ສານອວຍພອນບຸນປີໃໝ່ຫວຽດນາມ

ສະຫາຍທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ:ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທີ່ ນະຄອນຫຼວງຮ່າໂນ້ຍ ຊຶ່ງມີເນື້ອໃນວ່າ: ເນື່ອງໃນໂອກາດບຸນປີໃໝ່ຫວຽດນາມ“ເຕັດຢາບຖິນ”,ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ, ໄມຕີຈິດມິດຕະພາບອັນດູດດື່ມ ແລະຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງສະຫາຍ ພ້ອມດ້ວຍບັນດາສະຫາຍການນໍາ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ນັບມື້ນັບກ້າວເຂົ້າສູ່ລວງເລິກ ໃນທຸກຂົງເຂດວຽກງານ ອັນໄດ້ນຳເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.
ຂ້າພະເຈົ້າ ຕີລາຄາສູງ ແລະ ຊົມເຊີຍຢ່າງສຸດໃຈ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ໃນພາລະກິດປະຕິວັດອັນສະຫງ່າອົງອາດ ຕະຫຼອດໄລຍະຜ່ານມາ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ເປັນແກນກາງນັ້ນ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ  XIII ຂອງພັກ ແລະ ບັນລຸເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ, ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.
ເນື່ອງໃນໂອກາດອັນເປັນສິລິມຸງຄຸນນີ້, ຂໍອວຍພອນໄຊແດ່ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນພາລະກິດອັນມີກຽດສູງສົ່ງຂອງສະຫາຍ, ສືບຕໍ່ເປັນຄັນທຸງເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນໃນທົ່ວພັກ ແລະ ທົ່ວປວງຊົນ, ຂໍອວຍພອນໃຫ້ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຈົ່ງສືບຕໍ່ມີຄວາມສົມບູນພູນສຸກ ແລະ ສະຫຼອງປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ.

ຄໍາເຫັນ

ແຈ້ງການ

ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈະສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການໃນລະຫວ່າງວັນທີ 17-21 ພະຈິກ 2025 ທີ່ຈະມາເຖິງນີ້, ຊຶ່ງເປັນການຢ້ຽມຢາມຕ່າງປະເທດ ຢ່າງເປັນທາງການຄັ້ງທຳອິດຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ.
ສານອວຍພອນປະທານປະເທດ

ສານອວຍພອນປະທານປະເທດ

ໃນວັນທີ13ພະຈິກ 2025 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງສົມເດັດພະລາຊາ ຊາວສ໌ ທີ IIIແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ທີ່ລອນດອນ ໂດຍມີເນື້ອໃນວ່າ: ເນື່ອງໃນໂອກາດວັນສະເຫຼີມສະຫຼອງພະຊົນພັນສາ ຂອງສົມເດັດພະລາຊາຄົບຮອບ 77 ພັນສາ,ຕາງໜ້າໃຫ້ປະຊາຊົນລາວແລະໃນນາມສ່ວນຕົວ,ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນແລະສົ່ງພອນໄຊອັນປະເສີດມາຍັງພະອົງແລະປະຊາຊົນແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອເພື່ອນມິດທຸກຖ້ວນໜ້າ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານຊາວີເອເບັດແຕນລ໌,ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າຕ່າງປະເທດ,ລັດຖະມົນຕີຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ,ທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາ ຄະນະຜູ້ແທນລາວ ເດີນທາງຢ້ຽມຢາມ ຢູ່ ປະເທດ ລຸກຊໍາບວກໃນວັນທີ 16 -18 ພະຈິກ 2025.
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ພະນະ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ພະນະທ່ານ ນາງ ທາກະອິຈິ ຊານາເອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ
ສານສະແດງຄວາມ​ຊົມເຊີຍ

ສານສະແດງຄວາມ​ຊົມເຊີຍ

ພະນະ​ທ່ານ ທອງລຸນ ສີສຸລິດ ປະທານ​ປະ​ເທດ​ ແຫ່ງ ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາ​ຊົນ​ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ພະນະ​ທ່ານ ລີ ແຈ ມຽງ ປະທານາທິບໍດີ ແຫ່ງ ສາທາ ລະນະ​ລັດ ​ເກົາຫຼີ ທີ່​ເຊ​ອູ​ນ ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ສ ເກົາຫຼີ ທຸກຖ້ວນໜ້າ ເນື່ອງ​ໃນ​ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫຼີ ຄົບຮອບ 30 ປີ.
ສານເສົ້າສະຫຼົດໃຈ

ສານເສົ້າສະຫຼົດໃຈ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ທີ່ບາງກອກ ຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຮູ້ສຶກໂສກເສົ້າເສຍໃຈຢ່າງສຸດຊຶ້ງ ທີ່ໄດ້ຊາບຂ່າວການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດພະບໍຣົມຣາຊີນີນາດພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 24 ຕຸລາ 2025.
ສານຊົມເຊີຍ

ສານຊົມເຊີຍ

ວັນ​ທີ 21 ​ຕຸລານີ້, ພະນະ​ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງພະນະ​ທ່ານ ນາງ ທາກະອິຈິ ຊານາເອະ ນາ​ຍົກ​ລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ທີ່​ນະຄອນຫຼວງໂຕ​ກຽວ ຊຶ່ງມີເນື້ອໃນວ່າ: ພະນະທ່ານ, ໃນນາມລັດຖະບານ ແລະ ປະຊາຊົນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດຢ່າງສູງສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍປະສົບການອັນອຸດົມສົມບູນ ແລະ ຄວາມຮູ້ຄວາມສາມາດຂອງ​ພະນະທ່ານ, ປະເທດຍີ່ປຸ່ນຈະສືບຕໍ່ໄດ້ຮັບການພັດທະນາໃຫ້ຈະເລີນກ້າວໜ້າ ແລະ ວັດທະນາຖາວອນ ຢ່າງບໍ່ຢຸດຢັ້ງ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ປະທານປະເທດ ຈະເດີນທາງເຂົ້າຮ່ວມເປັນແຂກກິດຕິມະສັກ ໃນພິທີລົງນາມ ສົນທິສັນຍາ ອົງການ ສປຊ ວ່າດ້ວຍ ການຕ້ານອາຊະຍາກໍາທາງໄຊເບີ ໃນລະຫວ່າງວັນທີ 24-26 ຕຸລາ 2025, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະເດີນທາງເຂົ້າຮ່ວມພິທີລົງນາມສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍ ການຕ້ານອາຊະຍາກໍາທາງໄຊເບີ ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ເພື່ອເປັນແຂກກິດຕິມະສັກ ແລະ ສັກຂີພິຍານ ໃນການລົງນາມສົນທີສັນຍາດັ່ງກ່າວ ຂອງ ສປປ ລາວ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ
ເພີ່ມເຕີມ