ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນອັນອົບອຸ່ນນີ້ ຈະສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ເປັນຮາກຖານສຳຄັນໃນການສົ່ງເສີມຄວາມກ້າວໜ້າໃນດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ພະລັງງານ, ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ແລະ ວັດທະນະທຳ, ຊຶ່ງການພັດທະນາໃນດ້ານຕ່າງໆນີ້ບໍ່ພຽງແຕ່ຈະສ້າງຜົນປະໂຫຍດໃຫ້ທັງສອງປະເທດ ແລະ ປະຊາຊົນເທົ່ານັ້ນ, ຫາກຍັງຈະປະ ກອບສ່ວນເຂົ້າໃນຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງພາກພື້ນຂອງພວກເຮົາອີກດ້ວຍ.
ສານຊົມເຊີຍ
ພະນະທ່່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສົມເດັດ ທາມິນ ບິນ ຮາມັດ ອາລ ທານີ ກະສັດ ແຫ່ງ ລັດກາຕາ ທີ່ໂດຮາ ຊຶ່ງມີເນື້ອໃນວ່າ: ສົມເດັດ, ຕາງໜ້າປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ, ລັດຖະບານ ແລະ ປະຊາຊົນກາຕາ ເນື່ອງໃນໂອກາດວັນຊາດແຫ່ງລັດກາຕາ ຄົບຮອບ 147 ປີ.
ຄໍາເຫັນ