ໃນວັນທີ 20 ພຶດສະພາ ຜ່ານມານີ້, ພະນະທ່ານ ທອງລຸນ ສີສຸລິດປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ອາຢາໂຕລາ ອາລີ ຄາເມເນອິຜູ້ນໍາສູງສຸດແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ທີ່ ເຕີເຮຣານຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຮູ້ສຶກເສົ້າໃຈເປັນຢ່າງຍິ່ງ ທີ່ໄດ້ຊາບຂ່າວກ່ຽວກັບການເສຍຊີວິດ ຂອງ ພະນະທ່ານ ເອບຣາຮິມ ໄຣຊີປະທານາທິບໍດີ ແລະ ພະນະທ່ານ ຮຸດເຊນ ອາມີ ອັບດຸນລາຮຽນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ພ້ອມດ້ວຍຄະນະຕິດຕາມ ໃນເຫດການຍົນຕົກ ຢູ່ພາກຕາເວັນຕົກສ່ຽງເໜືອ ຂອງອີຣານ ໃນວັນທີ 19 ພຶດສະພາ 2024 ຜ່ານມາ.
ຕາງໜ້າລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ເຫັນໃຈຢ່າງສຸດຊຶ້ງ ມາຍັງ ພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ແລະ ຄອບຄົວ, ຍາດຕິພີ່ນ້ອງ ຂອງ ພະນະທ່ານ ເອບຣາຮິມ ໄຣຊີ ແລະ ຜູ້ໄດ້ຮັບເຄາະຮ້າຍຈາກເຫດການໃນຄັ້ງນີ້.
ຂໍໃຫ້ດວງວິນຍານ ຂອງ ພະນະທ່ານ ເອບຣາຮິມ ໄຣຊີ, ພະນະທ່ານ ຮຸດເຊນ ອາມີ ອັບດຸນລາຮຽນ ແລະ ຜູ້ເສຍຊີວິດທັງໝົດ ຈົ່ງໄປສູ່ສຸກຄະຕິ ດ້ວຍເທີ້ນ.

ຄໍາເຫັນ