ຂ້າພະເຈົ້າເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລາຊະອານາຈັກ ແອັດສະປາຍ ຈະໄດ້ຮັບການສືບຕໍ່ຮັດແໜ້ນຍິ່ງໆຂຶ້ນເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດຂອງພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນທົ່ວໂລກ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ສົມເດັດ ພະລາຊາ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ມີຄວາມກະເສມສຳລານ ແລະ ປະສົບຜົນສໍາເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງພະອົງ ແລະ ປະຊາຊົນ ແອັດສະປາຍ ເພື່ອນມິດ ຈົ່ງມີແຕ່ຄວາມສຸກ ແລະ ຄວາມຈະເລີນຕະຫຼອດກາລະນານ.
ຄໍາເຫັນ