ສານສະແດງຄວາມເສົ້າສະຫຼົດໃຈ

ທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງທ່ານ ໂຮເຊນ ອາມິ ອັບໂດລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ຊຶ່ງມີເນື້ອໃນວ່າ:
ຂ້າພະເຈົ້າ ໄດ້ຮັບຂ່າວ ກ່ຽວກັບເຫດການລະເບີດຮຸນແຮງສອງຄັ້ງ ທີ່ ແຂວງເກີແມນ ພາກຕາເວັນອອກສ່ຽງໃຕ້ ຂອງສາທາລະນະລັດ ອິດສະລາມ ອີຣານ ໃນວັນທີ 3 ມັງກອນ 2024 ຜ່ານມາ ຊຶ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ເປັນຈໍານວນຫຼວງຫຼາຍ ແກ່ປະຊາຊົນ ອີຣານ.
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະ ປະຊາຊົນລາວ ທຸກຖ້ວນໜ້າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈ ຢ່າງສຸດຊຶ້ງ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ອິດສະລາມ ອີຣານ, ໂດຍສະເພາະຕໍ່ຜູ້ໄດ້ຮັບເຄາະຮ້າຍ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບ ໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ ຂອງລັດຖະບານ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ, ອີຣານ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ໃນຄັ້ງນີ້ ແລະ ສາມາດຟື້ນຟູຊີວິດການເປັນຢູ່ ຂອງຜູ້ປະສົບເຄາະຮ້າຍ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຄໍາເຫັນ

ແຈ້ງການ

ສານຊົມເຊີຍ

ສານຊົມເຊີຍ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ພະນະທ່ານ ລີ ແຈມຽງ ປະທານາທິບໍດີແຫ່ງສາທາລະນະລັດເກົາຫຼີ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໃນວັນທີ 26 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ອອກແຈ້ງການວ່າ: ໂດຍຕອບສະໜອງຕາມການເຊື້ອເຊີນຂອງສໍານັກຂ່າວ ນິກເກອິ ປະເທດຍີ່ປຸ່ນ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຈະເດີນທາງໄປເຂົ້າຮ່ວມກອງ​ປະຊຸມ​ສາກົນວ່າດ້ວຍ ອະນາຄົດ​ຂອງ​ອາຊີຄັ້ງ​ທີ 30
ໂທລະເລກເສົ້າສະຫຼົດໃຈ

ໂທລະເລກເສົ້າສະຫຼົດໃຈ

ໃນວັນທີ 22 ພຶດສະພາ 2025, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດລາວ ໄດ້ສົ່ງ ໂທລະເລກເສົ້າສະຫຼົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມາຣິດ ສະຫງ່ຽມພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກໄທ
ທ່ານ ສອນໄຊ ສີພັນດອນ ສົ່ງສານເຖິງ ນາຍົກລັດຖະມົນຕີ ແຫ່ງ ສສ ເຢຍລະມັນ ຄົນໃໝ່

ທ່ານ ສອນໄຊ ສີພັນດອນ ສົ່ງສານເຖິງ ນາຍົກລັດຖະມົນຕີ ແຫ່ງ ສສ ເຢຍລະມັນ ຄົນໃໝ່

ໃນວັນທີ 14 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ຟຣີດຣິດຊ໌ແມດຊ໌ ເນື່ອງໃນໂອກາດທີ່ພະນະທ່ານໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ຊຶ່ງມີເນື້ອໃນວ່າ:
ແຈ້ງການ  ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ແຈ້ງການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ໂດຍຕອບສະໜອງຕາມຄໍາເຊີນ ຂອງ ພະນະທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງ
ສານ​ສະ​ແດງ​ຄວາມ​ເສົ້າສະຫຼົດໃຈຕໍ່ເຫດການກາດຍິງຜູ້ຄົນທີ່ເຂດເທືອກເຂົາຫິມະໄລ

ສານ​ສະ​ແດງ​ຄວາມ​ເສົ້າສະຫຼົດໃຈຕໍ່ເຫດການກາດຍິງຜູ້ຄົນທີ່ເຂດເທືອກເຂົາຫິມະໄລ

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ທ່ານ ສຸບຣາມານຢໍາ ໃຈຊັງກາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ
ໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້,  ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ເນື່ອງ​ໃນ​ໂອ​ກາດວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ ເປັນເອກະພາບຄົບ​ຮອບ 50 ປີ (30/4/1975-30/4/2025), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ,ປະທານປະເທດ,
ແຈ້ງ​ການ​ກະຊວງການຕ່າງປະເທດ

ແຈ້ງ​ການ​ກະຊວງການຕ່າງປະເທດ

ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ເລືອງ ເກື່ອງປະ​ທານ​ປະ​ເທດ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ
ເພີ່ມເຕີມ