ວັນທີ 28 ພະຈິກ ນີ້, ພະນະທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ພະນະທ່ານ ໂຈເຊ ຣາໂມສ ອໍຕາປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕທີ່ ດີລີຊຶ່ງມີເນື້ອໃນວ່າ: ພະນະທ່ານ,ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ຕີມໍ-ແລັດສະເຕ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ຄົບຮອບ 48 ປີ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ຕະຫຼອດໄລຍະຜ່ານມາ. ຂ້າພະເຈົ້າ ມີຄວາມຍິນດີເຮັດວຽກຢ່າງໃກ້ຊິດຮ່ວມກັບພະນະທ່ານ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນມີກຽດຂອງພະນະທ່ານ ແລະ ອວຍພອນໃຫ້ປະຊາຊົນ ຕີມໍ-ແລັດສະເຕ ເພື່ອນມິດ ຈົ່ງສືບຕໍ່ມີຄວາມສົມບູນພູນສຸກ ແລະ ວັດທະນາຖາວອນ.
ດ້ວຍຄວາມນັບຖືຢ່າງສູງ.
ໃນໂອກາດດຽວກັນ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພະນະ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ ສົ່ງສານຊົມເຊີຍເຖິງ ຄູ່ຮ່ວມຕຳແໜ່ງ ແຫ່ງ ຕີມໍ-ແລັດສະເຕ ເຊັ່ນດຽວກັນ.

ຄໍາເຫັນ