ພະນະທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນ ເຖິງສົມເດັດ ເຊກຄ໌ ມິຊາລ ອາລ ອາເມັດ ອາລ ຈາເບີ ອາລ ຊາບາກະສັດ ແຫ່ງ ລັດກູເວດທີ່ ກູເວດຊຶ່ງມີເນື້ອໃນວ່າ: ເນື່ອງໃນໂອກາດ ວັນຊາດ ແຫ່ງ ລັດກູເວດ ຄົບຮອບ 63 ປີ, ໃນນາມປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ ແລະ ປະຊາຊົນກູເວດ ເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດກູເວດ ທີ່ໄດ້ຮັບການສົ່ງເສີມໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຫວັງເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີດັ່ງກ່າວ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊໃຫ້ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນມີກຽດສູງສົ່ງຂອງພະອົງ ແລະ ຂໍອວຍພອນໃຫ້ປະຊາຊົນ ກູເວດ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນາຖາວອນຍິ່ງໆຂຶ້ນ; ດ້ວຍຄວາມນັບຖືຢ່າງສູງ.
ໃນໂອກາດດຽວກັນ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນ ເຖິງຄູ່ຮ່ວມຕຳແໜ່ງ ແຫ່ງລັດກູເວດ ເຊັ່ນດຽວກັນ.

ຄໍາເຫັນ