ສານອວຍພອນ

ໃນວັນທີ 5 ທັນວາ ນີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນ ເຖິງພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທທີ່ ບາງກອກ ຊຶ່ງມີເນື້ອໃນວ່າ:
ພະບາດສົມເດັດ,ເນື່ອງໃນໂອກາດວັນຄ້າຍວັນພະບໍຣົມມະຣາດຊະສົມພົບ ພະບາດສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ, ໃນນາມປະຊາຊົນລາວທັງຊາດ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ພະບາດສົມເດັດ, ພະລາຊີນີ ແລະ ພະບໍຣົມວົງສານຸວົງທຸກພະອົງ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານຖານປະເທດເພື່ອນບ້ານໃກ້ເຮືອນຄຽງ ລາວ-ໄທ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງໃນຫຼາຍທົດສະວັດຜ່ານມາ, ໂດຍສະເພາະນັບຕັ້ງແຕ່ສອງປະເທດໄດ້ຍົກລະດັບການພົວພັນເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ, ການພົວພັນຮ່ວມມືສອງຝ່າຍຍິ່ງໄດ້ຮັບການພັດທະນາເຂົ້າສູ່ລວງເລິກ ແລະ ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ນັບມື້ນັບຫຼາຍຂຶ້ນ, ພ້ອມດຽວກັນນັ້ນ ກໍເປັນການປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ພາຍໃຕ້ພະບໍຣົມໂພທິສົມພານຂອງພະອົງ, ຣາຊະອານາຈັກໄທ ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ, ຈະເລີນຮຸ່ງເຮືອງ ແລະ ມີຄວາມວັດທະນາຖາວອນຢ່າງບໍ່ຢຸດຢັ້ງ.
ເນື່ອງໃນໂອກາດອັນເປັນສິຣິມຸງຄຸນນີ້, ຂ້າພະເຈົ້າຂໍໃຫ້ພະອົງ ຈົ່ງກະລຸນາຮັບເອົາຄໍາອວຍພອນໄຊອັນປະເສີດຈາກຂ້າພະເຈົ້າ, ຂໍໃຫ້ພະອົງຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ອາຍຸຍິ່ງຍືນນານ, ເປັນຮົ່ມໂພຮົ່ມໄຊໃຫ້ແກ່ປະຊາຊົນຊາວໄທ ກໍຄື ເພື່ອຄວາມຈະເລີນງອກງາມ ຂອງ ສາຍພົວພັນມິດຕະພາບສອງຊາດ ລາວ ແລະ ໄທ ຕະຫຼອດໄປ ແລະ ຂໍສົ່ງຄຳອວຍພອນໄຊແດ່ ພະຣາຊີນີ ແລະ ພະບໍຣົມວົງສານຸວົງທຸກພະອົງ ຈົ່ງມີພະກະເສມສຳລານ ມານະໂອກາດນີ້ດ້ວຍ. ດ້ວຍຄວາມນັບຖືຢ່າງສູງ,
    ໃນໂອກາດຽວກັນ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງ ຄູ່ຮ່ວມຕຳແໜ່ງ ແຫ່ງ ຣາຊະອານາຈັກໄທ ເຊັ່ນດຽວກັນ.

ຄໍາເຫັນ

ແຈ້ງການ

ສານຊົມເຊີຍ

ສານຊົມເຊີຍ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ພະນະທ່ານ ລີ ແຈມຽງ ປະທານາທິບໍດີແຫ່ງສາທາລະນະລັດເກົາຫຼີ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໃນວັນທີ 26 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ອອກແຈ້ງການວ່າ: ໂດຍຕອບສະໜອງຕາມການເຊື້ອເຊີນຂອງສໍານັກຂ່າວ ນິກເກອິ ປະເທດຍີ່ປຸ່ນ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຈະເດີນທາງໄປເຂົ້າຮ່ວມກອງ​ປະຊຸມ​ສາກົນວ່າດ້ວຍ ອະນາຄົດ​ຂອງ​ອາຊີຄັ້ງ​ທີ 30
ໂທລະເລກເສົ້າສະຫຼົດໃຈ

ໂທລະເລກເສົ້າສະຫຼົດໃຈ

ໃນວັນທີ 22 ພຶດສະພາ 2025, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດລາວ ໄດ້ສົ່ງ ໂທລະເລກເສົ້າສະຫຼົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມາຣິດ ສະຫງ່ຽມພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກໄທ
ທ່ານ ສອນໄຊ ສີພັນດອນ ສົ່ງສານເຖິງ ນາຍົກລັດຖະມົນຕີ ແຫ່ງ ສສ ເຢຍລະມັນ ຄົນໃໝ່

ທ່ານ ສອນໄຊ ສີພັນດອນ ສົ່ງສານເຖິງ ນາຍົກລັດຖະມົນຕີ ແຫ່ງ ສສ ເຢຍລະມັນ ຄົນໃໝ່

ໃນວັນທີ 14 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ຟຣີດຣິດຊ໌ແມດຊ໌ ເນື່ອງໃນໂອກາດທີ່ພະນະທ່ານໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ຊຶ່ງມີເນື້ອໃນວ່າ:
ແຈ້ງການ  ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ແຈ້ງການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ໂດຍຕອບສະໜອງຕາມຄໍາເຊີນ ຂອງ ພະນະທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງ
ສານ​ສະ​ແດງ​ຄວາມ​ເສົ້າສະຫຼົດໃຈຕໍ່ເຫດການກາດຍິງຜູ້ຄົນທີ່ເຂດເທືອກເຂົາຫິມະໄລ

ສານ​ສະ​ແດງ​ຄວາມ​ເສົ້າສະຫຼົດໃຈຕໍ່ເຫດການກາດຍິງຜູ້ຄົນທີ່ເຂດເທືອກເຂົາຫິມະໄລ

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ທ່ານ ສຸບຣາມານຢໍາ ໃຈຊັງກາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ
ໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້,  ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ເນື່ອງ​ໃນ​ໂອ​ກາດວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ ເປັນເອກະພາບຄົບ​ຮອບ 50 ປີ (30/4/1975-30/4/2025), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ,ປະທານປະເທດ,
ແຈ້ງ​ການ​ກະຊວງການຕ່າງປະເທດ

ແຈ້ງ​ການ​ກະຊວງການຕ່າງປະເທດ

ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ເລືອງ ເກື່ອງປະ​ທານ​ປະ​ເທດ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ
ເພີ່ມເຕີມ