ຝຶກອົບຮົມບໍາລຸງວຽກງານຄຸ້ມຄອງສື່ ໃຫ້ພະນັກງານຫຼັກແຫຼ່ງຄຸ້ມຄອງສື່ມວນລາວ

ສື່ມວນຊົນລາວຍົກລະດັບວຽກຄຸ້ມຄອງສື່ ຢູ່ ສສ ຫວຽດນາມ

ສື່ມວນຊົນລາວຍົກລະດັບວຽກຄຸ້ມຄອງສື່ ຢູ່ ສສ ຫວຽດນາມ
ສະຖາບັນສື່ມວນຊົນ ແລະ ໂຄສະນາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ ສສ ຫວຽດນາມ ຈັດຝຶກອົບຮົມບໍາລຸງວຽກງານຄຸ້ມຄອງສື່ ໃຫ້ພະນັກງານຫຼັກແຫຼ່ງຄຸ້ມຄອງສື່ມວນລາວ ທີ່ມາຈາກກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ,

ສໍານັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ, ໜັງສືພິມພາສາຕ່າງປະເທດ, ໜັງສືພິມປະຊາຊົນ, ສູນກາງສະຫະພັນກໍາມະບານລາວ, ກົມໂຄສະນາອົບຮົມ ກະຊວງປ້ອງກັນປະເທດ, ພະແນກຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ບໍລິຄໍາໄຊ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.
ພິທີເປີດຊຸດຝຶກອົບຮົມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 17 ກັນຍາຜ່ານມາ ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໂດຍການເຂົ້າຮ່ວມຂອງ ທ່ານ ຮ່ວງ ວັນ ເຫງ້ຍ ຫົວໜ້າກົມຮ່ວມມືສາກົນ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິງ, ທ່ານ ຟ້າມ ມິງ ເຊີນ ຫົວໜ້າສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ ຫວຽດນາມ, ທ່ານ ວັນເພງ ໄພຍະມາດ ເລຂາເອກ ຕາງໜ້າສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄູອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ທ່ານ ຟ້າມ ມິງ ເຊີນ ໄດ້ມີຄຳເຫັນວ່າ: ການຝຶກອົບຮົມວຽກງານຄຸ້ມຄອງສື່ມວນຊົນ ໃຫ້ພະນັກງານຫຼັກແຫຼ່ງສື່ມວນຂອງລາວ ແມ່ນວຽກງານໜຶ່ງທີ່ສຳຄັນທີ່ສຸດທາງດ້ານການເມືອງ ຂອງສະຖາບັນສື່ມວນຊົນ ແລະ ໂຄສະນາຫວຽດນາມ, ທັງນີ້ກໍເພື່ອສ້າງຄວາມເຂັ້ມແຂງໃນການເປັນຜູ້ນຳ ແລະ ພະນັກງານນຳພາຄຸ້ມຄອງສື່ມວນຊົນ ຂອງລາວໃນຕໍ່ໜ້າ. ນັບແຕ່ປີ 2012 ມາຮອດ ປັດຈຸບັນ, ສະຖາບັນໄດ້ສຳເລັດການຈັດຝຶກອົບຮົມໃຫ້ຜູ້ບໍລິຫານ ແລະ ພະນັກງານຄຸ້ມຄອງສື່ມວນຊົນລາວ 7 ຊຸດ ໂດຍມີນັກສຶກສາທີ່ຮຽນຈົບທັງໝົດ 147 ຄົນ.
(ແ=່ງຂ່າວ: ຂປລ)

ຄໍາເຫັນ

ຂ່າວການຮ່ວມມື

ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ  ຂອງ ຄະນະຜູ້ແທນກອງທຶນຈີນ

ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຄະນະຜູ້ແທນກອງທຶນຈີນ

ໂດຍຕອບສະໜອງຕາມຄຳເຊີນ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ, ຄະນະຜູ້ແທນກອງທຶນຈີນເພື່ອ ສັນຕິພາບ ແລະ ການພັດທະນາ ນໍາໂດຍ ສະຫາຍ ຫວາງ ເຫີໝິງ ເລຂາທິການກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 24-26 ມີນາ 2026.
ທູດ​ຈີນເຂົ້າ​ຊົມເຊີຍ ​ສະຫາຍ ທອງ​ສະ​ຫວັນ ພົມວິຫານ

ທູດ​ຈີນເຂົ້າ​ຊົມເຊີຍ ​ສະຫາຍ ທອງ​ສະ​ຫວັນ ພົມວິຫານ

ໃນ​ຕອນ​ແລງ​ຂອງ​ວັນ​ທີ 23 ມີນາ ນີ້ ທີ່ກະຊວງ​ການ​ຕ່າງປະເທດ, ສະຫາຍ ທອງ​ສະຫວັນ ພົມວິຫານ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດແຫ່ງ ສປປ ລາວ ໄດ້​ຕ້ອນຮັບສະຫາຍນາງ ຟາງຫົງ (Fang Hong) ເອກ​ອັກ​ຄະ​ລັດ​ຖະ​ທູດແຫ່ງ ສປ ຈີນ ປະ​ຈໍາ ສປປ ລາວ ພ້ອມ​ດ້ວຍ​ຄະນະເຂົ້າ​ອວຍພອນ​ ແລະ ຊົມເຊີຍເນື່ອງ​ໃນ​ໂອກາດ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຮອງ​ນາຍົກລັດຖະມົນຕີ ແລະ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດແຫ່ງ ສປປ ລາວ.
ທູດ​ຫວຽດນາມ ເຂົ້າ​ຊົມເຊີຍສະຫາຍ ທອງ​ສະຫວັນ ພົມວິຫານ

ທູດ​ຫວຽດນາມ ເຂົ້າ​ຊົມເຊີຍສະຫາຍ ທອງ​ສະຫວັນ ພົມວິຫານ

ໃນວັນທີ 23 ມີນານີ້ ທີ່ກະຊວງ​ການ​ຕ່າງປະເທດ, ສະຫາຍ ທອງ​ສະຫວັນ ພົມວິຫານ ຮອງ​ນາ​ຍົກ​ລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດແຫ່ງ ສປປ ລາວ ໄດ້​ຕ້ອນຮັບສະຫາຍ ຫ​ງວຽນມິງເຕິມ ທູດ​ຫວຽດນາມ​ປະຈຳ​ລາວ​ເຂົ້າ​ອວຍພອນ​ ແລະ ຊົມເຊີຍ ເນື່ອງ​ໃນ​ໂອກາດ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຮອງ​ນາຍົກລັດຖະມົນຕີ ແລະ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດແຫ່ງ ສປປ ລາວ.
ກິດຈະກຳ ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ

ກິດຈະກຳ ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ຫ້ອງການການຕ່າງປະເທດ ແຂວງຢຸນນານ ສປ ຈີນ ໄດ້ຈັດກິດຈະກຳ "ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ" ຂຶ້ນໃນລະຫວ່າງວັນທີ 22-31 ມີນານີ້ ທີ່ແຂວງຢຸນນານ ນະຄອນຄຸນໝິງ ສປ ຈີນ ນໍາໂດຍ ທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສຶກສາ ສາມັນ ກະຊວງ ສສກ, ມີຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ, ໂຮງຮຽນຫຼຽວໂຕ, ໂຮງຮຽນມັດທະຍົມສຶກສາສົມບູນ ສັນຕິພາບຫຼວງພະບາງເຂົ້າຮ່ວມ.
ກອງປະຊຸມເສວະນາ "ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ - ຈີນ " ຈັດຂຶ້ນທີ່ນະຄອນຫຼວງວຽງຈັນດ້ວຍຜົນສຳເລັດ

ກອງປະຊຸມເສວະນາ "ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ - ຈີນ " ຈັດຂຶ້ນທີ່ນະຄອນຫຼວງວຽງຈັນດ້ວຍຜົນສຳເລັດ

ທ່ານ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ: ເມື່ອພວກເຮົາເວົ້າເຖິງ “ຈີນໃນລະດູບານໃໝ່”, ພວກເຮົາບໍ່ໄດ້ໝາຍເຖິງພຽງແຕ່ການປ່ຽນແປງຂອງດິນຟ້າອາກາດ, ແຕ່ພວກເຮົາກຳລັງເວົ້າເຖິງ “ຍຸກສະໄໝໃໝ່” ຂອງການພັດທະນາທີ່ທົ່ວໂລກກຳລັງຕິດຕາມເບິ່ງຢ່າງໃກ້ຊິດຕິດແທດ ໂດຍພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຈີນ ທີ່ມີສະຫາຍ ສີຈິ້ນຜິງ ເປັນແກນນຳ, ປະເທດຈີນໄດ້ສ້າງສິ່ງມະ ຫັດສະຈັນຫຼາຍຢ່າງທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມວນມະນຸດ.
ທ່ານ ສີພັນດອນ ອ້ອຍບົວບຸດດີ ເຂົ້າຍື່ນສານຕາຕັ້ງຕໍ່ປະທານາທິບໍດີເເຫ່ງ ສ ອາກເມນີ

ທ່ານ ສີພັນດອນ ອ້ອຍບົວບຸດດີ ເຂົ້າຍື່ນສານຕາຕັ້ງຕໍ່ປະທານາທິບໍດີເເຫ່ງ ສ ອາກເມນີ

ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືກັບປະເທດເພື່ອນມິດ ຕາມແນວທາງການຕ່າງປະເທດຢ່າງສະເໝີຕົ້ນ ສະເໝີປາຍ ຂອງພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນວັນທີ 19 ມີນາ ຜ່ານມາ ຢູ່ ທໍານຽບປະທານາທິບໍດີ ອາກເມນີ ທີ່ນະຄອນຫຼວງ ເຢເຣວານ, ທ່ານ ສີພັນດອນ ອ້ອຍບົວບຸດດີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ທ່ານ ວາຮັກ ກາຈາຕູຣຽນ (H.E. Mr. Vahagn KHACHATURYAN) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາກເມນີ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ອາກເມນີ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງມົສກູ ສະຫະພັນຣັດເຊຍ.
ສປປ ລາວ - ສ ເກົາຫຼີ ຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ

ສປປ ລາວ - ສ ເກົາຫຼີ ຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ

ກອງປະຊຸມການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ລະຫວ່າງ ສປປ ລາວ - ສ ເກົາຫຼີ ໄດ້ຈັດຂຶ້ນໃນວັນທີ 23 ມີນາ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຈ່ອງຢ່ອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ  ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ

ໃນວັນທີ 23 ມີນາ ນີ້ ທີ່ກະຊວງການຕ່າງປະເທດ, ສະຫາຍ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ສະຫາຍ ນາງ ດັ້ງ ທິ ຫາຍ ເຕິມ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເລຂາທິການໃຫຍ່ພັກແຮງງານເກົາຫຼີ ສົ່ງສານອວຍພອນ ເລຂາທິການໃຫຍ່ ພັກ ປປ ລາວ

ເລຂາທິການໃຫຍ່ພັກແຮງງານເກົາຫຼີ ສົ່ງສານອວຍພອນ ເລຂາທິການໃຫຍ່ ພັກ ປປ ລາວ

ໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71ປີ, ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງມີເນື້ອໃນດັ່ງນີ້:
ນັກສຶກສາລາວ 18 ຄົນໄດ້ຮັບທຶນໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ

ນັກສຶກສາລາວ 18 ຄົນໄດ້ຮັບທຶນໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ

ຫວ່າງມໍ່ໆມານີ້ທີ່ບ້ານພັກທູດຍີ່ປຸ່ນປະຈຳລາວ ໄດ້ຈັດງານລ້ຽງແກ່ນັກສຶກສາລາວທີ່ກຳລັງກະກຽມໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນພາຍໃຕ້ທຶນການສຶກສາ MEXT (Ministry of Education, Culture, Sports, Science and Technology)
ເພີ່ມເຕີມ