ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງທ່ານກິຊິດະ ຟຸມິໂອະນາຍົກລັດຖະມົນຕີແຫ່ງ ຍີ່ປຸ່ນ
ໂດຍມີເນື້ອໃນວ່າ: ຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈ ທີ່ໄດ້ຮັບຊາບຂ່າວເຫດການແຜ່ນດິນໄຫວຮຸນແຮງ ຢູ່ ຂົງເຂດພາກກາງ ແຄມຊາຍຝັ່ງທະເລທາງພາກຕາເວັນຕົກສ່ຽງເໜືອຂອງປະເທດຍີ່ປຸ່ນ ໂດຍສະເພາະແມ່ນ ແຂວງອິຊິກາວະ ໃນວັນທີ 1ມັງກອນ 2024 ຜ່ານມາ, ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດແລະ ຊັບສິນຂອງປະຊາຊົນຍີ່ປຸ່ນຢູ່ເຂດດັ່ງກ່າວ.
ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງ ທ່ານ ແລະ ຜ່ານທ່ານ
ໄປຍັງລັດຖະບານ ກໍຄືປະຊາຊົນຍີ່ປຸ່ນໂດຍສະເພາະຜູ້ທີ່ຖືກເຄາະຮ້າຍແລະຄອບຄົວຂອງເຂົາເຈົ້າຈາກເຫດການ
ໄພພິບັດທາງທຳມະຊາດໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງລັດຖະບານຍີ່ປຸ່ນ, ປະຊາຊົນຍີ່ປຸ່ນ
ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຄໍາເຫັນ