ສະຫຼອງຜົນສໍາເລັດໂຄງການລຶບລ້າງການຕາບອດຈາກພະຍາດແກ່ນຕາຂຸ້ນ

ສະຫຼອງຜົນສໍາເລັດໂຄງການລຶບລ້າງການຕາບອດຈາກພະຍາດແກ່ນຕາຂຸ້ນ

ສະຫຼອງຜົນສໍາເລັດໂຄງການລຶບລ້າງການຕາບອດຈາກພະຍາດແກ່ນຕາຂຸ້ນ
ພິທີສະເຫຼີມສະຫຼອງຜົນສໍາເລັດ “ໂຄງການລຶບລ້າງການຕາບອດຈາກພະຍາດແກ່ນຕາຂຸ້ນ” (2019- 2025) ລະຫວ່າງມູນນິທິຊ່ວຍເຫຼືອຊຶ່ງກັນ ແລະ ກັນ (GX FOUNDATION) ຮົງກົງ ສປ ຈີນ ແລະ ກະ ຊວງສາທາລະນະສຸກແຫ່ງ ສປປ ລາວ

 

 

ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ເລືອງ ເຈີນຢິງ (Leung chun-ying) ຮອງປະທານສະພາທີ່ປຶກສາການເມືອງແຫ່ງຊາດຈີນ ປະທານມູນນິທິຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນພິທີ, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງມູນນິທິຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນໄລຍະຜ່ານມາໃນການຊ່ວຍເຫຼືອການຜ່າຕັດແກ່ນຕາຂຸ້ນໃຫ້ປະຊາຊົນລາວເປັນຈຳນວນທັງໝົດ 5,768 ກໍລະນີ ຊຶ່ງໂຄງການດັ່ງກ່າວໄດ້ເລີ່ມຕົ້ນແຕ່ປີ 2019-2025 ໂດຍການເຊັນບົດບັນທຶກລະຫວ່າງກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ມູນນິທິ GX FOUNDATION ຊຶ່ງໂຄງການດັ່ງກ່າວເປັນການຊ່ວຍ ເຫຼືອອັນລໍ້າຄ່າ ແລະ ຖືໄດ້ວ່າເປັນການໃຫ້ໂອກາດ ແລະ ອະນາຄົດອັນສົດໃສໃໝ່ໃນການເບິ່ງເຫັນຂອງຜູ້ທີ່ມີບັນຫາດ້ານສາຍຕາ. ການຊ່ວຍເຫຼືອໃນຄັ້ງນີ້, ເປັນການສະແດງເຖິງນໍ້າໃຈເອື້ອເຟື້ອເຜື່ອແຜ່ຂອງລັດຖະບານ ແລະ ປະຊາຊົນຈີນ ກໍຄືອຳນາດການປົກຄອງເຂດປົກຄອງພິເສດຮົງກົງ ໂດຍສະເພາະແມ່ນມູນນິທິ GX FOUNDATION ທັງເປັນການສະແດງເຖິງການເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ຈີນ-ລາວທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກເວົ້າລວມ, ເວົ້າສະເພາະການເສີມຂະ ຫຍາຍການພົວພັນຮ່ວມມືລະຫວ່າງສປປ ລາວ ແລະ ເຂດປົກຄອງພິເສດຮົງກົງໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນທຸກໆດ້ານ.

(ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ກະຊວງສາທາລະນະສຸກ)

ຄໍາເຫັນ

ຂ່າວການຮ່ວມມື

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ໃນຕອນເຊົ້າຂອງວັນທີ 28 ຕຸລາ ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮັກສາການລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໃນນາມຕາງໜ້າໃຫ້ແກ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ທີ່ ສະຖານເອກອັກຄະຣາຊະທູດໄທ ປະຈໍາ ລາວ ຊຶ່ງມີເນື້ອໃນດັ່ງລຸ່ມນີ້:
ລາວ-ຫວຽດນາມ ເພີ່ມທະວີການສ້າງບຸກຄະລາກອນວຽກງານສື່ມວນຊົນ

ລາວ-ຫວຽດນາມ ເພີ່ມທະວີການສ້າງບຸກຄະລາກອນວຽກງານສື່ມວນຊົນ

ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ພົບປະເຮັດວຽກກັບ ສະຫາຍ ຟ້າມ ມິງເຊິນ ຫົວໜ້າສະຖາບັນສື່ມວນຊົນ ແລະ ໂຄສະນາຫວຽດນາມ ພ້ອມຄະນະ.
ກອງ​ປະ​ຊຸມ​ປະ​ສຳ​ມະ​ນາ​ທິດ​ສະ​ດີລະ​ຫວ່າງພັກປະຊາຊົນ ປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ ຄັ້ງ​ທີ XII

ກອງ​ປະ​ຊຸມ​ປະ​ສຳ​ມະ​ນາ​ທິດ​ສະ​ດີລະ​ຫວ່າງພັກປະຊາຊົນ ປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ ຄັ້ງ​ທີ XII

ໃນວັນທີ 28 ຕຸລາ ນີ້, ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາທິດສະດີ ສອງພັກຄັ້ງທີ XII ພາຍໃຕ້ຫົວຂໍ້ “ການຈັດຕັ້ງ, ສັບຊ້ອນກົງຈັກລະບົບການເມືອງ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ: ບົດຮຽນຂອງລາວ ແລະ ຫວຽດນາມ” ທີ່ຫ້ອງປະຊຸມໂຮງແຮມໂນໂວເທວ ນະຄອນດານັງ ສສ ຫວຽດນາມ ໂດຍການເປັນປະທານຮ່ວມຂອງຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຊວນ ຖັງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ແລະ ຝ່າຍລາວ ນຳໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ຮອງນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ.
ເຊກອງ-ດານັງສືບຕໍ່ເສີມສ້າງສາຍພົວພັນຮ່ວມມືຮອບດ້ານ.

ເຊກອງ-ດານັງສືບຕໍ່ເສີມສ້າງສາຍພົວພັນຮ່ວມມືຮອບດ້ານ.

ວັນທີ 28 ຕຸລານີ້, ແຂວງເຊກອງ ສປປ ລາວ ແລະ ນະຄອນດານັງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນ ລະຫວ່າງ ຄະນະຜູ້ແທນຂັ້ນສູງຂອງສອງແຂວງ ຢູ່ທີ່ຫ້ອງປະຊຸມຊັ້ນສາມຫ້ອງວ່າການແຂວງເຊກອງ ໂດຍມີສະຫາຍ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ພ້ອມຄະນະ, ມີທ່ານທ່ານ ຫງວຽນ ດິ່ງ ວິງ ຮອງເລຂາ ຜູ້ປະຈຳການພັກ ນະຄອນດານັງ ພ້ອມຄະນະ ເຂົ້າຮ່ວມ.
ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ

ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ

ພິທີຖະແຫຼງຂ່າວກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃນການຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025 ຂຶ້ນໃນວັນ 28 ຕຸລານີ້ ທີ່ກະຊວງການເງິນ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນທັງເປັນຮອງປະທານ ແລະ ຜູ້ປະຈຳການຄະນະຊີ້ນໍາລະດັບຊາດໄດ້ຖະແຫຼງຂ່າວວ່າ: ກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃນການຈັດກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ປີ 2025 ຊຶ່ງຈະຈັດຂຶ້ນພາຍໃຕ້ຫົວຂໍ້: “ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເພື່ອພ້ອມກັນກ້າວເຂົ້າສູ່ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງໝັ້ນທ່ຽງ, ມີສະຖຽນລະພາບ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ” ແລະ ບັນດາປະເທດເພື່ອນມິດ, ວົງຄະນາຍາດ ສາກົນ, ຄູ່ຮ່ວມພັດທະນາ ແລະ ປະຊາຊົນທົ່ວປະເທດ, ທີ່ໃຫ້ການສະໜັບສະໜູນ, ການຮ່ວມມືດ້ວຍດີຕະຫຼອດມາ ໃນວຽກງານຂະບວນການໂຕະມົນ ກໍຄືວຽກງານການພັດທະນາ ສປປ ລາວ. ກອງປະຊຸມດັ່ງກ່າວເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທີ່ສຸດ ເນື່ອງຈາກເປັນປີທີ່ພວກເຮົາຈະໄດ້ທົບທວນ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ກຽມພ້ອມເຂົ້າສູ່ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ລວມທັງເປັນເວທີແຫ່ງການປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດບັນດາຍຸດທະສາດ, ແຜນປະຕິບັດງານ, ມະຕິຄໍາສັ່ງຂອງ ລັດຖະບານ ແລະ ສິ່ງທ້າທາຍຕ່າງໆ ເພື່ອຊອກວິທີການ ແລະ ມາດຕະການແກ້ໄຂ ແນໃສ່ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ. ສິ່ງສໍາຄັນອີກປະການໜຶ່ງ ກໍຄືການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026.
ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ

ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ

ພາຍຫຼັງພິທີປະກາດຮັບຮອງການສ້າງຕັ້ງສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ, ກໍໄດ້ມີພິທີເປີດປ້າຍສຳນັກງານສະພາການຄ້າດັ່ງກ່າວຢ່າງເປັນທາງການ ໂດຍມີບັນດາການນຳແຂວງອຸດົມໄຊ ແລະ ຜູ້ຕາງໜ້າຈາກຝ່າຍ ສປ ຈີນ ເຂົ້າຮ່ວມຢ່າງພ້ອມພຽງ.
ຄະນະຜູ້ແທນສະພາທິດສະດີສູນກາງພັກ ປປ ລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ຄະນະຜູ້ແທນສະພາທິດສະດີສູນກາງພັກ ປປ ລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ; ຄະນະຜູ້ແທນສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລີມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເນື່ອງໃນໂອກາດທີ່ຄະນະຜູ້ແທນສະພາທິດສະດີສູນກາງພັກ ຊຶ່ງນຳໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຫວຽດນາມ ຄັ້ງທີ XII ທີ່ ສສ ຫວຽດນາມ ເປັນເຈົ້າພາບຊຶ່ງຈັດຂຶ້ນທີ່ ນະຄອນດາໜັງ.
ເພີ່ມເຕີມ