ສານອວຍພອນ

ສານອວຍພອນ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສົມເດັດ ຊຸນຕານ ອິບຣາຮິມ ລາຊາທິບໍດີ ແຫ່ງ ມາເລເຊຍ ທີ່ ກົວລາລໍາເປີ ຊຶ່ງມີເນື້ອໃນວ່າ:

 

ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍອັນອົບອຸ່ນແລະ ພອນໄຊອັນປະເສີດມາຍັງສົມເດັດ ແລະ ປະຊາຊົນ ມາເລເຊຍ ເພື່ອນມິດທຸກຖ້ວນໜ້າເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 68 ປີ.

ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບອັນຍາວນານແລະ ການຮ່ວມມືອັນດີງາມທີ່ມີມາແລ້ວນັ້ນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມາເລເຊຍ ຈະສືບຕໍ່ໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກໍຄື ໃນຄອບຄົວອາຊຽນ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດແດ່ ສົມເດັດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນມາເລເຊຍ ພາຍໃຕ້ພະບໍຣົມໂພທິສົມພານຂອງ ພະອົງ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນາຖາວອນຍິ່ງໆຂຶ້ນ.

ໃນໂອກາດດຽວກັນ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ມາເລເຊຍ ເຊັ່ນດຽວກັນ.

ຄໍາເຫັນ

ແຈ້ງການ

ສານອວຍພອນ

ສານອວຍພອນ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສົມເດັດ ຊຸນຕານ ອິບຣາຮິມ ລາຊາທິບໍດີ ແຫ່ງ ມາເລເຊຍ ທີ່ ກົວລາລໍາເປີ ຊຶ່ງມີເນື້ອໃນວ່າ:
ສານອວຍພອນ

ສານອວຍພອນ

ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງສະ ຫາຍ ບຸຍ ແທັງ ເຊີນ, ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ ນະຄອນຫຼວງຮ່າໂນ້ຍ ຊຶ່ງມີເນື້ອໃນວ່າ:
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ລມຕ ກະຊວງການຕ່າງປະເທດ ຈະຢ້ຽມຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດ ເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC) ຄັ້ງທີ 10.
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງພະນະທ່ານ ພົນເອກອາວຸໂສ ມິນອອງລາຍ ປະທານ ຄະນະກຳມະການຮັກສາຄວາມໝັ້ນຄົງແຫ່ງລັດ ແລະ ສັນຕິພາບແຫ່ງສາທາລະນະລັດສະຫະ ພາບມຽນມາທີ່ເນປີດໍ ຊຶ່ງມີເນື້ອໃນວ່າ:
ສານຂອງ ທ່ານ ລມຕ ກະຊວງການຕ່າງປະເທດໃນໂອກາດວັນອາຊຽນຄົບຮອບ 58 ປີ ແລະ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ສານຂອງ ທ່ານ ລມຕ ກະຊວງການຕ່າງປະເທດໃນໂອກາດວັນອາຊຽນຄົບຮອບ 58 ປີ ແລະ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ຮຽນບັນດາທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ, - ບັນດາພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ພີ່ນ້ອງຊາວລາວ ທີ່ນັບຖື ແລະ ຮັກແພງ ທັງຫຼາຍ, ມື້ນີ້ ພວກເຮົາໄດ້ຮ່ວມກັນສະເຫຼີມສະຫຼອງ ວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນ ອອກສ່ຽງໃຕ້ ຫຼື ອາຊຽນ ຄົບຮອບ 58 ປີ (8/81967 - 8/8/2025) ແລະ ວັນຄົບຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການດັ່ງກ່າວ (23/7/1997 - 23/7/2025) ດ້ວຍບັນຍາກາດແຫ່ງມິດຕະພາບທີ່ມີມາເເຕ່ຍາວນານໃນອາຊຽນ. ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສົ່ງພອນໄຊອັນປະເສີດ ມາຍັງບັນດາທ່ານ ຜູ້ນໍາພັກ - ລັດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງພາຍໃນ ແລະ ຕ່າງປະເທດ, ກໍຄືຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ແລະ ດໍາລົງຊີວິດຢູ່ ສປປ ລາວ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວິວຽນ ບາລາຄຣິສນານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງສາທາລະນະລັດ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-12 ສິງຫາ 2025 ແລະ ສືບຕໍ່ຢ້ຽມຢາມ ສ ຟີລິບປິນ ຢ່າງເປັນທາງການ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວິວຽນ ບາລາຄຣິສນານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງສາທາລະນະລັດ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-12 ສິງຫາ 2025 ແລະ ສືບຕໍ່ຢ້ຽມຢາມ ສ ຟີລິບປິນ ຢ່າງເປັນທາງການ
ສານສະແດງຄວາມເຫັນໃຈ

ສານສະແດງຄວາມເຫັນໃຈ

ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ: ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ:
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ວັນ​ທີ 23 ກໍລະກົດ ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ​ທ່ານ Cho Hyun ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະ​ລັດ ​ເກົາ​ຫຼີ ທີ່ ​ເຊ​ອູ​ນ ໂດຍມີເນື້ອໃນວ່າ: ຂ້າພະ​ເຈົ້າ​ ໄດ້ຮັບຂ່າວດ້ວຍຄວາມເສົ້າໂສກເສຍໃຈ ຢ່າງສຸດຊຶ້ງຕໍ່ຄວາມສູນເສຍທາງດ້ານຊີວິດ ແລະ ຊັບສິນ ຈໍານວນຫຼວງຫຼາຍແກ່ປະຊາຊົນ ແຫ່ງ ສາທາລະນະລັດ ເກົາຫຼີ ຈາກເຫດການຝົນຕົກໜັກ ແລະ ດິນໄຫຼເຈື່ອນ ຢູ່ ທາງພາກໃຕ້ຂອງສາທາລະນະລັດ ເກົາຫຼີ ໃນອາທິດທີ່ຜ່ານມາ.
ໂທລະເລກສະແດງຄວາມເຫັນໃຈ

ໂທລະເລກສະແດງຄວາມເຫັນໃຈ

ໃນວັນທີ 22 ກໍລະກົດນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈເຖິງ ສະຫາຍ ຟ້າມມິງຈິງ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ໂດຍມີເນື້ອໃນວ່າ: ຂ້າພະເຈົ້າໄດ້ຕິດຕາມຢ່າງໃກ້ຊິດຕໍ່ສະພາບຜົນກະທົບຂອງພາຍຸເລກ 3 ​(Wipha) ທີ່ໄດ້ພັດເຂົ້າສູ່ເຂດທະເລຕອນເໜືອ ຂອງພາກຕາເວັນອອກສ່ຽງເໜືອ ຂອງ ສສ ຫວຽດນາມ​ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະ​ຊາ​ຊົນ​ຫວຽດ​ນາມອ້າຍ​ນ້ອງລວມທັງເຫດການເຮືອທ່ອງທ່ຽວ ເກີດອຸບັດເຫດພິກຂວໍ້າຢ່າງກະທັນຫັນ ຢູ່ ອາວຮາລອງເບ ແຂວງກວາງນິ່ງ ສສ ຫວຽດນາມ ໃນວັນທີ 20 ກໍລະກົດ ທີ່ຜ່ານມາ.
ເພີ່ມເຕີມ