ຕ້ອນຮັບທ່ານ ນາງ ຟາງຮົງ (Fang Hong)

ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບທູດ ສປ ຈີນ

ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບທູດ ສປ ຈີນ
ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບທ່ານ ນາງ ຟາງຮົງ (Fang Hong)

 

 ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ໃນຕອນບ່າຍຂອງວັນທີ 10 ທັນວາ ນີ້ ທີ່ຄະນະກວດກາສູນກາງພັກ.

ໂອກາດດັ່ງກ່າວ ທ່ານ ຄຳພັນ ພົມມະທັດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ນາງ ຟາງຮົງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ຊຶ່ງເປັນການສະແດງເຖິງ ຄວາມໄວ້ເນື້ອເຊື່ອໃຈຢ່າງສູງຂອງພັກ, ລັດ ແລະ ປະຊາຊົນຈີນ ຕໍ່ຜົນງານການປະກອບສ່ວນຢ່າງຕັ້ງໜ້າຂອງ ທ່ານ ເອກອັກຄະລັດຖະທູດ ເຂົ້າໃນການເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງ ພັກ, ລັດ ສປປ ລາວ ແລະ ພັກ, ລັດ ສປ ຈີນ ທີ່ເປັນມູນເຊື້ອແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການພົວພັນແບບຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ.

ພ້ອມນີ້ ຍັງໄດ້ຕີລາຄາສູງ ຕໍ່ການຮ່ວມມືປະສານສົມທົບກັນ ລະຫວ່າງ ຄະນະກວດກາສູນກາງພັກປະຊາຊົນ ປະຕິວັດລາວ ກັບ ສະຖານທູດຈີນ ປະຈໍາລາວ, ເຊື່ອໝັ້ນວ່າ ຕະຫຼອດໄລຍະຂອງການປະຕິບັດ ໜ້າທີ່ການທູດຢູ່ລາວ, ທ່ານ ທູດຈະປະກອບສ່ວນເສີມຂະຫຍາຍ ແລະ ຮັດແໜ້ນສາຍ ພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ຝ່າຍລາວ ຍິນດີຈະໃຫ້ຄວາມຮ່ວມມື, ປະສານສົມທົບຢ່າງແໜ້ນແຟ້ນ ແລະ ອໍານວຍຄວາມ ສະດວກໃຫ້ແກ່ທ່ານທູດ ກໍຄື ສະຖານທູດ ໃນການປະຕິບັດໜ້າທີ່ການທູດຢູ່ ລາວ ແລະ ເຊື່ອໝັ້ນວ່າ ດ້ວຍບົດຮຽນ ແລະ ປະສົບການອັນອຸດົມສົມບູນ, ທ່ານທູດ ຈະສາມາດປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ນອກນີ້ຍັງໄດ້ສະເໜີ ທ່ານທູດ ສືບຕໍ່ປະຕິບັດໜ້າທີ່ການເປັນຂົວເຊື່ອມມິດຕະພາບ ແລະ ເປັນເສນາທິການ ປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນການຮ່ວມມື ລະຫວ່າງ ພັກ, ລັດ ສປປ ລາວ ແລະ ພັກ, ລັດ ສປ ຈີນ ທີ່ເປັນມູນເຊື້ອແບບຄູ່ຮ່ວມຍຸດທະສາດຮອບດ້ານ, I ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການພົວພັນແບບຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນ, ຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ ແລະ ລົງຢ້ຽມຢາມ ບັນດາແຂວງຂອງລາວ ເພື່ອເຫັນໄດ້ ສະພາບຕົວຈິງ ການພັດທະນາຢູ່ແຕ່ລະແຂວງ ແລະ ເປັນການເພີ່ມທະວີຄວາມໃກ້ຊິດກັບ ບັນດາການນໍາ- ອົງການປົກຄອງທ້ອງຖິ່ນຂອງລາວ ແລະ ຫວັງວ່າທ່ານ ຈະຊ່ວຍພິຈາລະນາສືບຕໍ່ຍາດແຍ່ງເອົາ ການຊ່ວຍເຫຼືອ ທີ່ແທດ
ເໝາະກັບສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ ທີ່ມີຄວາມຕ້ອງການໃນ ການພັດທະນາເສດຖະກິດ ແລະ ສັງຄົມ.

ຂ່າວ: ຕູ່ນາ ເລົ່າຖາວອນ

ຄໍາເຫັນ

ຂ່າວການຮ່ວມມື

ອາຊຽນ ຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນ

ອາຊຽນ ຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນ

ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກນີ້ ທີ່ເມືອງວັງວຽງ,ແຂວງວຽງຈັນ ສປປ ລາວ, ເພື່ອເປັນການຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນອາຊຽນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປີດກອງປະຊຸມ ຂອງ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນ ຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະ ກຳມະການປົກຄອງແຂວງວຽງຈັນ, ມີບັນດາຫົວໜ້າຄະນະກຳມະການວັດທະນະທຳ ແລະ ຖະແຫຼງ ຂ່າວປະອາຊຽນ(ASEAN-COCI),ຫົວໜ້າອະນຸກຳມະການວັດທະນະທຳ(SCC), ຫົວໜ້າອະນຸກຳມະການ ຖະແຫຼງຂ່າວ (SCI), ຜູ້ຕາງໜ້າກອງເລຂາອາຊຽນເຂົ້າຮ່ວມ.
ການເຊື່ອມໂຍງຈິດໃຈຂອງປະຊາຊົນເສີມສ້າງພື້ນຖານທາງສັງຄົມໃຫ້ໝັ້ນຄົງ ເພື່ອສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜ້ຽວແໜ້ນໃນທຸກສະພາບການ

ການເຊື່ອມໂຍງຈິດໃຈຂອງປະຊາຊົນເສີມສ້າງພື້ນຖານທາງສັງຄົມໃຫ້ໝັ້ນຄົງ ເພື່ອສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜ້ຽວແໜ້ນໃນທຸກສະພາບການ

ຮາກຖານຂອງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຢູ່ທີ່ຈິດໃຈຂອງປະຊາຊົນ. ຄວາມເຫັນດີເປັນເອກະພາບໃນລະດັບສູງ ໄດ້ສ້າງຂອບການຮ່ວມມືສອງຝ່າຍໃນລະດັບສູງສຸດ, ແຕ່ສາຍພົວພັນຄູ່ຮ່ວມມືຈະສາມາດຍືນຍົງ ແລະ ໝັ້ນຄົງໄດ້ຍາວນານ ຫຼື ບໍ່ນັ້ນ, ທ້າຍທີ່ສຸດກໍຂຶ້ນກັບການຍອມຮັບ ແລະ ການສະໜັບສະໜູນຂອງປະຊາຊົນທົ່ວໄປ. ປະຫວັດສາດການພົວພັນສາກົນ,ໃນສະໄໝບູຮານ ແລະ ສະໄໝໃໝ່, ໃນຈີນ ແລະ ຕ່າງປະເທດ ໄດ້ສະແດງໃຫ້ເຫັນຊ້ຳແລ້ວຊ້ຳອີກວ່າ: ມິດຕະພາບລະຫວ່າງປະເທດກັບປະເທດ ບໍ່ໄດ້ຢູ່ໃນຖ້ອຍຄຳຂອງສົນທິສັນຍາ, ແຕ່ຢູ່ທີ່ຄວາມສໍາຄັນທາງຈິດໃຈທີ່ປະຊາຊົນມອບໃຫ້ມິດຕະພາບນັ້ນ. ນີ້ແມ່ນບົດຮຽນອັນເລິກເຊິ່ງທີ່ການພັດທະນາສາຍພົວພັນລາວ-ຈີນ ໄດ້ນຳມາໃຫ້ພວກເຮົາ. ສາຍພົວພັນຄູ່ຮ່ວມມືທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຖືກເອີ້ນວ່າ“ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ”, ກໍຍ້ອນວ່າມັນຝັງຮາກຢ່າງເລິກເຊິ່ງໃນໝູ່ປະຊາຊົນ, ບໍ່ວ່າສະພາບການສາກົນຈະປ່ຽນແປງແນວໃດ ກໍບໍ່ສາມາດສັ່ນຄອນໄດ້.
ມອບຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ທີ່ປຶກສາດ້ານຢາເສບຕິດຣາຊະອານາຈັກໄທ

ມອບຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ທີ່ປຶກສາດ້ານຢາເສບຕິດຣາຊະອານາຈັກໄທ

ວັນທີ 24 ພະຈິກຜ່ານມາ ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ທ່ານ ນາງ ປຸລະພອນ ພານິດຊະການ ອັກຄະຣາຊະທູດ ທີ່ປຶກສາດ້ານຢາເສບຕິດ ແຫ່ງຣາຊະອານາຈັກໄທ ປະຈຳສປປ ລາວ, ໃຫ້ກຽດມອບຂອງທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າກອງເລຂາຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການ “ຈຸດເດັ່ນອາຫານຫວຽດນາມ” ທີ່ແຂວງຈໍາປາສັກ

ໂຄງການ “ຈຸດເດັ່ນອາຫານຫວຽດນາມ” ທີ່ແຂວງຈໍາປາສັກ

ເພື່ອເປັນການສະເຫຼີມສະຫຼອງ "ວັນມະຫາສາມັກຄີທົ່ວປວງຊົນ" ແລະ "ວັນວັດທະນະທຳຫວຽດນາມ", ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ແຂວງຈໍາປາສັກ ສປປ ລາວ ໄດ້ຈັດງານເທດສະການພາຍໃຕ້ຫົວຂໍ້; “ຈຸດເດັ່ນຂອງອາຫານຫວຽດນາມ” ໃນວັນທີ 23 ພະຈິກ 2026. ກິດຈະກຳດັ່ງກ່າວ ມີຈຸດປະສົງເພື່ອແນະນຳອາຫານພື້ນເມືອງ ທີ່ມີຊື່ສຽງທີ່ສຸດຂອງຫວຽດນາມ 2 ຢ່າງ ຄື: “ເຝີ ແລະ ແໜມ” ໃຫ້ເພື່ອນມິດຊາວລາວ ແລະ ປະຊາຄົມຊາວຫວຽດນາມ ໄດ້ຊິມລົດຊາດອາຫານເດັດຂອງຫວຽດນາມ.
ເວທີປຶກສາຫາລືພາກທຸລະກິດ ແລະ ງານລ້ຽງອາຫານຄໍ່າ ເພື່ອສ້າງເຄືອຂ່າຍ ລາວ-ມາເລເຊຍ 2026

ເວທີປຶກສາຫາລືພາກທຸລະກິດ ແລະ ງານລ້ຽງອາຫານຄໍ່າ ເພື່ອສ້າງເຄືອຂ່າຍ ລາວ-ມາເລເຊຍ 2026

ໃນວັນທີ 23 ພະຈິກ ຜ່ານມາ ທີ່ ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ, ເພື່ອເປັນການຜັນຂະຫຍາຍນະໂຍບາຍກ່ຽວກັບວຽກງານການທູດເສດຖະກິດ ຂອງ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມເວທີປຶກສາຫາລືພາກທຸລະກິດ ແລະ ງານລ້ຽງອາຫານຄໍ່າ ເພື່ອສ້າງເຄືອຂ່າຍລາວ-ມາເລເຊຍ 2026 (Laos-Malaysia Business Forum & Networking Dinner 2026) ພາຍໃຕ້ຫົວຂໍ້ “Powering AI Infrastructure, Smart Manufacturing, and Regional Logistics”, ໂດຍມີເຈົ້າພາບຈັດງານ ແລະ ທີມງານໃຫ້ການສະໜັບສະໜູນຈັດຮ່ວມໂດຍ: ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະພາທຸລະກິດມາເລເຊຍ ປະຈໍາ ສປປ ລາວ, ກະຊວງການຕ່າງປະເທດ (ກົມເສດຖະກິດ), ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ), ສະຖານທູດ ແຫ່ງ ສປປ ລາວ ປະຈໍາ ມາເລເຊຍ ແລະ ພາກທຸລະກິດຂອງທັງສອງປະເທດ. ກອງປະຊຸມເວທີປຶກສາຫາລືພາກທຸລະກິດດັ່ງກ່າວແມ່ນໜຶ່ງໃນບັນດາກິດຈະກໍາປິ່ນອ້ອມການຢ້ຽມຢາມທາງການມາເລເຊຍ ແຕ່ວັນທີ 22-24 ພະຈິກ2026 ຂອງຄະນະຜູ້ແທນ ສປປ ລາວ ນໍາພາໂດຍ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ຄະນະຜູ້ແທນເຢຍລະມັນຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນຫາລືຜົນສຳເລັດໂຄງການພັດທະນາຊົນນະບົດ

ຄະນະຜູ້ແທນເຢຍລະມັນຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນຫາລືຜົນສຳເລັດໂຄງການພັດທະນາຊົນນະບົດ

ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານພັກແຂວງ, ປະທານປະຊາຊົນແຂວງຄຳ​ມ່ວນ ໄດ້ຕ້ອນຮັບຄະນະຜູ້ແທນຈາກກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ (BMZ), ສະຖານທູດເຢຍລະມັນປະຈຳ ສ​ປ​ປລາວ, ທະນາຄານເພື່ອການພັດທະນາ (KfW) ແລະ ອົງການ GIZ ນຳໂດຍ ທ່ານນາງ ມິຄາເອວລາ ເຮນນີງ ຮອງຫົວໜ້າພະແນກອາ​ຊີຕາເວັນອອກສຽງໃຕ້ພ້ອມຄະນະ, ​ໃນ​ວັນ​ທີ 23 ພະ​ຈິກ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ເພື່ອປະເມີນຜົນ ແລະ ແລກປ່ຽນຄຳເຫັນກ່ຽວກັບການຮ່ວມມືພັດທະນາໃນແຂວງຄຳມ່ວນ.
ເຈົ້າໜ້າທີ່ອາວຸໂສ ລາວ-ຈີນ ຮ່ວມມືກວດກາ ແລະ ຄວບຄຸມຢາເສບຕິດ

ເຈົ້າໜ້າທີ່ອາວຸໂສ ລາວ-ຈີນ ຮ່ວມມືກວດກາ ແລະ ຄວບຄຸມຢາເສບຕິດ

ກອງປະຊຸມຮ່ວມມືລະດັບເຈົ້າໜ້າທີ່ອາວຸໂສ ສອງຝ່າຍ ລາວ-ຈີນ ວ່າດ້ວຍການຮ່ວມມືເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ຄັ້ງທີ 21 ຈັດຂຶ້ນໃນວັນທີ 19 ພະຈິກຜ່ານມາ, ທີ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ພົຈວ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປລາວ ແລະ ທ່ານ ຫຼານ ເຫວີຍຮົງ ຮອງເລຂາທິການ ຄະນະກຳມະການແຫ່ງຊາດເພື່ອຄວບຄຸມຢາເສບຕິດ ແຫ່ງ ສປ ຈີນ, ມີທ່ານ ພັອ ຈັນທອນ ເຮືອງຄຳໄຊ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ພ້ອມດ້ວຍຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສສອງຝ່າຍເຂົ້າຮ່ວມ.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທູດກຳປູເຈຍ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທູດກຳປູເຈຍ

ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ຮຸນກຣອງ ພະນອງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນວັນທີ 24 ພະຈິກນີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ.
ອາຊຽນຫາລືເພີ່ມທະວີການຮ່ວມມືຂົງເຂດວັດທະນະທຳ ແລະ ຖະແຫຼງຂ່າວ

ອາຊຽນຫາລືເພີ່ມທະວີການຮ່ວມມືຂົງເຂດວັດທະນະທຳ ແລະ ຖະແຫຼງຂ່າວ

ກອງປະຊຸມກະກຽມຂອງອະນຸກຳມະການວັດທະນະທຳ (Sub Committee on Culture - SCC) ແລະ ກອງປະຊຸມອະນຸກຳມະການຖະແຫຼງຂ່າວ (Sub Committee on Information - SCI) ເພື່ອກະກຽມໃຫ້ແກ່ ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN Committee on Culture and Information - ASEAN-COCI) ຄັ້ງທີ 61 (ຈະຈັດຂຶ້ນໃນວັນທີ 25 ພະຈິກ 2026) ໄດ້ຈັດຂຶ້ນ ໃນວັນທີ 24 ພະຈິກນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ສປປ ລາວ.
ລາວ-ຈີນ ສະຫຼອງປີມິດຕະພາບ ແລະ ຄົບຮອບ 5 ປີ ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ

ລາວ-ຈີນ ສະຫຼອງປີມິດຕະພາບ ແລະ ຄົບຮອບ 5 ປີ ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ

ພິທີສະເຫຼີມສະຫຼອງ “ປີແຫ່ງມິດຕະພາບ ລາວ-ຈີນ ແລະ ວັນຄົບຮອບ 5 ປີ ແຫ່ງການເປີດນຳໃຊ້ທາງລົດໄຟ ລາວ-ຈີນ” ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2026 ທີ່ເມືອງຕ້າລຽນ ສປ ຈີນ, ໂດຍມີ ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດລາວ ປະຈຳ ສປ ຈີນ, ຜູ້ຕາງໜ້າຈາກສະຖານທູດ ສປ ຈີນ ປະຈຳ ລາວ, ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດລົດໄຟ ລາວ-ຈີນ ຈຳກັດ, ທ່ານ ຊຸນຢົງໄຊ (Sun Yongcai) ເລຂາຄະນະພັກ ແລະ ປະທານບໍລິສັດ CRRC ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ