ປີ 2024 ເມືອງພຽງ ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ໃຫ້ປະກົດເປັນຈິງ

ປີ 2024 ເມືອງພຽງ ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ໃຫ້ປະກົດເປັນຈິງ
ໂດຍ:ວັນໄຊ ຕະວິນຍານ
ປີ 2024 ນີ້, ເປັນປີສຸດທ້າຍຂອງໂຄງການດໍາເນີນງານ 5 ປີ ຂອງຄະນະບໍລິຫານງານພັກ ກໍຄື ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງພຽງ ແຂວງໄຊຍະບູລີ ທາງເມືອງຈຶ່ງວາງທິດທາງແຜນການເພື່ອສູ້ຊົນປະຕິບັດໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.
ສະຫາຍ ເສີດ ແສງສຸລີນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ-ເຈົ້າເມືອງພຽງ ກ່າວວ່າ: ເພື່ອເຮັດໃຫ້ສໍາເລັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງ. ໃນປີ 2024 ນີ້, ເມືອງຈະສຸມໃສ່ດໍາເນີນກອງປະຊຸມໃຫຍ່ໜ່ວຍພັກຂັ້ນຮາກຖານສໍານັກງານ ພາຍໃນເມືອງໃຫ້ສໍາເສັດ. ໄປພ້ອມກັບການຈັດພິທີສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາທົ່ວເມືອງ, ດໍາເນີນກອງປະຊຸມໃຫຍ່ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ໃຫ້ສໍາເລັດ ພ້ອມທັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິ VIII ຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ 8 ພ້ອມທັງຍູ້ຂະບວນການດ້ານຕ່າງໆ ເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງຄັ້ງທີ IX. ເພື່ອຈະສືບຕໍ່ຮັບປະກັນໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ບໍ່ໃຫ້ເກີດເຫດການທີ່ຮ້າຍແຮງໃດໆເກີດຂຶ້ນ, ເມືອງຈະເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃນໄລຍະກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ ຄັ້ງທີ IX ໃຫ້ຮັບປະກັນຄວາມປອດໄພ 100%.
     ດ້ານເສດຖະກິດຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງຢູ່ໃນລະດັບ 8,3% ລວມຍອດລາຍຮັບພາຍໃນເມືອງໃຫ້ໄດ້ 1.854 ຕື້ກີບ ສະເລ່ຍໃສ່ຫົວຄົນໜຶ່ງໃຫ້ໄດ້ 3.242 ໂດລາ/ຄົນ/ປີ ຂຶ້ນໄປ. ຄາດຄະເນລາຍຮັບດ້ານກະສິກໍາ-ປ່າໄມ້ ຈະເພີ້ມຂຶ້ນ 6,8%. ດ້ານອຸດສາຫະກໍາ-ຫັດຖະກໍາ ເພີ່ມຂຶ້ນ 14,2% ແລະ ດ້ານບໍລິການ-ການຄ້າ ເພີ່ມຂຶ້ນ 12,2%. ສູ້ຊົນຈັດເກັບລາຍຮັບໃຫ້ໄດ້ 4.400 ລ້ານກີບ. ໃນນີ້, ໄດ້ຈາກສ່ວຍສາອາກອນ 4.100 ລ້ານກີບ, ຊັບສິນ 200 ລ້ານກີບ, ປະຕິບັດລາຍຈ່າຍໃຫ້ໄດ້ 3.455 ລ້ານກີບ, ດຸ່ນດ່ຽງໃຫ້ແຂວງ 945 ລ້ານກີບ. ສູ້ຊົນຜະລິດເຂົ້າໃຫ້ບັນລຸ 43.561 ໂຕ່ນ, ໃນເນື້ອທີ 8.587 ເຮັກຕາ, ສະມັດຕະພາບສະເລ່ຍ ໃຫ້ໄດ້ 5,3 ໂຕ່ນ/ເຮັກຕາ. ໃນນີ້, ນາປີໃຫ້ໄດ້ 6.887 ເຮັກຕາ, ສະມັດຕະພາບ 5,3ໂຕນ/ເຮັກຕາ, ຄາດໝາຍຜົນຜະລິດປະມານ 36.501ໂຕ່ນ. ເຂົ້ານາແຊງໃຫ້ໄດ້ 1.000 ເຮັກຕາ, ສະມັດຕະພາບ 4,9 ໂຕນ/ເຮັກຕາ, ຄາດ  ໝາຍຜົນຜະລິດປະມານ 4.900 ໂຕ່ນ, ເຂົ້ານາຊອນ 100 ເຮັກຕາ ສະມັດຕະພາບ 5 ໂຕນ/ເຮັກຕາ, ຄາດຫນາຍຜົນຜະລິດປະມານ 500 ໂຕ່ນ, ເຂົ້າໄຮ່ໃຫ້ໄດ້ 600 ເຮັກຕາ, ສະມັດຕະພາບ 2,6 ໂຕນ/ເຮັກຕາ, ຄາດໝາຍຜົນຜະລິດປະມານ 1.560 ໂຕ່ນ; ສະເລ່ຍໃສ່ຫົວຄົນໄດ້ 658 ກິໂລ/ຄົນ/ປີ.ສູ້ຊົນຜະລິດພືດເປັນສິນຄ້າໃຫ້ໄດ້ 450.110 ໂຕ່ນ ໃນເນື້ອທີ 18.000 ເຮັກຕາ, ຄາດຄະເນສະມັດຕະພາບ 23,69 ໂຕນ/ເຮັກຕາ, ຊຸກຍູ້ການລ້ຽງສັດເພື່ອສົ່ງອອກໃຫ້ໄດ້ 43.000ໂຕ, ຊຸກຍູ້ຊາວກະສິກອນຜູ້ລ້ຽງສັດທີ່ໄດ້ມາດຕະຖານຟາມຂຶ້ນທະບຽນເປັນຟາມໃຫ້ໄດ້ 10 ຟາມ, ສົ່ງເສີມການລ້ຽງສັດແບບເປັນກຸ່ມເປັນຟາມຕິດພັນກັບການປູກຫຍ້າໃຫ້ຫຼາຍຂຶ້ນ, ເຮັດໃຫ້ຝູງສັດລ້ຽງເພີ່ມຂຶ້ນ 209.201 ໂຕ, ສາມາດຕອບສະໜອງທາດຊີ້ນໃຫ້ໄດ້ 57 ກິໂລ/ຄົນ/ປີ; ປູກໄມ້ຟື້ນຟູປ່າໃຫ້ໄດ້ 3.606,6 ເຮັກຕາ. ຊຸກຍູ້ ສົ່ງເສີມຜະລິດຕະພັນ ເພື່ອຊົມໃຊ້ຢູ່ພາຍໃນເມືອງ ລຸດຜ່ອນການນໍາເຂົ້າທີ່ບໍ່ຈໍາເປັນ, ສະກັດກັ້ນການຈໍາໜ່າຍສິນຄ້າເກືອດຫ້າມ, ສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງ, ຊຸກຍູ້ສົ່ງເສີມຢ່າງແຂງແຮງການສົ່ງອອກສີນຄ້າ ໃຫ້ບັນລຸ 240 ຕື້ກີບ ແລະ ຄຸ້ມຄອງການນໍາເຂົ້າສີ້ນຄ້າບໍ່ໃຫ້ເກີນ 230 ຕື້ກີບ. ຊຸກຍູ້ໂຄງການທີ່ພວມຈັດຕັ້ງປະຕິບັດ ແລະ ຍັງບໍ່ທັນປະຕິບັດ ແຕ່ໄດ້ເອົາເຂົ້າແຜນແລ້ວ ໃຫ້ໄດ້ຈັດຕັ້ງປະຕິບັດໄປຕາມແຜນ ໂດຍສະເພາະແມ່ນ ເສັ້ນທາງເຂົ້າຫາບ້ານ, ເສັ້ນທາງຮ່ອມ, ກະກຽມ ແລະ ກໍ່ສາງເສັ້ນທາງປູເບຕົງ ຢູ່ບ້ານນາໂສມ ແລະ ບ້ານນາບວມ, ຂະຫຍາຍຜັງບ້ານນາແວນ, ອາຄານໂຮງຮຽນ. ເອົາໃຈໃສ່ຄຸ້ມຄອງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າສູ່ລະບຽບຫຼັກການຢ່າງເຂັ້ມງວດ.ຂຶ້ນທະບຽນພິສູດຫຼັກຖານອອກໃບຕາດິນຖາວອນ ໃຫ້ໄດ້ 1.000 ຕອນ, ຂຶ້ນສໍາມະໂນທີ່ດິນໃໝ່ໃຫ້ໄດ້ 10.000 ຕອນ, ສໍາຫຼວດວັດແທກການຮັບຮູ້ສິດນໍາໃຊ້ທີ່ດິນຂອງປະຊາຊົນໃນ 3 ປະເພດປ່າ ໃຫ້ໄດ້ 2 ບ້ານຄື: ບ້ານດອນຕິ້ວ ແລະ ບ້ານປາກຊອງ. ກວດກາດິນ 8 ປະເພດ ຕິດພັນກັບການປັບປຸງສໍາມະໂນທີ່ດິນໃຫ້ໄດ້ 4 ບ້ານ, ອອກໃບຢັ້ງຍືນສິ່ງແວດລ້ອມໃຫ້ໄດ້ 50 ຫົວໜ່ວຍ. ສູ້ຊົນປະຕິບັດຄາດໝາຍດ້ານການສຶກສາ 6 ຕົວຊີ້ວັດທີ່ຍັງບໍ່ທັນບັນລຸ, ສືບຕໍ່ປະຕິບັດບັນດາຄາດໝາຍສູ້ຊົນທາງດ້ານສາທາລະນະສຸກຈໍານວນ 1 ຕົວຊີ້ວັດ ທີ່ຍັງບໍ່ບັນລຸ. ລະດົມເງິນກອງທຶນສັງຄົມສົງເຄາະຂັ້ນເມືອງໃຫ້ໄດ້ຕາມຄາດໝາຍ, ເຝິກອົບຮົມວິຊາຊີບ ແລະ ພັດທະນາສີມືແຮງງານໃຫ້ແຮງງານລາວໃຫ້ໄດ້ 40 ຄົນ, ຈັດຫາວຽກເຮັດງານທໍາໃຫ້ໄດ້ 200 ຄົນ. ສືບຕໍ່ກວດກາ ແລະ ປະເມີນຜົນບັນດາຂໍ້ແຂ່ງຂັນ ແລະ ນາມມະຍົດຂອງອົງການຈັດຕັ້ງມະຫາຊົນ. ຊຸກຍູ້ການປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງໜວຍຊາວໜຸ່ມໃຫ້ໄດ້ 95%, 3 ດີຂອງແມ່ຍິງ, 5 ເປັນເຈົ້າຂອງກໍາມະບານ ແລະ 6 ຮັກສາຂອງສະຫະພັນນັກຮົບເກົ່າ ພ້ອມທັງຂະຫຍາຍ ແລະ ປັບປຸງການຈັດຕັ້ງທີ່ເຫັນວ່າມີຄວາມຫຍຸ້ງຍາກ ຕິດພັນກັບການປະຕິບັດນະໂຍບາຍຊ່ວຍເຫຼືອກັນຢ່າງທົ່ວເຖີງ. ລົງໂຄສະນາເຜີຍແຜ່ກົດຫນາຍໃຫ້ໄດ້ 10 ບ້ານ ແລະ ວຽກອື່ນໆ ທີຍັງບໍ່ທັນສໍາເລັດ.

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ