ສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະຫວັນນະເຂດຈັດພິທີປະກາດການຈັດຕັ້ງ

ສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະຫວັນນະເຂດຈັດພິທີປະກາດການຈັດຕັ້ງ
ເມື່ອບໍ່ດົນຜ່ານມາ ທີ່ສະໂມສອນສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະຫວັນເຂດ ໄດ້ຈັດພິທີປະກາດການຈັດຕັ້ງຂອງສະຖາບັນຍຸຕິທໍາແຫ່ງຊາດສາຂາ ສະຫວັນນະເຂດ
ຂຶ້ນ.ພາຍໃຕ້ການເປັນປະທານຂອງທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທໍາ,ມີຫົວໜ້າກົມຈັດຕັ້ງແລະພະນັກງານ, ຕາງໜ້າຈາກພາກ
ສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ໃນພິທີທ່ານ ຄໍາເສີດ ວິລະພັັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຍຸຕິທໍາ 2 ສະບັບຄື ຂໍ້ຕົກລົງສະ
ບັບເລກທີ 652 ແລະ653/ກ ຍ, ລົງວັນທີ 7 ພຶດສະພາ 2024 ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າສະຖາບັນຍຸຕິທໍາ ແຫ່ງຊາດ ສາຂາສະຫວັນນະເຂດ, ໃນນັ້ນໄດ້ຕົກລົງແຕ່ງຕັ້ງ ທ່ານ ພວງມະໄລ ກຸນລະວົງ ຮອງ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດສາຂາສະຫວັນນະເຂດເປັນຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະຫວັນນະເຂດ, ທ່ານ ບຸນຊູ ເພັດສະຫວັນ, ທ່ານຄໍາຫຼ້າ ພິມມະລາດ, ທ່ານ ວິໄລພອນ ກິ່ນບຸນກອງ ແລະ ທ່ານ ລໍາໃຈ ຕົ້ນມະນີ ເປັນຮອງຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະຫວັນ ນະເຂດ ພ້ອມທັງຫົວໜ້າຂະແໜງ, ຫົວໜ້າໜ່ວຍງານວິຊາຈໍານວນໜຶ່ງ ເພື່ອປະກອບເຂົ້າໃນກົງ ຈັກການຈັດຕັ້ງດັ່ງກ່າວ,ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນສະຖາ ບັນຍຸຕິທໍາແຫ່ງຊາດ ສາຂາສະຫວັນນະເຂດ. 
ໃນໂອກາດດັ່ງກ່າວ ທ່ານ ໄພວີ ສີບົວລິພາ  ກໍໄດ້ມີຄຳເຫັນໂອ້ລົມຊຶ່ງໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້.ພ້ອມນີ້ ທ່ານກໍໄດ້
ເນັ້ນໜັກໃຫ້ຄະນະພັກ-ຄະນະນໍາສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະຫວັນນະເຂດ
ຊຸດໃໝ່ ຈົ່ງພ້ອມກັນເຊີດຊູບົດບາດການນໍາພາຂອງພັກເຂົ້າໃນ ການນໍາພາ-ຊີ້ນໍາ, ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ-ພະນັກ ງານ, ຄູ-ອາຈານ ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ, ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະລະບຽບການຂອງລັດໃນແຕ່ລະໄລຍະ ໂດຍສະເພາະນະໂຍບາຍກ່ຽວກັບການສຶກ
ສາການສ້າງບຸກຄະລາກອນກົດໝາຍຕອບສະໜອງໃຫ້ແກ່ສັງຄົມເປັນປົກກະຕິ, ມີຄວາມ
ສາມັກຄີຊ່ວຍເຫຼືອເຊິ່ງ ກັນ ແລະກັນ ພ້ອມທັງຍົກສູງຄວາມເປັນແບບຢ່າງນໍາໜ້າ ໃນການປະຕິບັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ. ຂ່າວ-ພາບ: ໄຊຍະສິດ ບັນຍາວົງ

ຄໍາເຫັນ

ຂ່າວການເມືອງ

ສສຊ ປະກອບຄໍາເຫັນໂດຍເນັ້ນໃສ່ ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ

ສສຊ ປະກອບຄໍາເຫັນໂດຍເນັ້ນໃສ່ ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030),ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊາສູງສຸດ (ອອປສ) ໃນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ; ໃນນີ້, ສສຊ ໄດ້ມີຄຳເຫັນໂດຍສ່ວນໃຫຍ່ແມ່ນເນັ້ນໃສ່ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ; ຂະນະທີ່, ສສຊ ກໍໄດ້ສະເໜີໃຫ້ສືບຕໍ່ສ້າງ, ຝຶກຜູ້ພິພາກສາ ແລະ ພະນັກງານສານ ໃຫ້ເປັນມືອາຊີບ.
ສສຊສະເໜີໃຫ້ມີການກາຄືນ ທາດແທ້ຂອງສານ ແລະ ໄອຍະການ

ສສຊສະເໜີໃຫ້ມີການກາຄືນ ທາດແທ້ຂອງສານ ແລະ ໄອຍະການ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄໍາເຫັນ ຕໍ່ບົດລາຍງານກ່ຽວກັບການແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຊຶ່ງໃນນີ້ ທ່ານຈະເລີນເຢຍປາວເຮີຮອງປະທານສະພາແຫ່ງຊາດສສຊເຂດເລືອກຕັ້ງທີ 10 ແຂວງວຽງຈັນ ກໍໄດ້ສະເໜີ ສສຊສະເໜີໃຫ້ມີການກວດສອບທາດແທ້ຂອງສານແລະໄອຍະການ.
ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ໃນວັນທີ 11 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດຖະແຫຼງຂ່າວຜົນສໍາເລັດການພິຈາລະນາວຽກງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະແຜນປີ 2026 ແລະ ບົດລາຍງານສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX (ລະຫວ່າງວັນທີ 10 ຫາ 21ພະຈິກ 2025).
ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມຂອງວາລະດັ່ງກ່າວ ໄດ້ມີບາງຄໍາເຫັນເຈາະຈີ່ມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030), ປະຈໍາປີ 2026 ຂອງ ສານປະຊາຊົນສູງສຸດ (ສປສສ) ແລະ ຂອງອົງການໄອຍະການປະຊາຊົນສູງສຸດ (ອອປສ) ຊຶ່ງໄດ້ມີຄໍາເຫັນດັ່ງນີ້:
ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ

ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ

ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງ ອອປສ ຊຶ່ງໄດ້ກ່າວວ່າ:
ຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ຕໍ່ ສປສສ

ຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ຕໍ່ ສປສສ

ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງສານປະຊາຊົນສູງສຸດ (ສປສສ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍໄດ້ຕີລາຄາສູງຕໍ່ຜົນສໍາເລັດ ແລະ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ເພື່ີອເຮັດໃຫ້ແຜນການຕໍ່ໜ້າຂອງ ສປສສ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ.
ອອປສ ມີຫຼາຍວຽກງານພົ້ນເດັ່ນ ໃນ 5 ປີຜ່ານມາ

ອອປສ ມີຫຼາຍວຽກງານພົ້ນເດັ່ນ ໃນ 5 ປີຜ່ານມາ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງ ອອປສ ຊຶ່ງໃນນີ້ ກໍໄດ້ລາຍງານຫຼາຍວຽກງານພົ້ນເດັ່ນຂອງການຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາ ໂດຍສະເພາະ ການຕິດຕາມກວດກາການປະຕິບັດກົດໝາຍແລະສັ່ງຟ້ອງຜູ້ຖືກຫາຂຶ້ນສານ.
ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 2 ສະໄໝທີ Vll ຈັດຂຶ້ນໃນວັນທີ 17 ພະຈິກນີ້ ທີ່ຫ້ອງປະຊຸມຊັ້ນ3 ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຕາງໜ້າຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.
ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ໃນການຂຶ້ນຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ; ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ຊີ້ແຈງກ່ຽວກັບກົນໄກ ແລະ ວິທີການຕ່າງໆ ໃນການຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບ ຊຶ່ງໃນນີ້ ກໍໄດ້ຊີ້ແຈງກ່ຽວກັບຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ ໃຫ້ມີການປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດກ່ຽວກັບການເພີ່ມພາລະບົດບາດ, ສິດຂອງອົງການກວດສອບແຫ່ງລັດໃນການແກ້ໄຂຜົນການກວດສອບໃຫ້ຈະແຈ້ງແລະເຂັ້ມງວດຂຶ້ນ.
ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານກວດກາສູນກາງພັກ ໄດ້ຂຶ້ນຊີ້ແຈງຫຼາຍຂໍ້ຊັກຖາມ ໃນການປະກອບຄໍາຄິດເຫັນຂອງຄະນະປະຈໍາສະພາແຫ່ງຊາດແລະບັນດາທ່ານສສຊທີ່ໄດ້ຍົກຂຶ້ນຕໍ່ກັບວຽກງານຂອງອົງການກວດກາແຫ່ງລັດໃນໄລຍະຜ່ານມາແລະບັນດາຂໍ້ສະເໜີໃຫ້ກັບວຽກງານກວດກາໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບການກວດພົບເຫັນຫຼາຍເປົ້າໝາຍກວດກາແລ້ວ, ແຕ່ການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ແມ່ນຍ້ອນຫຼາຍປັດໄຈ.
ເພີ່ມເຕີມ