ຂ້າພະເຈົ້າ ເຊື່ອໝັ້ນ ເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດກາຕາ ຈະໄດ້ຮັບການພັດທະນາ ຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.
ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນ ສົມເດັດ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜາສຸກແລະຂໍໃຫ້ປະຊາຊົນ ກາຕ້າເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືຢ່າງສູງ.
ໃນຂະນະດຽວກັນ, ພະນະທ່່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານຊົມເຊີຍເຖິງ ສົມເດັດ ຮາມັດ ບິນ ອິຊາ ອາລ ຄາລິຟາ
ຣາຊາທິບໍດີ ແຫ່ງ ຣາຊະອານາຈັກ ບາເຣນ ທີ່ມານາມາ ຊຶ່ງມີເນື້ອໃນວ່າ: ສົມເດັດ, ໃນນາມຕາງໜ້າປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ, ລັດຖະບານ ແລະ ປະຊາຊົນ ແຫ່ງຣາຊະອານາຈັກ ບາເຣນ ເນື່ອງໃນໂອກາດວັນຊາດແຫ່ງຣາຊະອານາຈັກ ບາເຣນ ຄົບຮອບ 54 ປີ.
ຂ້າພະເຈົ້າ ມີຄວາມຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ບາເຣນ ໄດ້ຮັບການພັດທະນາ ເປັນກ້າວໆໃນຊຸມປີຜ່ານມາ ແລະ ຂ້າພະເຈົ້າ ຈະສືບຕໍ່ເຮັດວຽກກັບພະນະທ່ານ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືດັ່ງກ່າວໃຫ້ສືບຕໍ່ຂະຫຍາຍຕົວໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ລະຫວ່າງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນ ສົມເດັດຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ແລະ ຂໍໃຫ້ປະຊາຊົນ ຣາຊະອານາຈັກ ບາເຣນ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ດ້ວຍຄວາມນັບຖືຢ່າງສູງ.
ຄໍາເຫັນ