ຜູ້ນຳເຮົາສົ່ງສານຊົມເຊີຍປະທານາທິບໍດີສະມາພັນທະລັດສະວິດ

ພະນະທ່ານ ທອງລຸນ ສີສຸລິດ ປະທານນປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງພະນະທ່ານນາງ ວີໂອລາ ອາມແອກປະທານາທິບໍດີແຫ່ງສະມາພັນທະລັດສະວິດໂດຍມີເນື້ອໃນວ່າ:
ໃນນາມປະຊາຊົນລາວແລະໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຍິນດີ ແລະ ສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງພະນະທ່ານ ເນື່ອງໃນໂອກາດທີ່ພະນະທ່ານໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານາທິບໍດີແຫ່ງສະມາພັນທະລັດ ສະວິດ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າດ້ວຍບົດຮຽນ ແລະ ປະສົບການອັນອຸດົມສົມບູນແຫ່ງການນຳພາ ຂອງພະນະທ່ານ,ສະມາພັນທະລັດ ສະວິດຈະສືບຕໍ່ໄດ້ຮັບການພັດທະນາໃຫ້ຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ. ຂ້າພະເຈົ້າ ມີຄວາມຍິນດີທີ່ຈະເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນ ມິດຕະພາບແລະການຮ່ວມມືອັນດີ ລະຫວ່າງ ສອງປະເທດພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ປະສົບຜົນສຳເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ ແລະ ປະຊາຊົນສະວິດເພື່ອນມິດສືບຕໍ່ມີຄວາມຜາສຸກແລະ ວັດທະນະຖາວອນ.

ຄໍາເຫັນ

ແຈ້ງການ

ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ
ຮັກສາການປະມຸກລັດແຫ່ງ ລາຊະອານາຈັກ ກຳປູເຈຍ  ສົ່ງສານເສົ້າສະຫຼົດໃຈ ເຖິງ ພະນະທ່ານ ສອນໄຊ ສີພັນດອນ

ຮັກສາການປະມຸກລັດແຫ່ງ ລາຊະອານາຈັກ ກຳປູເຈຍ ສົ່ງສານເສົ້າສະຫຼົດໃຈ ເຖິງ ພະນະທ່ານ ສອນໄຊ ສີພັນດອນ

ໃນວັນທີ 3 ເມສາ ຜ່ານມາ ທີ່ພະນົມເປັນ, ສົມເດັດອັກຄະມະຫາເສນາບໍດີເຕໂຈຮຸນແຊນຮັກສາການປະມຸກລັດແຫ່ງຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານສອນໄຊສີພັນດອນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຊຶ່ງມີເນື້ອໃນວ່າ:
ພະມະຫາກະສັດ ແຫ່ງ ກຳປູເຈຍ ສົ່ງສານສະແດຄວາມເສົ້າສະຫຼົດໃຈ  ເຖິງ ພະນະທ່ານ ທອງລຸນ ສີສຸລິດ

ພະມະຫາກະສັດ ແຫ່ງ ກຳປູເຈຍ ສົ່ງສານສະແດຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ທອງລຸນ ສີສຸລິດ

ໃນວັນທີ 4 ເມສາຜ່ານມາ, ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຊຶ່ງມີເນື້ອໃນວ່າ:
ສົມເດັດພະເທບ ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ສອນໄຊ ສີພັນດອນ

ສົມເດັດພະເທບ ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ສອນໄຊ ສີພັນດອນ

ໃນວັນທີ 4 ເມສາ ຜ່ານມາ ທີ່ສໍານັກພະຣາຊະວັງຈິດຕະຣະດາບາງກອກ ປະເທດໄທ; ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາດຊະກຸມາຣີ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ຊຶ່ງມີເນື້ອໃນວ່າ:
ສານອວຍພອນຂອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ

ສານອວຍພອນຂອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມໄດ້ສົ່ງສານອວຍພອນ ເຖິງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໂດຍມີເນື້ອໃນດັ່ງນີ້:
ສານອວຍພອນຂອງ ຄະນະກໍາມະການສູນກາງພັກກອມມູນິດຈີນ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ

ສານອວຍພອນຂອງ ຄະນະກໍາມະການສູນກາງພັກກອມມູນິດຈີນ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025),ຄະນະກໍາມະການສູນກາງພັກກອມມູນິດຈີນໄດ້ສົ່ງສານອວຍພອນ
ສານອວຍພອນບຸນປີໃໝ່ຈີນ

ສານອວຍພອນບຸນປີໃໝ່ຈີນ

ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊາດຈີນ ປະຈໍາປີ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ສີ ຈິ້ນຜິງ
ສານອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ

ສານອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ

ເນື່ອງໃນໂອກາດ ຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມ ປີມະເສັງ 2025, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ພະນະທ່ານທອງລຸນ ສີສຸລິດປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ຄູເຣລສຸກຄ ໂອຄະນາປະທານາທິບໍດີ ແຫ່ງ ມົງໂກລີ ທີ່ ນະຄອນຫຼວງ ອູລານບາຕໍ ຊຶ່ງມີເນື້ອໃນວ່າ:
ສານສະແດງຄວາມເຫັນໃຈ

ສານສະແດງຄວາມເຫັນໃຈ

ໃນວັນທີ 17 ຜ່ານມານີ້,ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ພະນະທ່ານ ໂຈເຊັບ ໄບເດັນປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ທີ່ວໍຊິງຕັນດີຊີຊຶ່ງມີເນື້ອໃນວ່າ:
ເພີ່ມເຕີມ