ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໂດຍມີເນື້ອໃນວ່າ:ຂ້າພະເຈົ້າຮູ້ສຶກເສຍໃຈເປັນຢ່າງຍິ່ງທີ່ໄດ້ຊາບຂ່າວການສູນເສຍຊີວິດ ແລະ ຊັບສິນຂອງ ປະຊາຊົນຟີລິບປິນ ເພື່ອນມິດຈໍານວນຫຼວງຫຼາຍ ຈາກພາຍຸທຣາມີ (ຄຣິສຕິນ) ທີ່ໄດ້ພັດໃສ່ໃນຫຼາຍແຂວງ, ລວມທັງນະຄອນຫຼວງມະນີລາຂອງ ປະເທດຟີລິບປິນ ໃນວັນທີ 25 ຕຸລາທີ່ຜ່ານມາ.
ໃນນາມຕາງໜ້າໃຫ້ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນອົກເຫັນໃຈແລະ ເສຍໃຈ ເປັນຢ່າງຍິ່ງ ມາຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ຟີລິບປິນ ໂດຍສະເພາະຄອບຄົວຜູ້ຖືກເຄາະຮ້າຍຈາກໄພພິບັດທີ່ຮ້າຍແຮງໃນຄັ້ງນີ້.ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການເອົາໃຈໃສ່ຂອງລັດຖະບານ ແຫ່ງ ສາທາລະນະລັດ ຟີລິບປິນ ປະຊາຊົນຟີລິບປິນເພື່ອນມິດຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຂຶ້ນ ແລະ ຟື້ນຟູເຂດດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຄໍາເຫັນ