ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ

ສານ​ຊົມ​ເຊີຍ​ ​ຂອງ ສະ​ຫາຍ ເລຂາທິການໃຫຍ່​ພັກ​ແຮງ​ງານ​​ເກົາ​ຫຼີ

ເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ເກົາຫຼີ ແລະ ສປປ ລາວ ຄົບຮອບ 50 ປີ (24 ມິຖຸນາ 1974-24 ມິຖຸນາ 2024), ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ໄດ້ສົ່ງສານຊົມເຊີຍ ເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ເມື່ອວັນທີ 24 ມິຖຸນານີ້ ຊຶ່ງມີເນື້ອໃນດັ່ງນີ້:

ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ຂ້າພະເຈົ້າ ຂໍສົ່ງຄວາມຢື້ຢາມຖາມຂ່າວຖານສະຫາຍອັນອົບອຸ່ນ ມາຍັງສະຫາຍ ເລຂາທິການໃຫຍ່ ແລະ ພັກ, ລັດຖະບານ ແລະ ປະຊາຊົນລາວ ອ້າຍນ້ອງ.

ຕະຫຼອດໄລຍະ 50 ປີ ຜ່ານມາ, ສອງປະເທດພວກເຮົາ ໄດ້ສ້າງຕັ້ງ ແລະ ພັດທະນາສາຍພົວພັນທີ່ໜັກແໜ້ນບົນພື້ນຖານໄມຕິຈິດມິດຕະພາບຖານສະຫາຍ ແລະ ພັນທະການປະຕິວັດ ໃນການຕໍ່ສູ້ຮ່ວມກັນ ເພື່ອປະຕິບັດພາລະກິດສັງຄົມນິຍົມ.

ຂ້າພະເຈົ້າ ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ເກົາຫຼີ ແລະ ສປປ ລາວ ຈະໄດ້ຮັບການເສີມຂະຫຍາຍໃຫ້ກ້າວຂຶ້ນສູ່ລະດັບສູງກວ່າເກົ່າໃນອະນາຄົດ ແລະ ຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ເລຂາທິການໃຫຍ່ ຈົ່ງມີຜົນສຳເລັດອັນໃຫຍ່ຫຼວງກ່ວາເກົ່າ ໃນໜ້າທີ່ວຽກງານອັນມີຄວາມຮັບຜິດຊອບຂອງສະຫາຍທີ່ຊີ້ນຳ-ນໍາພາ ພັກ ແລະ ລັດ.

ຄໍາເຫັນ

ແຈ້ງການ

ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ. ຫວຽດນາມ ຈະຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນລະຫວ່າງວັນທີ 1 – 2 ທັນວາ 2025 ນີ້,
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈະສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການໃນລະຫວ່າງວັນທີ 17-21 ພະຈິກ 2025 ທີ່ຈະມາເຖິງນີ້, ຊຶ່ງເປັນການຢ້ຽມຢາມຕ່າງປະເທດ ຢ່າງເປັນທາງການຄັ້ງທຳອິດຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ.
ສານອວຍພອນປະທານປະເທດ

ສານອວຍພອນປະທານປະເທດ

ໃນວັນທີ13ພະຈິກ 2025 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງສົມເດັດພະລາຊາ ຊາວສ໌ ທີ IIIແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ທີ່ລອນດອນ ໂດຍມີເນື້ອໃນວ່າ: ເນື່ອງໃນໂອກາດວັນສະເຫຼີມສະຫຼອງພະຊົນພັນສາ ຂອງສົມເດັດພະລາຊາຄົບຮອບ 77 ພັນສາ,ຕາງໜ້າໃຫ້ປະຊາຊົນລາວແລະໃນນາມສ່ວນຕົວ,ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນແລະສົ່ງພອນໄຊອັນປະເສີດມາຍັງພະອົງແລະປະຊາຊົນແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອເພື່ອນມິດທຸກຖ້ວນໜ້າ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານຊາວີເອເບັດແຕນລ໌,ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າຕ່າງປະເທດ,ລັດຖະມົນຕີຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ,ທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາ ຄະນະຜູ້ແທນລາວ ເດີນທາງຢ້ຽມຢາມ ຢູ່ ປະເທດ ລຸກຊໍາບວກໃນວັນທີ 16 -18 ພະຈິກ 2025.
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ພະນະ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ພະນະທ່ານ ນາງ ທາກະອິຈິ ຊານາເອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ
ສານສະແດງຄວາມ​ຊົມເຊີຍ

ສານສະແດງຄວາມ​ຊົມເຊີຍ

ພະນະ​ທ່ານ ທອງລຸນ ສີສຸລິດ ປະທານ​ປະ​ເທດ​ ແຫ່ງ ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາ​ຊົນ​ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ພະນະ​ທ່ານ ລີ ແຈ ມຽງ ປະທານາທິບໍດີ ແຫ່ງ ສາທາ ລະນະ​ລັດ ​ເກົາຫຼີ ທີ່​ເຊ​ອູ​ນ ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ສ ເກົາຫຼີ ທຸກຖ້ວນໜ້າ ເນື່ອງ​ໃນ​ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫຼີ ຄົບຮອບ 30 ປີ.
ສານເສົ້າສະຫຼົດໃຈ

ສານເສົ້າສະຫຼົດໃຈ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ທີ່ບາງກອກ ຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຮູ້ສຶກໂສກເສົ້າເສຍໃຈຢ່າງສຸດຊຶ້ງ ທີ່ໄດ້ຊາບຂ່າວການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດພະບໍຣົມຣາຊີນີນາດພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 24 ຕຸລາ 2025.
ສານຊົມເຊີຍ

ສານຊົມເຊີຍ

ວັນ​ທີ 21 ​ຕຸລານີ້, ພະນະ​ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງພະນະ​ທ່ານ ນາງ ທາກະອິຈິ ຊານາເອະ ນາ​ຍົກ​ລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ທີ່​ນະຄອນຫຼວງໂຕ​ກຽວ ຊຶ່ງມີເນື້ອໃນວ່າ: ພະນະທ່ານ, ໃນນາມລັດຖະບານ ແລະ ປະຊາຊົນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດຢ່າງສູງສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍປະສົບການອັນອຸດົມສົມບູນ ແລະ ຄວາມຮູ້ຄວາມສາມາດຂອງ​ພະນະທ່ານ, ປະເທດຍີ່ປຸ່ນຈະສືບຕໍ່ໄດ້ຮັບການພັດທະນາໃຫ້ຈະເລີນກ້າວໜ້າ ແລະ ວັດທະນາຖາວອນ ຢ່າງບໍ່ຢຸດຢັ້ງ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ປະທານປະເທດ ຈະເດີນທາງເຂົ້າຮ່ວມເປັນແຂກກິດຕິມະສັກ ໃນພິທີລົງນາມ ສົນທິສັນຍາ ອົງການ ສປຊ ວ່າດ້ວຍ ການຕ້ານອາຊະຍາກໍາທາງໄຊເບີ ໃນລະຫວ່າງວັນທີ 24-26 ຕຸລາ 2025, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະເດີນທາງເຂົ້າຮ່ວມພິທີລົງນາມສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍ ການຕ້ານອາຊະຍາກໍາທາງໄຊເບີ ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ເພື່ອເປັນແຂກກິດຕິມະສັກ ແລະ ສັກຂີພິຍານ ໃນການລົງນາມສົນທີສັນຍາດັ່ງກ່າວ ຂອງ ສປປ ລາວ.
ເພີ່ມເຕີມ