ສານເສົ້າສະຫຼົດໃຈ

ສານເສົ້າສະຫຼົດໃຈ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ທີ່ບາງກອກ ຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຮູ້ສຶກໂສກເສົ້າເສຍໃຈຢ່າງສຸດຊຶ້ງ ທີ່ໄດ້ຊາບຂ່າວການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດພະບໍຣົມຣາຊີນີນາດພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 24 ຕຸລາ 2025.

 

 

ສົມເດັດພະນາງເຈົ້າສິຣິກິດພະບໍຣົມຣາຊິນີນາດພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ເປັນຜູ້ທີ່ມີຈິດໃຈສູງສົ່ງ, ເມດຕາກະລຸນາ, ມີຄວາມປີຊາສາມາດ, ຕະຫຼອດຊີວິດຂອງພະອົງ ໄດ້ອຸທິດ ເພື່ອຄວາມສະຫງົບສຸກ ແລະ ຄວາມຢູ່ດີກິນດີ ຂອງປວງຊົນຊາວໄທ. ພະອົງ ຍັງໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງ ລະ ຫວ່າງ ຣາຊະອານາຈັກໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ພັດທະນາ ແລະ ຈະເລີນງອກງາມດັ່ງໃນປັດຈຸບັນ. ການຈາກໄປຂອງ ພະອົງບໍ່ພຽງແຕ່ເປັນການສູນເສຍ “ແມ່ຜູ້ຍິ່ງໃຫຍ່” ທີ່ເປັນມິ່ງຂວັນ, ເປັນທີ່ເຄົາລົບຮັກ ແລະ ເທີດທູນສັກກາລະ ຂອງປວງຊົນຊາວໄທທັງຊາດເທົ່ານັ້ນແຕ່ຍັງເປັນການສູນເສຍຍາດມິດທີ່ໃກ້ຊິດ ຜູ້ທີ່ມີຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງປະຊາຊົນລາວ ອີກດ້ວຍ.

ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງເບົາຄວາມທຸກໂສກ ມາຍັງ ພະບາດສົມເດັດ ແລະ ພະບໍລົມວົງສານຸວົງທຸກພະອົງ ພ້ອມດ້ວຍປະຊາຊົນຊາວໄທທຸກຖ້ວນໜ້າ ມານະໂອກາດນີ້ດ້ວຍ.

ຂໍໃຫ້ດວງວິນຍານ ຂອງ ສົມເດັດພະນາງເຈົ້າສິຣິກິດພະບໍຣົມຣາຊິນີນາດພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ຈົງໄປສູ່ສຸຄະຕິດ້ວຍເຖີດ. ດ້ວຍຄວາມນັບຖືຢ່າງສູງ.

ໃນວັນດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງຣາຊະອານາຈັກໄທ ທີ່ບາງກອກ ຊຶ່ງມີເນື້ອໃນວ່າ:

ກົມສົມເດັດພະເທບ, ຂ້າພະເຈົ້າ ຊາບຂ່າວດ້ວຍຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດພະບໍຣົມຣາຊິນີນາດພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 24 ຕຸລາ 2025.

ສົມເດັດພະນາງເຈົ້າສິຣິກິດ ເປັນພະມານດາ ທີ່ເຄົາລົບຮັກ ແລະ ເທີດທູນ ຂອງ ພະບໍລົມວົງສານຸວົງທຸກພະອົງ ແລະ ເປັນແມ່ຜູ້ຍິ່ງໃຫຍ່ ຂອງປວງຊົນຊາວໄທທັງຊາດ, ຕະຫຼອດຊີວິດ ຂອງພະອົງ ໄດ້ອຸທິດຕົນໃນການຊ່ວຍພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດ ຈັດຕັ້ງປະຕິບັດໂຄງການພະລາຊະດໍາລິຕ່າງໆ ເພື່ອຊ່ວຍເຫຼືອປະຊາຊົນໄທ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ພັດທະ ນາປະເທດໄທໃຫ້ຈະເລີນຮຸ່ງເຮືອງ. ການຈາກໄປຂອງ ພະອົງ ເປັນການສູນເສຍອັນໃຫຍ່ຫຼວງ ແລະ ບໍ່ມີສິ່ງໃດທົດແທນໄດ້ສໍາລັບປວງຊົນຊາວໄທ ແລະ ຍັງເປັນການສູນເສຍຍາດມິດທີ່ສຳຄັນຂອງປະຊາຊົນລາວ ຜູ້ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງ ລະຫວ່າງສອງປະເທດ ລາວ-ໄທ ໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໃນຕະຫຼອດ 75 ປີ ຜ່ານມາ.

ຕາງໜ້າປະຊາຊົນ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງເບົາຄວາມທຸກໂສກ ມາຍັງ ກົມສົມເດັດພະເທບ ແລະ ພະບໍລົມວົງສານຸວົງທຸກພະອົງ ພ້ອມດ້ວຍປະຊາຊົນຊາວໄທທຸກຖ້ວນໜ້າ ມານະໂອກາດນີ້ດ້ວຍ.

ຂໍໃຫ້ດວງວິນຍານ ຂອງ ສົມເດັດພະນາງເຈົ້າສິຣິກິດພະບໍຣົມຣາຊິນີນາດພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ຈົງໄປສູ່ສຸຄະຕິດ້ວຍເຖີດ.

ໃນຂະນະດຽວກັນ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ ສົ່ງສານສະ ແດງຄວາມເສົ້າສະຫຼົດໃຈ ເຖິງ ຄູ່ຮ່ວມຕຳແໜ່ງ ແຫ່ງ ຣາຊະອານາຈັກໄທ ເຊັ່ນດຽວກັນ.

ຄໍາເຫັນ

ແຈ້ງການ

ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ,
ແຈ້ງການ

ແຈ້ງການ

ອີງຕາມການແຈ້ງຂ່າວຜ່ານເວັບໄຊຂອງກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ, ການຈັດຕັ້ງປະຕິບັດມາດຕະການເພື່ອໂຈະການອອກວີຊາເຂົ້າເມືອງທຸກປະເພດຂອງ ສະຫະລັດ ອາເມຣິກາ ຕໍ່ 75 ປະເທດ ລວມທັງ ສປປ ລາວ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 21 ມັງກອນ 2026 ເປັນຕົ້ນໄປ.
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ  ສົ່ງສານອວຍພອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສົ່ງສານອວຍພອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ

ໃນວັນທີ 19 ມັງກອນ 2026, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານອວຍພອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ຊຶ່ງມີເນື້ອໃນດັ່ງນີ້:
ສະຫາຍ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລູນ ສີສຸລິດ

ສະຫາຍ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລູນ ສີສຸລິດ

ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ສົ່ງສານຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ຊຶ່ງເນື້ອໃນຂອງສານຊົມເຊີຍ ມີດັ່ງນີ້:
ສູນທອນພົດ  ກ່າວປິດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ກ່າວໂດຍ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ  ນະຄອນຫຼວງວຽງຈັນ, ວັນທີ 8 ມັງກອນ 2026

ສູນທອນພົດ ກ່າວປິດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ກ່າວໂດຍ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ, ວັນທີ 8 ມັງກອນ 2026

- ຂໍນ້ອມ ນະມັດສະການ ພະເຖຣາ, ນຸເຖຣະ, ​- ຮຽນ ຄະນະປະທານ, - ບັນດາສະຫາຍຜູ້ແທນ ແລະ ແຂກ ທີ່ຮັກແພງ. ນັບແຕ່ວັນທີ 6 ມັງກອນ 2026 ເປັນຕົ້ນມາ, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວ ມີຄວາມຍິນດີ ຊົມຊື່ນ ຫັນໜ້າເຂົ້າສູ່ກອງປະຊຸມໃຫຍ່ ແລະ ພ້ອມກັນຕິດຕາມ ຢ່າງຈົດຈໍ່ ຕໍ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງແມ່ນເຫດການການເມືອງສໍາຄັນ ອີກບັ້ນໜຶ່ງ ບັນທຶກໄວ້ໃນໜ້າປະຫວັດສາດຂອງພັກເຮົາ ກໍຄື ຂອງຊາດເຮົາ. ດ້ວຍຄວາມຮັບຜິດຊອບການເມືອງອັນສູງສົ່ງ ຂອງສະຫາຍ ຜູ້ແທນ, ມາຮອດເວລານີ້ ກອງປະຊຸມໃຫຍ່ໃກ້ຈະສິ້ນສຸດລົງ ດ້ວຍ ຜົນສໍາເລັດຢ່າງສະຫງ່າງາມ.
ສານອວຍພອນວັນຊາດກູບາ

ສານອວຍພອນວັນຊາດກູບາ

ວັນທີ 1 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ມີເກນ ດີເອັດຊ໌-ກາແນນ ແບຣມູເດັດຊ໌ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດ ແຫ່ງ ສາທາລະ ນະລັດ ກູບາ ທີ່ ນະຄອນຫຼວງລາຮາວານ ຊຶ່ງມີເນື້ອໃນວ່າ: ສະຫາຍທີ່ນັບຖື,
ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ

ສານອວຍພອນວັນຊາດ ຈາກ ພະບາດສົມເດັດ ແຫ່ງ ຣາຊະອານາຈັກໄທ

ພະບາດສົມເດັດ ພຣະປໍຣະມາພິໄທ ມະຫາວະຊິຣາລົງກອນ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ: ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຂໍອວຍພອນໄຊມາຍັງ ພະນະທ່ານປະທານປະເທດ ຈົ່ງມີພະລານາໄມສົມບູນແຂງແຮງ ແລະ ມີຄວາມຜາສຸກ ພ້ອມທັງອວຍພອນໃຫ້ປະເທດຊາດ ແລະ ປະຊາຊົນລາວ ຈົ່ງຢູ່ເຢັນເປັນສຸກ ແລະ ຈະເລີນຮຸ່ງເຮື່ອງຍິ່ງໆຂຶ້ນໄປ.
ສານຊົມເຊີຍ

ສານຊົມເຊີຍ

ພະນະທ່່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສົມເດັດ ທາມິນ ບິນ ຮາມັດ ອາລ ທານີ ກະສັດ ແຫ່ງ ລັດກາຕາ ທີ່ໂດຮາ ຊຶ່ງມີເນື້ອໃນວ່າ: ສົມເດັດ, ຕາງໜ້າປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ, ລັດຖະບານ ແລະ ປະຊາຊົນກາຕາ ເນື່ອງໃນໂອກາດວັນຊາດແຫ່ງລັດກາຕາ ຄົບຮອບ 147 ປີ.
ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ  ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ  ວັນທີ 11 ທັນວາ 2025

ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ສປປ ລາວ ຕໍ່ກັບສະພາບການຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ ວັນທີ 11 ທັນວາ 2025

ສປປ ລາວ ສະແດງຄວາມເປັນຫ່ວງ ຕໍ່ສະພາບຄວາມຂັດແຍ່ງທີ່ກຳລັງດຳເນີນຢູ່ ລະຫວ່າງ ກຳປູເຈຍ ແລະ ໄທ. ໃນຖານະປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັບທັງສອງປະເທດ,
ເພີ່ມເຕີມ