ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ສະຫາຍ ໂຕ ເລິມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ ນະຄອນຫຼວງຮ່າໂນ້ຍ ຊຶ່ງມີເນື້ອໃນວ່າ:
ບັນດາສະຫາຍທີ່ນັບຖື ແລະ ຮັກແພງ,
ພວກຂ້າພະເຈົ້າ ໄດ້ຕິດຕາມຢ່າງໃກ້ຊິດສະພາບຂອງພາຍຸເລກ 3 (ຢາກິ) ທີ່ພັດເຂົ້າສູ່ເຂດພາກກາງ ແລະ ພາກເໜືອຂອງ ຫວຽດນາມ ໃນລະຫວ່າງວັນທີ 6-7 ກັນຍາ ທີ່ຜ່ານມາ ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງເຖິງ ຊີວິດ ແລະ ຊັບສິນຂອງປະຊາຊົນຫວຽດນາມອ້າຍນ້ອງ.
ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ, ພວກຂ້າພະເຈົ້າ ຂໍສົ່ງຄວາມເຫັນອົກເຫັນໃຈ ແລະ ຄວາມເສົ້າສະຫຼົດໃຈຢ່າງຈິງໃຈມາຍັງບັນດາສະຫາຍ ແລະ ໂດຍຜ່ານບັນດາສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໂດຍສະເພາະແມ່ນອຳນາດການປົກຄອງ ແລະ ຄອບຄົວຜູ້ປະສົບເຄາະຮ້າຍໃນຄັ້ງນີ້ດ້ວຍ.
ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍໃຕ້ການນຳພາ ແລະ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດ ຂອງພັກ, ລັດຖະບານຫວຽດນາມ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສາມາດຜ່ານຜ່າທຸກຄວາມຫຍຸ້ງຍາກນີ້ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຄໍາເຫັນ