ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ
ໃນວັນທີ 26 ກັນຍາ ນີ້ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນ

ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ເຂົ້າຢ້ຽມຂໍ່ານັບ ເນື່ອງໃນໂອກາດທີ່ເດີນທາງມາເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ (ADSOM ແລະ ADSOM-Plus) ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໃນລະຫວ່າງວັນທີ 24-27 ກັນຍານີ້.
ໂອກາດນີ້, ທ່ານ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ ໃນນາມປະທານກອງປະຊຸມດັ່ງກ່າວ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຜົນສຳເລັດ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ໃຫ້ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮັບຊາບ.
ໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຕໍ່ຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມດັ່ງກ່າວ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ທີ່ດຳເນີນໄປດ້ວຍບັນຍາການເບີກບານມ່ວນຊື່ນ, ສ້າງສັນ ແລະ ເຕັມໄປດ້ວຍເນື້ອໃນ ທີ່ເປັນພື້ນຖານອັນສໍາຄັນ ໃຫ້ແກ່ການກະກຽມດຳເນີນກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18 ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ-ບວກ ຄັ້ງທີ 11 ທີ່ຈະຈັດຂຶ້ນໃນເດືອນພະຈິກ ທີ່ຈະມາເຖິງນີ້, ພ້ອມດຽວກັນນັ້ນ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ບັນດາປະເທດອາຊຽນ ແລະ ອາຊຽນ-ບວກ ທີ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ໃນປີ 2024 ນີ້ ໃຫ້ມີຜົນສຳເລັດຢ່າງຈົບງາມ.
(ຂ່າວ-ພາບ:ເຄນໄຊ)

ຄໍາເຫັນ

ຂ່າວການຮ່ວມມື

ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນ

ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນ

ສາຍການບິນ Vietjet ໄດ້ເຜີຍແຜ່ບົດລາຍງານການກວດສອບບັນຊີການເງິນສໍາລັບເຄິ່ງປີທໍາອິດ ຂອງປີ 2025, ໂດຍລາຍງານການເຕີບໃຫຍ່ທີ່ໂດດເດັ່ນ ແລະ ເສີມສ້າງຄວາມເຂັ້ມແຂງໃນຖານະສາຍການບິນທີ່ກໍາລັງຂະຫຍາຍຕົວໃນລະດັບສາກົນ. ນອກຈາກນີ້, ສາຍການບິນດັ່ງກ່າວຍັງໄດ້ປະກາດເສັ້ນທາງບິນໃໝ່ ໂດຍມີຖ້ຽວບິນກົງເຊື່ອມຕໍ່ລະຫວ່າງນະຄອນໂຮ່ຈິມິນ ຊຶ່ງເປັນສູນກາງທາງດ້ານເສດຖະກິດຂອງຫວຽດນາມກັບນະຄອນຫຼວງມານີລາຂອງຟີລິບປິນ ຊຶ່ງມີກຳນົດເປີດໃຫ້ບໍລິການໃນເດືອນພະຈິກ. ສໍາລັບນັກທ່ອງທ່ຽວຊາວລາວ, ເສັ້ນທາງບິນໃໝ່ນີ້ຈະອຳນວຍຄວາມສະດວກໃນການເດີນທາງລະຫວ່າງ ສປປ ລາວ ແລະ ປະເທດຟີລິບປິນ ໄດ້ສະດວກຂຶ້ນ ຜ່ານການເຊື່ອມຕໍ່ຖ້ຽວບິນຂອງສາຍການບິນ Vietjet.
ຄຳມ່ວນ - ນະຄອນພະນົມ ຮ່ວມມືໃນ 8 ບັນຫາສໍາຄັນ

ຄຳມ່ວນ - ນະຄອນພະນົມ ຮ່ວມມືໃນ 8 ບັນຫາສໍາຄັນ

ກອງປະຊຸມ ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ - ໄທ ຄັ້ງທີ 14 ລະຫວ່າງ ແຂວງຄຳມວນ ສປປ ລາວ ແລະ ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ ຈັດຂຶ້ນໃນວັນທີ 10 ກັນຍານີ້ ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ສປປ ລາວ. ຄະນະຜູ້ແທນ ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຂອງແຂວງ, ຝ່າຍຈັງຫວັດນະຄອນພະນົມ ນໍາໂດຍ ທ່ານ ປຣາດຍາ ອຸ່ນເພັດວະຣາກອນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຈັງຫວັດນະຄອນພະນົມ, ມີຕາງໜ້າກົງສູນໃຫຍ່ ສປປ ລາວ ປະຈໍາຂອນແກ່ນ ແລະ ກົງສູນໃຫຍ່ ຣາຊະອານາຈັກໄທ ປະຈໍາສະຫວັນນະເຂດ, ພ້ອມດ້ວຍຜູ້ແທນສອງຝ່າຍເຂົ້າຮ່ວມ.
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ

ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ

ໃນຕອນເຊົ້າຂອງວັນທີ 5 ກັນຍາ ຜ່ານມາ ທີ່ ທໍານຽບຂາວ, ທ່ານ ພູໂຂງ ສີສຸລາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ໂດໂນ ທຣຳ ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສະຫະລັດອາເມຣິກາ ຄົນໃໝ່ ຊຶ່ງມີສຳນັກງານການທູດຕັ້ງຢູ່ນະຄອນຫຼວງວໍຊິງຕັນ, ດີຊີ (Washington, D.C.)
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ຝຣັ່ງ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ຝຣັ່ງ

ໃນຕົ້ນເດືອນກັນຍາ ນີ້ ທີ່ ທຳນຽບປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ ນະຄອນຫຼວງປາຣີ, ທ່ານ ກາລະມຸງຄຸນ ສຸພານຸວົງ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານ ແອມມານູຍແອນ ມາຄຣົງ (Emmanuel MACRON) ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ ເພື່ອດຳລົງຕຳແໜ່ງເປັນເອກອັກຄະຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດ ສາທາລະນະລັດ ຝຣັ່ງ.
ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຊ່ວຍເລຂາທິການໃຫຍ່ ອົງການ ສປຊ

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຊ່ວຍເລຂາທິການໃຫຍ່ ອົງການ ສປຊ

ໃນຕອນເຊົ້າວັນທີ 10 ກັນຍາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ການນີ ວິຍາຣາຈາ (Ms. KanniWignaraja) ຜູ້ຊ່ວຍເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຜູ້ອໍານວຍການພາກພື້ນອາຊີ-ປາຊີຟິກ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ພ້ອມດ້ວຍຄະນະ.
ກະຊວງການຕ່າງປະເທດລາວ - ຫວຽດນາມ ພົບປະທາງໄກ

ກະຊວງການຕ່າງປະເທດລາວ - ຫວຽດນາມ ພົບປະທາງໄກ

ໃນຕອນເຊົ້າຂອງວັນທີ 9 ກັນຍາ ນີ້, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ຜ່ານລະບົບທາງໄກກັບ ສະຫາຍ ເລ ຮວາຍ ຈູງ ຮັກສາການ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ.
ສຳມະນາສາກົນແນວພັນຜັກເຂດຮ້ອນກ້າວໄປສູ່ການເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື UPOV

ສຳມະນາສາກົນແນວພັນຜັກເຂດຮ້ອນກ້າວໄປສູ່ການເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື UPOV

ກຸ່ມບໍລິສັດແນວພັນພືດຫວຽດນາມ (Vinaseed), ສະມາຊິກຂອງກຸ່ມ PAN ຮ່ວມກັບສູນປູກຜັກໂລກ (WorldVeg) ແລະ ບັນດາຄູ່ຮ່ວມມືໄດ້ຈັດກອງປະຊຸມສຳນາສາກົນກ່ຽວກັບແນວພັນຜັກເຂດຮ້ອນ, ແຜນ ງານເພື່ອກ້າວໄປສູ່ການເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື UPOV” ຂຶ້ນໃນວັນທີ 10 ກັນຍານີ້ ທີ່ ແຂວງອຸດົມໄຊ, ໂດຍການເປັນປະທານ ຂອງ ທ່ານ ຫວຽນ ຈູງຢູງ (Nguyen Trung Dung) ຮອງປະທານກຸ່ມ​ບໍລິສັດ Vinaseed,​ ມີ​ຜູ້ຕາງໜ້າກະຊວງອຸດສາຫະກຳ ​ແລະ ການ​ຄ້າ​, ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ໝາກ​ໄມ້ ​ແລະ ຜັກ​ຫວຽດນາມ, ການ​ນຳ​ແຂວງ​ອຸດົມ​ໄຊ, ກຸ່​ມ​ບໍລິສັດ Vinaseed ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ​.
ທ່ານ ລິນຄຳ ດວງສະຫວັນ ຕ້ອນຮັບທູດສິງກະໂປ ເຂົ້າຢ້ຽມອຳລາ

ທ່ານ ລິນຄຳ ດວງສະຫວັນ ຕ້ອນຮັບທູດສິງກະໂປ ເຂົ້າຢ້ຽມອຳລາ

ໃນວັນທີ 9 ກັນຍາ ນີ້ ທີ່ຫ້ອງຮັບແຂກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, (ກສ) ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Sudesh Maniar ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ສປປ ລາວ ເຂົ້າຢ້ຽມຢາມພົບປະ ແລະ ອຳລາ ເນື່ອງໃນໂອກາດທີ່ຈະໝົດວາລະປະຈຳການຢູ່ ສປປ ລາວ.
ລາວ-ຫວຽດນາມ ຮ່ວມມືດ້ານວຽກງານການພິມ ແລະ ການຈັດພິມ

ລາວ-ຫວຽດນາມ ຮ່ວມມືດ້ານວຽກງານການພິມ ແລະ ການຈັດພິມ

ກົມວັນນະຄະດີ ແລະ ພິມຈໍາໜ່າຍ ສປປ ລາວ ຮ່ວມກັບກົມຈັດພິມ, ການພິມ ແລະ ຈໍາໜ່າຍ ສສ ຫວຽດນາມ ໄດ້ຈັດພິທີເປີດຊຸດຝຶກອົບຮົມດ້ານວຽກງານການພິມ ແລະ ການຈັດພິມຂຶ້ນໃນວັນທີ 9 ກັນຍານີ້ ທີ່ສູນອົບຮົມແມ່ຍິງລາວ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ສປປ ລາວ ແລະ ທ່ານ ຫງ້ວຽນ ຫງວຽນ ຫົວໜ້າກົມຈັດພິມ, ການພິມ ແລະ ຈໍາໜ່າຍກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ, ມີບັນດາຜູ້ຕາງໜ້າຈາກກົມກອງ, ຜູ້ອໍານວຍການສໍານັກພິມ, ໂຮງພິມ, ປະທານສະມາຄົມ, ຜູ້ປະກອບການພາກລັດ ແລະ ວິສາຫະກິດ ພ້ອມດ້ວຍສໍາມະນາກອນ, ພະນັກງານວິຊາການພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ