![]() |
ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ໃນໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ສະເໜີຂໍ້ສະຫຼຸບສຳຄັນທີ່ວ່າ “ບໍ່ມີສຸຂະພາບທົ່ວປວງຊົນກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ” ແລະ ຍັງໄດ້ຮຽກຮ້ອງຕື່ມອີກວ່າ ໃຫ້ຊຸກຍູ້ຫັນເອົາຈຸດສຸມຂອງວຽກງານສາທາລະນະສຸກ ແລະ ຊັບພະຍາກອນສາທາລະນະສຸກລົງສູ່ຮາກຖານ.
ສະຖານທີ່ປິ່ນປົວຂັ້ນຮາກຖານເປັນພື້ນຖານຂອງລະບົບບໍລິການປິ່ນປົວ ແລະ ສາທາລະນະສຸກຂອງຈີນ ທັງເປັນແນວປ້ອງກັນສາຍທຳອິດແຫ່ງການປົກປ້ອງສຸຂະພາບຂອງປະຊາຊົນ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເມື່ອປີ 2012 ເປັນຕົ້ນມາ, ທ່ານ ສີຈິ້ນຜິງ ໄດ້ລົງເຄື່ອນໄຫວຢ້ຽມຢາມທົ່ວປະເທດຈີນແຕ່ເໜືອຮອດໃຕ້, ໃນນັ້ນສະຖານທີ່ປິ່ນປົວຂັ້ນຮາກຖານເຊັ່ນ: ສຸກສາລາບ້ານຊົນນະບົດ ແລະ ອື່ນໆ ເປັນຈຸດສຸມທີ່ເພິ່ນເອົາໃຈໃສ່ມາໂດຍຕະຫຼອດ.
ທ້າຍປີ 2012, ທ່ານ ສີຈິ້ນຜິງ ໄດ້ແຂ່ງອາກາດທີ່ໜາວຈັດຕິດລົບ 10 ກວ່າອົງສາ, ຝ່າລົມແຮງ ແລະ ຫິມະ ໄປຮອດບ້ານລົ້ວຖົວວ່ານ ເມືອງຟູ້ຜິງແຂວງເຫີເປີຍ. ຢູ່ໃນເຮືອນຂອງພໍ່ຕູ້ຖັງຣົງປິ່ນ ຊາວບ້ານຜູ້ທຸກຍາກ, ທ່ານ ສີຈິ້ນຜິງ ໄດ້ສອບຖາມພໍ່ຕູ້ກ່ຽວກັບສະພາບການປິ່ນປົວ, ການໃຊ້ຢາ ແລະ ການເຂົ້າເຖິງລະບົບຮ່ວມມືປະກັນສຸຂະພາບຊົນນະບົດແບບໃໝ່ພ້ອມທັງຈັບຂວດຢາມາເບິ່ງຢ່າງລະອຽດ.
ປີ 2016, ສູນກາງພັກກອມມູນິດຈີນ ແລະ ລັດຖະບານຈີນໄດ້ຈັດກອງປະຊຸມສາທາລະນະສຸກ ແລະ ສຸຂະພາບທົ່ວປະເທດຄັ້ງທຳອິດນັບແຕ່ຕົ້ນສະຕະວັດທີ 21 ເປັນຕົ້ນມາ. ທ່ານ ສີຈິ້ນຜິງ ໄດ້ກ່າວຄຳປາໄສໃນກອງປະຊຸມໂດຍກຳນົດຢ່າງຈະແຈ້ງກ່ຽວກັບທິດທາງວຽກງານສາທາລະນະສຸກ ແລະ ສຸຂະພາບຂອງພັກໃນຍຸກໃໝ່ຄື: “ຖືຂັ້ນຮາກຖານເປັນຈຸດສຸມ, ຖືການປະຕິຮູບ ແລະ ປະດິດສ້າງເປັນແຮງຂັບເຄື່ອນ, ຖືການປ້ອງກັນເປັນຫຼັກ, ໃຫ້ຄວາມສຳຄັນເທົ່າທຽມກັນຕໍ່ຢາພື້ນເມືອງຈີນ ແລະ ຢາຫຼວງ, ຈັດເອົາການຮັກສາສຸຂະພາບເຊື່ອມໂຍງເຂົ້າໃນນະໂຍບາຍທຸກຢ່າງ, ປະຊາຊົນສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ”.
ຈາກການຫັນຈຸດສຸມຂອງວຽກງານສາທາລະນະສຸກ, ຊັບພະຍາກອນສາທາລະນະສຸກລົງສູ່ຮາກຖານຮອດການຖືຂັ້ນຮາກຖານເປັນຈຸດສຸມ, ແມ່ນໄດ້ສອດຫ້ອຍເປັນຫຼັກການອັນຊັດເຈນຄື: ເຮັດທຸກສິ່ງຢາງເພື່ອສຸຂະພາບຂອງປະຊາຊົນ.
![]() |
ເມື່ອເປີດເບິ່ງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນຈະເຫັນໄດ້ວ່າ: ເນື້ອໃນກ່ຽວກັບ “ການເລັ່ງສ້າງສາປະເທດຈີນທີ່ມີສຸຂະພາບ” ໄດ້ຖືກຈັດເປັນພາກໜຶ່ງສະເພາະ, ໃນນີ້ໄດ້ລະບຸເປັນການສະເພາະວ່າ: “ຈັດຕັ້ງປະຕິບັດໂຄງການເສີມສ້າງການປິ່ນປົວ ແລະ ສາທາລະນະສຸກຂັ້ນຮາກຖານ, ເພີ່ມທະວີການຮັບປະກັນການດຳເນີນງານຂອງສະຖານທີ່ປິ່ນປົວຂັ້ນເມືອງແລະ ຂັ້ນຮາກຖານ.”
ນັບມາຮອດທ້າຍປີ 2025, ຈຳນວນສະຖານທີ່ປິ່ນປົວຂັ້ນຮາກຖານຂອງຈີນໄດ້ເພີ່ມຈາກ 970,000 ແຫ່ງຂຶ້ນເປັນ 1,055,000 ແຫ່ງ, ອາຍຸຍືນຕາມຄາດ ໝາຍສະເລ່ຍຕໍ່ຫົວຄົນບັນລຸເຖິງ 79,25 ປີ. ນັບແຕ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ເປັນຕົ້ນມາ, ປະລິມານການກວດພະຍາດ ແລະ ປິ່ນປົວຄົນເຈັບຂອງສະຖານທີ່ປິ່ນປົວຂັ້ນຮາກຖານຂອງຈີນໄດ້ກວມຍອດປະລິມານການກວດພະຍາດ ແລະ ປິ່ນປົວຄົນເຈັບໃນທົ່ວປະເທດຮັກສາຢູ່ໃນ 50% ຂຶ້ນໄປມາໂດຍຕະຫຼອດ.
ປີ 2025, ປະລິມານການບໍລິການຄົນເຈັບພາຍນອກຂອງໂຮງໝໍຕາແສງຊື້ເຢ້ ແຂວງເຈີ້ຈ່ຽງ ໄດ້ບັນລຸເຖິງ 67,000 ເທື່ອຄົນ, ເພີ່ມຂຶ້ນຫຼາຍກວ່າ 50% ເມື່ອທຽບໃສ່ປີ 2014, ການເລືອກໃຊ້ບໍລິການກວດພະຍາດຄັ້ງທຳອິດຢູ່ສະຖານທີ່ປິ່ນປົວຂັ້ນຮາກຖານບັນລຸເຖິງ 84%, ລະດັບຄວາມເພິ່ງພໍໃຈຕໍ່ການບໍລິການຂອງຄົນເຈັບບັນລຸຫຼາຍກວ່າ 95%.
ຈາກໂຮງໝໍເທິງເກາະດອນນ້ອຍຮອດສະຖານທີ່ປິ່ນປົວຂັ້ນຮາກຖານທີ່ປົກຄຸມທົ່ວປະເທດຕະຫຼອດຮອດຕາໜ່າງເຄືອຂ່າຍປົກປ້ອງສຸຂະພາບປະຊາກອນ 1.4 ຕື້ກວ່າຄົນ, ການເຄື່ອນໄຫວເຮັດວຽກຂອງທ່ານ ສີຈິ້ນຜິງ ໄດ້ເປັນການທົດສອບປະສິດທິຜົນຂອງມາດຕະການຫັນຊັບພະຍາກອນສາທາລະນະສຸກລົງສູ່ຮາກຖານ, ທັງສົ່ງມອບຄວາມອົບອຸ່ນທີ່ຖືປະຊາຊົນເປັນສິ່ງສຳຄັນກວ່າໝູ່.
ບົດໂດຍ: ວິທະຍຸ, ໂທລະພາບສູນກາງຈີນ (CMG)


ຄໍາເຫັນ