ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນ

ຜູ້ນຳເຮົາສົ່ງສານອວຍພອນວັນຊາດອິນໂດເນເຊຍ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ໂຈໂກ ວິໂດໂດ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ

 ໂດຍມີເນື້ອໃນວ່າ:

ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ສົ່ງພອນໄຊອັນປະເສີດມາຍັງພະນະທ່ານ ແລະ ປະຊາຊົນອິນໂດເນເຊຍເພື່ອນມິດທຸກຖ້ວນໜ້າເນື່ອງໃນໂອກາດວັນຊາດແຫ່ງ ສາທາລະນະລັດອິນໂດເນເຊຍຄົບຮອບ 79 ປີ.

ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືສອງຝ່າຍທີ່ດີລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນໂດເນເຊຍ ໄດ້ສືບຕໍ່ຂະຫຍາຍຕົວຢ່າງຮອບດ້ານຕະຫຼອດໄລຍະ 6 ທົດສະວັດກວ່າຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ການຮ່ວມມືທີ່ດີ ລະຫວ່າງ ລາວ-ອິນໂດເນເຊຍ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະໃນຄອບຄົວອາຊຽນ ຈະສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດອັນແທ້ຈິງ ມາສູ່ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງ ພະນະທ່ານ ແລະ ຂໍໃຫ້ປະຊາຊົນ ອິນໂດເນເຊຍຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.

ໃນໂອກາດດັ່ງກ່າວ ພະນະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ໂຈໂກ ວິໂດໂດ ປະທານາທິບໍດີແຫ່ງ ສາທາລະນະລັດ ອິນໂດເນເຊຍ ແລະ ພະນະ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງເຊັ່ນດຽວກັນ.

ຄໍາເຫັນ

ແຈ້ງການ

ແຈ້ງ​ການກອງ​ປະ​ຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມມູນິດຫວຽດນາມ ຊຸດ​ທີ XIII

ແຈ້ງ​ການກອງ​ປະ​ຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມມູນິດຫວຽດນາມ ຊຸດ​ທີ XIII

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 20 ກໍລະກົດ ຜ່ານມາວ່າ: ກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII ໄດ້ຈັດກອງປະຊຸມໃນວັນທີ 18 ກໍລະກົດ ຫາ ວັນທີ 19 ກໍລະກົດ 2025 ຢູ່ນະຄອນຫຼວງຮ່າໂນ້ຍ. ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເປັນປະທານ ແລະ ກ່າວຄຳເຫັນເປີດ ແລະ ປິດກອງປະຊຸມ.
ແຈ້ງ​ການ​ກະຊວງການຕ່າງປະເທດ

ແຈ້ງ​ການ​ກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງພະນະທ່ານ ປຣາກ ໂຊຄົນຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງຣາຊະອານາຈັກກໍາປູເຈຍ,
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ພະນະທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍ​​ຄະ​ນະ​ ຈະເດີນ​ທາງ​​ຢ້ຽມ​ຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ຢ່າ​ງ​ເປັນ​ທາງ​ການ​
ຜູ້ນຳເຮົາສົ່ງສານອວຍພອນວັນເກີດ ສະຫາຍ ໂຕເລີມ

ຜູ້ນຳເຮົາສົ່ງສານອວຍພອນວັນເກີດ ສະຫາຍ ໂຕເລີມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນ ເຖິງສະຫາຍ ໂຕເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດວັນເກີດ ຂອງ ສະຫາຍເລຂາທິການໃຫຍ່ ໂຕເລິມ ຄົບຮອບ 68 ປີ.
ຜູ້ນຳເຮົາສົ່ງສານອວຍພອນວັນຊາດມົງໂກລີ

ຜູ້ນຳເຮົາສົ່ງສານອວຍພອນວັນຊາດມົງໂກລີ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງພະນະ ທ່ານ ຄູເຣລສຸກຄ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ ໂດຍມີເນື້ອໃນວ່າ: ເນື່ອງໃນໂອກາດບຸນປະເພນີ “Naadam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 819 ປີ ແລະ ວັນໄຊຊະນະຂອງການປະຕິວັດປະຊາຊົນ ມົງໂກລີ ຄົບຮອບ 104 ປີ, ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນ ມົງໂກລີ ທຸກຖ້ວນໜ້າ.
ສານອວຍພອນວັນສ້າງຕັ້ງພັກ ປະຊາຊົນ  ກຳປູເຈຍ

ສານອວຍພອນວັນສ້າງຕັ້ງພັກ ປະຊາຊົນ ກຳປູເຈຍ

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານອວຍພອນເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ກໍາປູເຈຍ ທີ່ ນະຄອນຫຼວງພະນົມເປັນ ຊຶ່ງມີເນື້ອໃນວ່າ: ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນ ກຳປູເຈຍ ຄົບຮອບ 74 ປີ (28/6/1951-28/6/2025), ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ອວຍພອນໄຊອັນປະເສີດມາຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ, ສະມາຊິກພັກ ແລະ ປະຊາຊົນ ກຳປູເຈຍ ທຸກທົ່ວໜ້າ.
ສານອວຍພອນວັນສ້າງຕັ້ງພັກກອມມູນິດຈີນ

ສານອວຍພອນວັນສ້າງຕັ້ງພັກກອມມູນິດຈີນ

ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນ ເຖິງ ຄະນະກໍາມະການສູນກາງພັກກອມມູນິດຈີນ ເນື່ອງໃນໂອກາດວັນສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 104 ປີ ຊຶ່ງເນື້ອໃນສານລະບຸວ່າ: ເນື່ອງໃນໂອກາດວັນສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 104 ປີ (1/7/1921-1/7/2025), ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະມາຊິກພັກ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ, ສະມາຊິກພັກ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.
ຈົດໝາຍຊົມເຊີຍ

ຈົດໝາຍຊົມເຊີຍ

ວັນທີ 24 ມິຖຸນາ ຜ່ານມານີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງ ພະນະທ່ານ ຊັງຕັງຊາທາຣ ກອມບໍຈາວ (Gombojov Zandanshatar) ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ທີ່ນະຄອນຫຼວງອູລານບາຕໍ ຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈມາຍັງ ພະນະທ່ານ ໃນ​ໂອກ​າດທີ່​ໄດ້​ຮັບການ​ແຕ່ງຕັ້ງໃຫ້ດຳລົງ​ຕໍາ​ແໜ່​ງ​ເປັນນາຍົກລັດຖະມົນຕີ ​ແຫ່ງ ມົງໂກລີ ຄົນໃໝ່.
ປະທານປະເທດ ສົ່ງສານຊົມເຊີຍ ວັນປະກາດເອກະລາດ ຟີລິບປິນ

ປະທານປະເທດ ສົ່ງສານຊົມເຊີຍ ວັນປະກາດເອກະລາດ ຟີລິບປິນ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ເຟີດີນານ ໂຣມວນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຊຶ່ງມີເນື້ອໃນວ່າ:
ເພີ່ມເຕີມ