊຶ່ງໃນບາງຕອນສະຫາຍໄດ້ກ່າວວ່າ: ການກວດກາ ແມ່ນການຊອກໃຫ້ເຫັນຈຸດດີ, ສິ່ງຕັ້ງໜ້າ ເພື່ອສົ່ງເສີມໃຫ້ເປັນການຕໍ່ຍອດ ຂອງບົດຮຽນທີ່ດີ ໃຫ້ກວ້າງອອກ ໃນພາຍພາກໜ້າ ແລະ ໃນເວລາດຽວກັນນັ້ນ, ເປົ້າໝາຍທີ່ສຳຄັນໜຶ່ງອີກແມ່ນກວດໃຫ້ເຫັນຈຸດບົກຜ່ອງ, ການລະເມີດລະບຽບກົດໝາຍທີ່ເກີດຂຶ້ນໃນກໍລະນີຕ່າງໆ ມັນໄດ້ສ້າງຜົນເສຍຫາຍຫຍັງຂຶ້ນຕໍ່ສ່ວນລວມ, ຕໍ່ການຈັດຕັ້ງ, ຕໍ່ບຸກຄົນ, ລະເມີດສິດທິຂອງປະຊາຊົນ, ສ້າງຜົນກະທົບຕໍ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນໜ້ອຍຫຼາຍປານໃດ. ສິ່ງດັ່ງກ່າວພວກເຮົາມີຄວາມຈຳເປັນຕ້ອງຊອກໃຫ້ເຫັນຜູ້ກະທຳຜິດ, ຊອກໃຫ້ເຫັນສາເຫດຂອງການກະທຳຜິດ, ຊອກໃຫ້ເຫັນສິ່ງຈູງໃຈຂອງບຸກຄົນ ແລະ ການຈັດຕັ້ງທີ່ມີການກະທຳຜິດ, ການລະເມີດແນວທາງ, ລະເມີດກົດໝາຍໃຫ້ໄດ້. ການກວດກາ, “ບໍ່ຄວນໃຫ້ມີເຂດຫວງຫ້າມ ແລະ ບໍ່ຄວນໃຫ້ມີຂໍ້ຍົກເວັ້ນ.

ເພື່ອເຮັດໃຫ້ການກວດກາມີປະສິດທິພາບ ແລະ ມີຄວາມສັກສິດ ອົງການທີ່ຮັບຜິດຊອບວຽກງານນີ້ຕ້ອງປັບປຸງເນື້ອໃນຮູບການ ແລະ ວິທີການກວດກາ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ, ສືບຕໍ່ກວດກາບັນດາເປົ້າໝາຍ ທີ່ປະຕິບັດຍັງບໍ່ທັນສຳເລັດໃຫ້ສໍາເລັດ. ກວດເຫັນຕ້ອງສະຫຼຸບລາຍງານ ແລະ ສະເໜີທິດທາງແກ້ໄຂໄປພ້ອມ, ກໍລະນີໃດຕ້ອງລົງວິໄນ, ກໍລະນີໃດ ຕ້ອງສະເໜີໃຫ້ໄອຍະການປະຊາຊົນ ສັ່ງຟ້ອງສານ, ເມື່ອສັ່ງຟ້ອງແລ້ວ ຕ້ອງຕິດຕາມການດຳເນີນຄະດີ ໃຫ້ເຖິງກົກເຖິງຮາກ. ຄວນແກ້ໄຂບັນຫາທີ່ຄ້າງຄາ ທີ່ເຄີຍປະຕິບັດມາ ເຊັ່ນ: ຄະດີທີ່ຍັງຄ້າງຢູ່ກັບໄອຍະການ ກໍຊ້າແລ້ວ ແຕ່ເມື່ອຄະດີໄປເຖິງສານ, ກໍໄປຄ້າງຢູ່ກັບສານ, ບໍ່ຕັດສິນຈັກເທື່ອ... ໃນກໍລະນີສານຕັດສິນແລ້ວ ການປະຕິບັດຄຳຕັດສິນຂອງສານ ກໍບໍ່ໄປ, ບໍ່ມາ, ແກ່ຍາວ. ພວກເຮົາບໍ່ສາມາດປະປ່ອຍໃຫ້ສະພາບແນວນີ້ດຳເນີນຕໍ່ໄປໄດ້ອີກແລ້ວ, ເຖິງເວລາທີ່ບໍ່ສາມາດລັງເລ, ຢຸດໆຢ່ອນໆ ຕໍ່ໄປອີກແລ້ວ.ໃນຂະນະດຽວກັນ ກໍເອົາໃຈໃສ່ສ້າງ ແລະ ປັບປຸງບັນດານິຕິກໍາ ທີ່ຈໍາເປັນ ກ່ຽວກັບວຽກງານກວດກາ, ຕ້ານການສໍ້ລາດບັງຫຼວງ ແລະ ສິ່ງຫຍໍ້ທໍ້ຕ່າງໆ ທັງຕ້ອງໂຄສະນາ, ເຜີຍແຜ່ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ລວມທັງການເຜີຍແຜ່ຜົນການກວດກາ ແລະ ການແກ້ໄຂຜົນການກວດກາ ໃຫ້ທົ່ວສັງຄົມໄດ້ຮັບຮູ້ເຫັນໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງ ເພື່ອກ້າວໄປເຖິງເຮັດໃຫ້ຄົນມີຈິດສຳນຶກມີຄວາມສັດຊື່ສຸດຈະລິດ ທີ່ “ບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ... ອີກຕໍ່ໄປ” ແລະ ມື້ນີ້ ຂໍສະເໜີວ່າ: ອົງການກວດກາ ແຕ່ເທິງລົງລຸ່ມ ກໍບໍ່ເຮັດໃຫ້ເປັນສະໜາມຕໍ່ລອງ “ຈາກອັນຜິດ ໃຫ້ກາຍເປັນຖືກ”. ໃນເວລາດຽວກັນ, ຕ້ອງປັບປຸງອົງການຈັດຕັ້ງໃຫ້ເຂັ້ມແຂງ ໄປຄວບຄູ່ກັບການປັບປຸງບັນດາອົງການທີ່ເຮັດວຽກຍຸຕິທຳຂອງລັດໃຫ້ເຂັ້ມແຂງ, ປັບປຸງສະພາທະນາຍຄວາມໃຫ້ໂປ່ງໃສ, ເຄັ່ງຄັດຕໍ່ຫຼັກການ, ຫັນເປັນທັນສະໄໝ ແລະ ມີຄວາມຍຸຕິທຳຢ່າງແທ້ຈິງ. ຕ້ອງເດັດດ່ຽວແກ້ໄຂພະນັກງານກວດກາທີ່ລະເມີດລະບຽບວິໄນ ແລະ ຕ້ອງກໍ່ສ້າງ ແລະ ໃຫ້ໂອກາດພະນັກງານທີ່ຊື່ສັດບໍລິສຸດ, ປົກປ້ອງພະນັກງານ ທີ່ເປັນແບບຢ່າງທີ່ດີ, ເສຍສະຫຼະ ເພື່ອວຽກງານ ແລະ ເພື່ອສ່ວນລວມໃຫ້ໄດ້. ບໍ່ໃຫ້ຖືກປັດເຂ່ຍອອກຕ້ອງປ້ອງກັນ ແລະ ສົ່ງເສີມ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ