ສະຫາຍເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ສົ່ງສານເສົ້າສະຫຼົດໃຈ

ສະຫາຍເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ສົ່ງສານເສົ້າສະຫຼົດໃຈ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ສະຫາຍ ໂຕເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕໍ່ການມໍລະນະກໍາຂອງ ສະຫາຍ ພົນຈັດຕະວາ ຮວີ່ງດັກເຮືອງ ອະດີດຫົວໜ້າ ຄະນະປະສານງານທົ່ວປະເທດ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເຄີຍມາປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ຊຶ່ງມີເນື້ອໃນດັ່ງນີ້:

 

ຂ້າພະເຈົ້າ ມີຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວວ່າ: ສະຫາຍ ພົນຈັດຕະວາ ຮວີ່ງດັກເຮືອງ ອະດີດຫົວໜ້າ ຄະນະປະສານງານທົ່ວປະເທດ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເຄີຍມາປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 11 ມິຖຸນາ 2025 ຜ່ານມາ.

ສະຫາຍ ພົນຈັດຕະວາ ຮວີ່ງດັກເຮືອງ ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນ ຢ່າງບໍ່ຮູ້ອິດເມື່ອຍເຂົ້າໃນການເຄື່ອນໄຫວພາລະກິດການປະຕິວັດຂອງຫວຽດນາມ. ພ້ອມດຽວກັນ, ສະຫາຍຍັງໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດການປະຕິວັດຢູ່ລາວ ຊຶ່ງສະຫາຍໄດ້ຮັບມອບໝາຍໃຫ້ເປັນທີ່ປຶກສາຂອງ ປະທານ ໄກສອນ ພົມວິຫານ, ປະທານ ຄໍາໄຕ ສີພັນດອນ ແລະ ມີຄວາມໃກ້ຊິດຕິດແທດກັບ ພັກ, ລັດ ແລະ ປະຊາຊົນລາວ, ໃນຕະຫຼອດຊີວິດການເຄື່ອນໄຫວຂອງ ສະຫາຍ ແມ່ນໄດ້ອຸທິດແກ່ການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ພັດທະນາຍິ່ງໆຂຶ້ນ.

ການຈາກໄປຂອງ ສະຫາຍ ພົນຈັດຕະວາ ຮວີ່ງດັກເຮືອງ ບໍ່ພຽງແຕ່ເປັນການສູນເສຍນັກປະຕິວັດທີ່ກ້າແກ່ນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ແຕ່ຍັງເປັນການສູນເສຍເພື່ອນຜູ້ສະໜິດສະໜົມ, ໃກ້ຊິດຕິດແທດທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຂອງພວກຂ້າພະເຈົ້າອີກດ້ວຍ. ໃນເວລາອັນໂສກເສົ້າເສຍດາຍນີ້, ຕາງໜ້າ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມໂສກເສົ້າເສຍດາຍ, ອາໄລອາວອນ ແລະ ຂໍແບ່ງປັນຄວາມທຸກໂສກມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ພ້ອມດ້ວຍຄອບຄົວ ສະຫາຍ ພົນຈັດຕະວາ ຮວິ່ງດັກເຮືອງ ມານະໂອກາດນີ້ດ້ວຍ.

ຄໍາເຫັນ

ແຈ້ງການ

ສານອວຍພອນວັນຊາດກຳປູເຈຍ

ສານອວຍພອນວັນຊາດກຳປູເຈຍ

ວັນ​ທີ 9 ພະຈິກ 2026, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານອວຍພອນ ເຖິງພະ​ບາດ ສົມ​ເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີພະ​ມະຫາ​ກະສັດ ​ແຫ່ງຣາຊະ​ອານາຈັກກໍາປູ​ເຈຍ ທີ່ນະຄອນຫຼວງ​ພະນົມ​ເປັນ ຊຶ່ງມີເນື້ອໃນວ່າ:ພະ​ບາດສົມ​ເດັດ;ເນື່ອງ​ໃນ​ໂອກາດ​ວັນ​ປະກາດ​ເອ​ກະລາດ ແຫ່ງ ຣາຊະ​ອານາຈັກກໍາປູ​ເຈຍທີ່ຈະໄດ້ໝູນວຽນມາຄົບຮອບ73ປີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະ​ເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍ​ສົ່ງ​ຄໍາ​ຊົມເຊີຍອັນ​ອົບອຸ່ນ ​ແລະພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງພະ​ບາດສົມ​ເດັດແລະປະຊາຊົນ​ກໍາປູ​ເຈຍ ອ້າຍນ້ອງ ທຸກ​ຖ້ວນ​ໜ້າ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ, ພະນະທ່ານ ທອງສະຫວັນ ພົມວິຫານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຈະເດີນທາງໄປຢ້ຽມຢາມ ສາທາລະນະລັດເບລາຣຸດຊີຢ່າງເປັນທາງການ
ສານຊົມເຊີຍ

ສານຊົມເຊີຍ

ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍແຫ່ງ ບຣູໄນ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ເນື່ອງໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການເລືອກຕັ້ງດັ່ງກ່າວສະແດງໃຫ້ເຫັນເຖິງການປະກອບສ່ວນສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ ພະນະທ່ານ ໃນການຮັກສາສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ.
ສານສະແດງຄວາມເຫັນໃຈ

ສານສະແດງຄວາມເຫັນໃຈ

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ
ສານອວຍພອນວັນຊາດ ສປ ຈີນ

ສານອວຍພອນວັນຊາດ ສປ ຈີນ

ວັນທີ 1 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ. ທີ່ ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນວ່າ:
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ,​
ເພີ່ມເຕີມ