ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງພະນະທ່ານ ພົນເອກອາວຸໂສ ມິນອອງລາຍ ປະທານ ຄະນະກຳມະການຮັກສາຄວາມໝັ້ນຄົງແຫ່ງລັດ ແລະ ສັນຕິພາບແຫ່ງສາທາລະນະລັດສະຫະ ພາບມຽນມາທີ່ເນປີດໍ ຊຶ່ງມີເນື້ອໃນວ່າ:

 

ຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈເປັນຢ່າງຍິ່ງ ເມື່ອໄດ້ຊາບຂ່າວກ່ຽວກັບການຈາກໄປ ຂອງ ພະນະ ທ່ານ ອູ ມິນ ສະເວ ອະດີດຮັກສາການ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ຊຶ່ງຖືວ່າເປັນການສູນເສຍບຸກຄົນທີ່ສຳຄັນທີ່ໄດ້ອຸທິດເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດໃນການພັດ ທະນາປະເທດຊາດ ກໍຄືການພົວພັນຮ່ວມມືອັນດີ ລະຫວ່າງ ລາວ ແລະ ມຽນມາ ເປັນຢ່າງດີໃນໄລຍະ ຜ່ານມາ.

ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມໄຫວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມໂສກເສົ້າ ເສຍໃຈ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນມຽນມາ ທຸກຖ້ວນໜ້າ ກໍຄື ຄອບຄົວ ຂອງ ພະນະທ່ານ ອູ ມິນ ສະເວ ມານະໂອກາດນີ້ດ້ວຍ.

ຂໍໃຫ້ດວງວິນຍານ ຂອງ ທ່ານ ມິນ ສະເວ ຈົ່ງໄປສູ່ສຸຄະຕິດ້ວຍເຖີດ.

ຄໍາເຫັນ

ແຈ້ງການ

ສານສະແດງຄວາມຊົມເຊີຍວັນຊາດ ສປປ ເກົາຫຼີ

ສານສະແດງຄວາມຊົມເຊີຍວັນຊາດ ສປປ ເກົາຫຼີ

ໃນວັນທີ 9 ກັນຍາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ ຜູ້ບັນຊາການສູງສຸດກຳລັງປະກອບອາວຸດແຫ່ງ ສປປ ເກົາຫຼີ ທີ່ນະຄອນຫຼວງພຽງຢາງ ໂດຍມີເນື້ອໃນວ່າ:
ສານອວຍພອນ

ສານອວຍພອນ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສົມເດັດ ຊຸນຕານ ອິບຣາຮິມ ລາຊາທິບໍດີ ແຫ່ງ ມາເລເຊຍ ທີ່ ກົວລາລໍາເປີ ຊຶ່ງມີເນື້ອໃນວ່າ:
ສານອວຍພອນ

ສານອວຍພອນ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສົມເດັດ ຊຸນຕານ ອິບຣາຮິມ ລາຊາທິບໍດີ ແຫ່ງ ມາເລເຊຍ ທີ່ ກົວລາລໍາເປີ ຊຶ່ງມີເນື້ອໃນວ່າ:
ສານອວຍພອນ

ສານອວຍພອນ

ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງສະ ຫາຍ ບຸຍ ແທັງ ເຊີນ, ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ ນະຄອນຫຼວງຮ່າໂນ້ຍ ຊຶ່ງມີເນື້ອໃນວ່າ:
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ລມຕ ກະຊວງການຕ່າງປະເທດ ຈະຢ້ຽມຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດ ເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC) ຄັ້ງທີ 10.
ສານຂອງ ທ່ານ ລມຕ ກະຊວງການຕ່າງປະເທດໃນໂອກາດວັນອາຊຽນຄົບຮອບ 58 ປີ ແລະ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ສານຂອງ ທ່ານ ລມຕ ກະຊວງການຕ່າງປະເທດໃນໂອກາດວັນອາຊຽນຄົບຮອບ 58 ປີ ແລະ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ຮຽນບັນດາທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ, - ບັນດາພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ພີ່ນ້ອງຊາວລາວ ທີ່ນັບຖື ແລະ ຮັກແພງ ທັງຫຼາຍ, ມື້ນີ້ ພວກເຮົາໄດ້ຮ່ວມກັນສະເຫຼີມສະຫຼອງ ວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນ ອອກສ່ຽງໃຕ້ ຫຼື ອາຊຽນ ຄົບຮອບ 58 ປີ (8/81967 - 8/8/2025) ແລະ ວັນຄົບຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການດັ່ງກ່າວ (23/7/1997 - 23/7/2025) ດ້ວຍບັນຍາກາດແຫ່ງມິດຕະພາບທີ່ມີມາເເຕ່ຍາວນານໃນອາຊຽນ. ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສົ່ງພອນໄຊອັນປະເສີດ ມາຍັງບັນດາທ່ານ ຜູ້ນໍາພັກ - ລັດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງພາຍໃນ ແລະ ຕ່າງປະເທດ, ກໍຄືຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ແລະ ດໍາລົງຊີວິດຢູ່ ສປປ ລາວ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວິວຽນ ບາລາຄຣິສນານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງສາທາລະນະລັດ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-12 ສິງຫາ 2025 ແລະ ສືບຕໍ່ຢ້ຽມຢາມ ສ ຟີລິບປິນ ຢ່າງເປັນທາງການ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວິວຽນ ບາລາຄຣິສນານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງສາທາລະນະລັດ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-12 ສິງຫາ 2025 ແລະ ສືບຕໍ່ຢ້ຽມຢາມ ສ ຟີລິບປິນ ຢ່າງເປັນທາງການ
ສານສະແດງຄວາມເຫັນໃຈ

ສານສະແດງຄວາມເຫັນໃຈ

ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ: ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ:
ເພີ່ມເຕີມ