ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງເປັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ

ສານຊົມເຊີຍ ປະທານາທິບໍດີອິດສະລາມ ອີຣານ ຄົນໃໝ່

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ພະນະທ່ານ ມາສຸກ ເປແຊັກກຽນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ

 ໂດຍມີເນື້ອໃນວ່າ: ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງເປັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ຄົນໃໝ່.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ບົດຮຽນປະສົບການອັນອຸດົມສົມບູນ ຂອງພະນະທ່ານ ບວກກັບການສະໜັບສະໜູນຢ່າງກວ້າຂວາງ ຂອງປະຊາຊົນອີຣານ, ພະນະທ່ານ ຈະສາມາດນໍາພາປະເທດອີຣານ ໃຫ້ນັບມື້ນັບເຂັ້ມແຂງ. ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງທີ່ຈະເຮັດວຽກຢ່າງໃກ້ຊິດຮ່ວມກັບພະນະທ່ານ ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດພວກເຮົາ ທີ່ມີຢູ່ແລ້ວນັ້ນ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດລາວ-ອີຣານ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າຂໍຖືໂອກາດນີ້ ອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດສູງສົ່ງ ຂອງພະນະທ່ານ.

ຄໍາເຫັນ

ແຈ້ງການ

ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ
ຮັກສາການປະມຸກລັດແຫ່ງ ລາຊະອານາຈັກ ກຳປູເຈຍ  ສົ່ງສານເສົ້າສະຫຼົດໃຈ ເຖິງ ພະນະທ່ານ ສອນໄຊ ສີພັນດອນ

ຮັກສາການປະມຸກລັດແຫ່ງ ລາຊະອານາຈັກ ກຳປູເຈຍ ສົ່ງສານເສົ້າສະຫຼົດໃຈ ເຖິງ ພະນະທ່ານ ສອນໄຊ ສີພັນດອນ

ໃນວັນທີ 3 ເມສາ ຜ່ານມາ ທີ່ພະນົມເປັນ, ສົມເດັດອັກຄະມະຫາເສນາບໍດີເຕໂຈຮຸນແຊນຮັກສາການປະມຸກລັດແຫ່ງຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານສອນໄຊສີພັນດອນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຊຶ່ງມີເນື້ອໃນວ່າ:
ພະມະຫາກະສັດ ແຫ່ງ ກຳປູເຈຍ ສົ່ງສານສະແດຄວາມເສົ້າສະຫຼົດໃຈ  ເຖິງ ພະນະທ່ານ ທອງລຸນ ສີສຸລິດ

ພະມະຫາກະສັດ ແຫ່ງ ກຳປູເຈຍ ສົ່ງສານສະແດຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ທອງລຸນ ສີສຸລິດ

ໃນວັນທີ 4 ເມສາຜ່ານມາ, ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຊຶ່ງມີເນື້ອໃນວ່າ:
ສົມເດັດພະເທບ ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ສອນໄຊ ສີພັນດອນ

ສົມເດັດພະເທບ ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ສອນໄຊ ສີພັນດອນ

ໃນວັນທີ 4 ເມສາ ຜ່ານມາ ທີ່ສໍານັກພະຣາຊະວັງຈິດຕະຣະດາບາງກອກ ປະເທດໄທ; ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາດຊະກຸມາຣີ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ຊຶ່ງມີເນື້ອໃນວ່າ:
ສານອວຍພອນຂອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ

ສານອວຍພອນຂອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມໄດ້ສົ່ງສານອວຍພອນ ເຖິງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໂດຍມີເນື້ອໃນດັ່ງນີ້:
ສານອວຍພອນຂອງ ຄະນະກໍາມະການສູນກາງພັກກອມມູນິດຈີນ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ

ສານອວຍພອນຂອງ ຄະນະກໍາມະການສູນກາງພັກກອມມູນິດຈີນ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025),ຄະນະກໍາມະການສູນກາງພັກກອມມູນິດຈີນໄດ້ສົ່ງສານອວຍພອນ
ສານອວຍພອນບຸນປີໃໝ່ຈີນ

ສານອວຍພອນບຸນປີໃໝ່ຈີນ

ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊາດຈີນ ປະຈໍາປີ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ສີ ຈິ້ນຜິງ
ສານອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ

ສານອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ

ເນື່ອງໃນໂອກາດ ຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມ ປີມະເສັງ 2025, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ພະນະທ່ານທອງລຸນ ສີສຸລິດປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ຄູເຣລສຸກຄ ໂອຄະນາປະທານາທິບໍດີ ແຫ່ງ ມົງໂກລີ ທີ່ ນະຄອນຫຼວງ ອູລານບາຕໍ ຊຶ່ງມີເນື້ອໃນວ່າ:
ສານສະແດງຄວາມເຫັນໃຈ

ສານສະແດງຄວາມເຫັນໃຈ

ໃນວັນທີ 17 ຜ່ານມານີ້,ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ພະນະທ່ານ ໂຈເຊັບ ໄບເດັນປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ທີ່ວໍຊິງຕັນດີຊີຊຶ່ງມີເນື້ອໃນວ່າ:
ເພີ່ມເຕີມ