ສານສະແດງຄວາມເຫັນໃຈ

ສານສະແດງຄວາມເຫັນໃຈ

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ;

ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ; ສະຫາຍ ເຈິ່ນ ແທັງ ເມີ້ນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ: ພວກຂ້າພະເຈົ້າ ມີຄວາມເປັນຫ່ວງເປັນໃຍຢ່າງຍິ່ງ ເມືອໄດ້ຮັບຂ່າວຝົນຕົກໜັກແກ່ຍາວ ຢູ່ 14/18 ແຂວງ, ນະຄອນ ຂອງ ສປປ ລາວ ໃນໄລຍະທີ່ຜ່ານມາ ໂດຍສະເພາະເຮັດໃຫ້ນໍ້າຖ້ວມ, ດິນເຊາະເຈື່ອນຢ່າງໜັກໜ່ວງ ແລະ ສ້າງຄວາມເສຍຫາຍແກ່ຊິວິດ ແລະ ຊັບສິນຂອງປະຊາຊົນ ຢູ່ແຂວງຫຼວງນໍ້າທາ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ຈຳປາສັກ ແລະ ນະຄອນ ຫຼວງວຽງຈັນ.
ຕາງໜ້າພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ ແຫ່ງ ສສ. ຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງມາຍັງບັນດາສະຫາຍ ແລະ ຜ່ານສະຫາຍໄປຍັງປະຊາ ຊົນລາວອ້າຍນ້ອງ ໂດຍສະເພາະອຳນາດການປົກຄອງທ້ອງຖິ່ນ ແລະ ຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍຈາກຜົນກະທົບຄັ້ງນີ້; ພວກຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ ພາຍໃຕ້ການຊີ້ນຳ-ນຳພາ ແລະ ການເອົາໃຈໃສ່ຢ່າງໃກ້ຊິດຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ບັນດາສະຫາຍ, ປະຊາຊົນລາວອ້າຍນ້ອງ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຄັ້ງນີ້ ເພື່ອຟື້ນຟູ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາ ຊົນຢູ່ເຂດໄດ້ຮັບຜົນກະທົບດັ່ງກ່າວ ກັບຄືນສູ່ສະພາບປົກກະຕິໂດຍໄວ.
ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຢູ່ຄຽງຂ້າງກັບປະຊາຊົນລາວອ້າຍນ້ອງ ໃນສະພາບຄວາມຫຍຸ້ງຍາກຄືປັດຈຸບັນ.
ໃນຂະນະດຽວກັນ, ສະຫາຍ ບຸຍ ແທັງ ເຊິນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ກໍໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ.

ຄໍາເຫັນ

ແຈ້ງການ

ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໃນວັນທີ 26 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ອອກແຈ້ງການວ່າ: ໂດຍຕອບສະໜອງຕາມການເຊື້ອເຊີນຂອງສໍານັກຂ່າວ ນິກເກອິ ປະເທດຍີ່ປຸ່ນ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຈະເດີນທາງໄປເຂົ້າຮ່ວມກອງ​ປະຊຸມ​ສາກົນວ່າດ້ວຍ ອະນາຄົດ​ຂອງ​ອາຊີຄັ້ງ​ທີ 30
ໂທລະເລກເສົ້າສະຫຼົດໃຈ

ໂທລະເລກເສົ້າສະຫຼົດໃຈ

ໃນວັນທີ 22 ພຶດສະພາ 2025, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດລາວ ໄດ້ສົ່ງ ໂທລະເລກເສົ້າສະຫຼົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມາຣິດ ສະຫງ່ຽມພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກໄທ
ທ່ານ ສອນໄຊ ສີພັນດອນ ສົ່ງສານເຖິງ ນາຍົກລັດຖະມົນຕີ ແຫ່ງ ສສ ເຢຍລະມັນ ຄົນໃໝ່

ທ່ານ ສອນໄຊ ສີພັນດອນ ສົ່ງສານເຖິງ ນາຍົກລັດຖະມົນຕີ ແຫ່ງ ສສ ເຢຍລະມັນ ຄົນໃໝ່

ໃນວັນທີ 14 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ຟຣີດຣິດຊ໌ແມດຊ໌ ເນື່ອງໃນໂອກາດທີ່ພະນະທ່ານໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ຊຶ່ງມີເນື້ອໃນວ່າ:
ແຈ້ງການ  ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ແຈ້ງການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ໂດຍຕອບສະໜອງຕາມຄໍາເຊີນ ຂອງ ພະນະທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງ
ສານ​ສະ​ແດງ​ຄວາມ​ເສົ້າສະຫຼົດໃຈຕໍ່ເຫດການກາດຍິງຜູ້ຄົນທີ່ເຂດເທືອກເຂົາຫິມະໄລ

ສານ​ສະ​ແດງ​ຄວາມ​ເສົ້າສະຫຼົດໃຈຕໍ່ເຫດການກາດຍິງຜູ້ຄົນທີ່ເຂດເທືອກເຂົາຫິມະໄລ

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ທ່ານ ສຸບຣາມານຢໍາ ໃຈຊັງກາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ
ໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້,  ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ເນື່ອງ​ໃນ​ໂອ​ກາດວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ ເປັນເອກະພາບຄົບ​ຮອບ 50 ປີ (30/4/1975-30/4/2025), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ,ປະທານປະເທດ,
ແຈ້ງ​ການ​ກະຊວງການຕ່າງປະເທດ

ແຈ້ງ​ການ​ກະຊວງການຕ່າງປະເທດ

ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ເລືອງ ເກື່ອງປະ​ທານ​ປະ​ເທດ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ
ຮັກສາການປະມຸກລັດແຫ່ງ ລາຊະອານາຈັກ ກຳປູເຈຍ  ສົ່ງສານເສົ້າສະຫຼົດໃຈ ເຖິງ ພະນະທ່ານ ສອນໄຊ ສີພັນດອນ

ຮັກສາການປະມຸກລັດແຫ່ງ ລາຊະອານາຈັກ ກຳປູເຈຍ ສົ່ງສານເສົ້າສະຫຼົດໃຈ ເຖິງ ພະນະທ່ານ ສອນໄຊ ສີພັນດອນ

ໃນວັນທີ 3 ເມສາ ຜ່ານມາ ທີ່ພະນົມເປັນ, ສົມເດັດອັກຄະມະຫາເສນາບໍດີເຕໂຈຮຸນແຊນຮັກສາການປະມຸກລັດແຫ່ງຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານສອນໄຊສີພັນດອນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຊຶ່ງມີເນື້ອໃນວ່າ:
ເພີ່ມເຕີມ