ເນື່ອງໃນໂອກາດຄົບຮອບ 57 ປີ ວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ

ສານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃນໂອກາດວັນຄົບຮອບ 57 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 27 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ສານຂອງ  ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ  ໃນໂອກາດວັນຄົບຮອບ 57 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 27 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ
- ຮຽນບັນດາທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ, - ບັນດາພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ພີ່ນ້ອງຊາວລາວ ທີ່ນັບຖື ແລະ ຮັກແພງ ທັງຫຼາຍ, ເນື່ອງໃນໂອກາດຄົບຮອບ 57 ປີ ວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ(8 ສິງຫາ 1967–8 ສິງຫາ 2024)ແລະ ວັນຄົບຮອບ 27 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

 (23 ກໍລະກົດ 1997– 23 ກໍລະກົດ 2024), ຂ້າພະເຈົ້າ ຂໍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ມາຍັງບັນດາທ່ານ ຜູ້ນໍາພັກ-ລັດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງພາຍໃນ ແລະ ຕ່າງປະເທດ, ກໍຄືຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ແລະ ດໍາລົງຊີວິດ ຢູ່ ສປປ ລາວ.

ອາຊຽນ ເປັນອົງການຈັດຕັ້ງພາກພື້ນ ລະຫວ່າງລັດຖະບານ ທີ່ມີຄວາມຫຼາກຫຼາຍ, ແຕ່ມີເປົ້າໝາຍລວມດຽວກັນຄືການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືເພື່ອຄວາມສົມບູນພູນສຸກ.

ຕະຫຼອດໄລຍະ 57 ປີ ຜ່ານມາ, ການຮ່ວມມືຕາມ “ວິຖີທາງຂອງອາຊຽນ” ໄດ້ຮັບການພິສູດແລ້ວວ່າ ເປັນວິຖີທາງການຮ່ວມມືທີ່ສອດຄ່ອງກັບຈຸດພິເສດຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ເຕັມໄປດ້ວຍຄວາມຫຼາກຫຼາຍ.

ການຮ່ວມມືພາຍໃນອາຊຽນ ແລະ ການຮ່ວມມືລະຫວ່າງ ອາຊຽນກັບຄູ່ຮ່ວມມືພາຍນອກ ພາຍໃຕ້ກົນໄກການຮ່ວມມືທີ່ອາຊຽນສ້າງຕັ້ງຂຶ້ນ ແລະ ອາຊຽນ ເປັນແກນກາງ ໄດ້ຮັບການຂະຫຍາຍຕົວເປັນກ້າວໆມາແລະ ໄດ້ປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ກໍຄືພາລະກິດລວມແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກໂດຍລວມ.

ປີ 2024ນີ້ ອາຊຽນມີອາຍຸຄົບຮອບ 57 ປີ ແລະ ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ ໄດ້ 27 ປີ ແລະ ເປັນປີທີ່ສປປ ລາວພວກເຮົາ ໄດ້ຮັບກຽດເປັນປະທານອາຊຽນເປັນຄັ້ງທີ 3 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.ຄໍາຂັວນດັ່ງກ່າວສອດຄ່ອງກັບນະໂຍບາຍ ແລະ ເປົ້າໝາຍຂອງ ສປປ ລາວໃນການຫັນປະເທດຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ເປັນສູນກາງຂອງການເຊື່ອມໂຍງ-ເຊື່ອມຈອດ ຂອງພາກພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍລວມຂອງອາຊຽນໃນການສ້າງອາຊຽນໃຫ້ເປັນພາກພື້ນທີ່ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆໃນທ່າມກາງສະພາບການຂອງພາກພື້ນ ແລະ ຂອງໂລກທີ່ພວມຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ.

ການເປັນປະທານອາຊຽນຂອງ ສປປ ລາວ ໃນ 7 ເດືອນຜ່ານມາໄດ້ຮັບຜົນສໍາເລັດຢ່າງເປັນໜ້າເພິ່ງພໍໃຈ. ກະຊວງຂະແໜງການຕ່າງໆຂອງ ສປປ ລາວພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ໄດ້ເປັນເຈົ້າພາບ ແລະ ປະທານບັນດາກອງປະຊຸມອາຊຽນໃນລະດັບຕ່າງໆພາຍໃຕ້ຄວາມຮັບຜິດຊອບຂອງຕົນຢ່າງມີຜົນສໍາເລັດ.ອັນພົ້ນເດັ່ນແມ່ນທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສໍາເລັດການເປັນປະທານຮ່ວມກອງປະຊຸມສຸດຍອດສະໄໝພິເສດເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົສຕຣາລີ ຄົບຮອບ 50 ປີ ໃນເດືອນ ມີນາ 2024 ທີ່ ເມວເບີນ ປະເທດອົສຕຣາລີ ແລະ ສປປ ລາວ ໄດ້ສໍາເລັດການເປັນເຈົ້າພາບ ແລະ ປະທານກອງປະຊຸມລະດັບລັດຖະມົນຕີໃນຂະແໜງການຕ່າງໆ. ຫຼ້າສຸດ ແມ່ນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະບັນດາກອງປະຊຸມລະດັບລັດຖະມົນຕີຕ່າງປະເທດທີ່ກ່ຽວຂ້ອງທີ່ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 24-27 ກໍລະກົດ 2024 ຜ່ານມາ. ໝາກຜົນຂອງບັນດາກອງປະຊຸມພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນເປັນພື້ນຖານອັນສໍາຄັນໃນການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງທີ່ຈະຈັດຂຶ້ນໃນວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ.

ການເຂົ້າເປັນສະມາຊິກອາຊຽນ ແລະ ການເປັນປະທານອາຊຽນ ຂອງ ສປປ ລາວ ທັງ 3 ຄັ້ງນີ້ ໄດ້ຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ແລະ ທັງເປັນການດຶງດູດການສະໜັບສະໜູນຈາກບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກເຂົ້າໃນພາລະກິດປົກປັກຮັັກສາ ແລະ ສ້າງສາພັດທະນາ ສປປ ລາວ ອີກດ້ວຍ.

ຂ້າພະເຈົ້າຂໍຖືໂອກາດນີ້ ສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈ ມາຍັງບັນດາກະຊວງຂະແໜງການ, ພາກເອກະຊົນ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານອາຊຽນໃນໄລຍະຜ່ານມາ ແລະ ໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້. ພວກເຮົາຈະສືບຕໍ່ຮ່ວມກັນເປັນເຈົ້າພາບທີ່ດີ ແລະ ເປັນປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍຕາງໜ້າລັດຖະບານແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ເຈາລະຈາຂອງອາຊຽນ ກໍຄືບັນດາຄູ່ຮ່ວມມືພາຍນອກ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ. ຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມມືແລະ ການສະໜັບສະໜູນດັ່ງກ່າວຈະເຮັດໃຫ້ການເຄື່ອນໄຫວວຽກງານອາຊຽນຂອງ ສປປ ລາວ ແລະ ການເປັນປະທານຂອງ ສປປ ລາວໃນປີ 2024 ໄດ້ຮັບຜົນສໍາເລັດອັນຈົບງາມ.

ຊົມເຊີຍວັນອາຊຽນ 8 ສິງຫາ ຄົບຮອບ 57ປີ ແລະ ຊົມເຊີຍສປປ ລາວ ເຂົ້າເປັນສະມາຊິກອາຊຽນ ຄົບຮອບ 27ປີ.

ຄໍາເຫັນ

ແຈ້ງການ

ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ

ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ

ພະບາດສົມເດັດ ພຣະປໍຣະມາພິໄທ ມະຫາວະຊິຣາລົງກອນ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ: ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຂໍອວຍພອນໄຊມາຍັງ ພະນະທ່ານປະທານປະເທດ ຈົ່ງມີພະລານາໄມສົມບູນແຂງແຮງ ແລະ ມີຄວາມຜາສຸກ ພ້ອມທັງອວຍພອນໃຫ້ປະເທດຊາດ ແລະ ປະຊາຊົນລາວ ຈົ່ງຢູ່ເຢັນເປັນສຸກ ແລະ ຈະເລີນຮຸ່ງເຮື່ອງຍິ່ງໆຂຶ້ນໄປ.
ສານຊົມເຊີຍ

ສານຊົມເຊີຍ

ພະນະທ່່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສົມເດັດ ທາມິນ ບິນ ຮາມັດ ອາລ ທານີ ກະສັດ ແຫ່ງ ລັດກາຕາ ທີ່ໂດຮາ ຊຶ່ງມີເນື້ອໃນວ່າ: ສົມເດັດ, ຕາງໜ້າປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ, ລັດຖະບານ ແລະ ປະຊາຊົນກາຕາ ເນື່ອງໃນໂອກາດວັນຊາດແຫ່ງລັດກາຕາ ຄົບຮອບ 147 ປີ.
ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ  ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ  ວັນທີ 11 ທັນວາ 2025

ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ ວັນທີ 11 ທັນວາ 2025

ສປປ ລາວ ສະແດງຄວາມເປັນຫ່ວງ ຕໍ່ສະພາບຄວາມຂັດແຍ່ງທີ່ກຳລັງດຳເນີນຢູ່ ລະຫວ່າງ ກຳປູເຈຍ ແລະ ໄທ. ໃນຖານະປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັບທັງສອງປະເທດ,
ແຈ້ງການຂອງ ກະຊວງການຕ່າງປະເທດ

ແຈ້ງການຂອງ ກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ,​ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ພັນລະຍາ ຈະນຳພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມຢ່າງເປັນທາງການ ຢູ່ ສ. ເກົາຫຼີ ໃນລະຫວ່າງວັນທີ 14 - 15 ທັນວາ 2025,
ສານຊົມເຊີຍ

ສານຊົມເຊີຍ

ພະນະທ່ານ ທອງລຸນ ສີສຸລິດ ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ສົມເດັດ ເຊກຄ໌ໂມຮາເມັດ ບິນ ຊາຢິດ ອາລ-ນາຢັນ, ປະທານາທິບໍດີ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ທີ່ ອາບູ ດາບີ ຊຶ່ງມີເນື້ອໃນວ່າ: ສົມເດັດ, ຕາງໜ້າປະ​ຊາ​ຊົນລາວ ທຸກຖ້ວນໜ້າ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ມີ​ຄວາມ​ປິ​ຕິ​ຍິນ​ດີເປັນ​ຢ່າງ​ຍິ່ງສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ສົມເດັດ ແລະ ປະ​ຊາ​ຊົນສະຫະນະຄອນ ເອເມຣັດ ອາຣັບ ເນື່ອງ​ໃນ​ໂອ​ກາດ​ ​ວັນ​ຊາດແຫ່ງສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 54 ປີ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ. ຫວຽດນາມ ຈະຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນລະຫວ່າງວັນທີ 1 – 2 ທັນວາ 2025 ນີ້,
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈະສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການໃນລະຫວ່າງວັນທີ 17-21 ພະຈິກ 2025 ທີ່ຈະມາເຖິງນີ້, ຊຶ່ງເປັນການຢ້ຽມຢາມຕ່າງປະເທດ ຢ່າງເປັນທາງການຄັ້ງທຳອິດຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ.
ສານອວຍພອນປະທານປະເທດ

ສານອວຍພອນປະທານປະເທດ

ໃນວັນທີ13ພະຈິກ 2025 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງສົມເດັດພະລາຊາ ຊາວສ໌ ທີ IIIແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ທີ່ລອນດອນ ໂດຍມີເນື້ອໃນວ່າ: ເນື່ອງໃນໂອກາດວັນສະເຫຼີມສະຫຼອງພະຊົນພັນສາ ຂອງສົມເດັດພະລາຊາຄົບຮອບ 77 ພັນສາ,ຕາງໜ້າໃຫ້ປະຊາຊົນລາວແລະໃນນາມສ່ວນຕົວ,ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນແລະສົ່ງພອນໄຊອັນປະເສີດມາຍັງພະອົງແລະປະຊາຊົນແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອເພື່ອນມິດທຸກຖ້ວນໜ້າ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານຊາວີເອເບັດແຕນລ໌,ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າຕ່າງປະເທດ,ລັດຖະມົນຕີຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ,ທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາ ຄະນະຜູ້ແທນລາວ ເດີນທາງຢ້ຽມຢາມ ຢູ່ ປະເທດ ລຸກຊໍາບວກໃນວັນທີ 16 -18 ພະຈິກ 2025.
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ພະນະ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ພະນະທ່ານ ນາງ ທາກະອິຈິ ຊານາເອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ
ເພີ່ມເຕີມ