ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ຫຼີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

ທ່ານນາຍົກລັດຖະມົນຕີ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອະນຸພາກພື້ນແມ່ນໍ້າຂອງ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ຫຼີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ

 

ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງ (GMS) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 11. ພ້ອມທັງ ເປັນປະທານກອງປະຊຸມສຸດຍອດຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳຂອງ (ACMECS) ຄັ້ງທີ 10 ໃນລະຫວ່າງວັນທີ 6-7 ພະຈິກ 2024 ທີ່ ນະຄອນຄຸນມິງ ສປ ຈີນ.

ຂອບການຮ່ວມມື GMS ໄດ້ສ້າງຕັ້ງຂຶ້ນໃນປີ 1992 ຊຶ່ງປະກອບມີ 6 ປະເທດສະມາຊິກ ຄື: ສປ ຈີນ (ແຂວງຢຸນນານ ແລະ ແຂວງກວາງຊີ), ຣາຊະອານາຈັກ ກໍາປູເຈຍ, ສປປ ລາວ, ສສ ມຽນມາ, ຣາຊະອານາຈັກໄທ ແລະ ສສ ຫວຽດນາມ. ກອງປະຊຸມສຸດຍອດ GMS ຄັ້ງທີ 8 ຈະຈັດຂຶ້ນພາຍໃຕ້ການເປັນປະທານຂອງ ສປ ຈີນ ເພື່ອປຶກສາຫາລື ແລະ ວາງທິດທາງກົນໄກການຮ່ວມມື GMS ໃນຕໍ່ໜ້າໃຫ້ສອດຄ່ອງກັບການພັດທະນາດ້ວຍນະວັດຕະກຳໃນຍຸກໃໝ່.

ຂອບການຮ່ວມມື CLMV ໄດ້ສ້າງຕັ້ງຂຶ້ນໃນປີ 2004 ໃນໂອກາດກອງປະຊຸມສຸດຍອດອາຊຽນ ທີ່ ນະຄອນຫຼວງວຽງຈັນ. ກອງປະຊຸມສຸດຍອດ CLMV ຄັ້ງທີ 11 ຈະຈັດຂຶ້ນພາຍໃຕ້ການເປັນປະທານຂອງ ສສ ມຽນມາ ເພື່ອທົບທວນຄວາມຄືບໜ້າ ແລະ ກໍານົດທິດທາງໃນຕໍ່ໜ້າເສີມສ້າງອະນຸພາກພື້ນແມ່ນໍ້າຂອງໃຫ້ມີຄວາມເຂັ້ມແຂງ ແລະ ສົມບູນພູນສຸກຍິ່ງຂຶ້ນ ໃນຕໍ່ໜ້າ.

ຂອບຍຸດທະສາດການຮ່ວມມື ACMECS ໄດ້ສ້າງຕັ້ງຂຶ້ນໃນປີ 2003. ກອງປະຊຸມສຸດຍອດ ACMECS ຄັ້ງທີ 10 ດັ່ງກ່າວ ຈະຈັດຂຶ້ນພາຍໃຕ້ການເປັນປະທານຂອງ ສປປ ລາວ ໂດຍມີເປົ້າໝາຍເພື່ອປຶກສາຫາລື ແລະ ຜັນຂະຫຍາຍວິໄສທັດຂອງບັນດາປະເທດສະມາຊິກ ກໍຄື ການເສີມສ້າງຂອບການຮ່ວມມືດັ່ງກ່າວໃຫ້ກາຍເປັນປະຊາຄົມທີ່ມີການເຊື່ອມໂຍງ ແລະ ເຊື່ອມຈອດທາງດ້ານເສດຖະກິດທີ່ໂລ່ງລ່ຽນ. ພ້ອມນີ້, ບັນດາຜູ້ນໍາປະເທດສະມາຊິກ ACMECS ຍັງຈະໄດ້ພິຈາລະນາຮັບຮອງເອົາເອກະສານສໍາຄັນຈໍານວນໜຶ່ງເພື່ອເປັນບ່ອນອີງໃຫ້ແກ່ການຮ່ວມມືດັ່ງກ່າວໃນຕໍ່ໜ້າ.

ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຈະໄດ້ໄປຢ້ຽມຢາມຫົວໜ່ວຍທຸລະກິດຈຳນວນໜຶ່ງທີ່ມາລົງທຶນຢູ່ ສປປ ລາວ ແລະ ກໍເປັນບໍລິສັດຫຼັກແຫຼ່ງ ແລະ ມີທ່າແຮງຂັບເຄື່ອນທາງດ້ານເສດຖະກິດຂອງ ສປ ຈີນ.

ຄໍາເຫັນ

ແຈ້ງການ

ສານອວຍພອນວັນຊາດກຳປູເຈຍ

ສານອວຍພອນວັນຊາດກຳປູເຈຍ

ວັນ​ທີ 9 ພະຈິກ 2026, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານອວຍພອນ ເຖິງພະ​ບາດ ສົມ​ເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີພະ​ມະຫາ​ກະສັດ ​ແຫ່ງຣາຊະ​ອານາຈັກກໍາປູ​ເຈຍ ທີ່ນະຄອນຫຼວງ​ພະນົມ​ເປັນ ຊຶ່ງມີເນື້ອໃນວ່າ:ພະ​ບາດສົມ​ເດັດ;ເນື່ອງ​ໃນ​ໂອກາດ​ວັນ​ປະກາດ​ເອ​ກະລາດ ແຫ່ງ ຣາຊະ​ອານາຈັກກໍາປູ​ເຈຍທີ່ຈະໄດ້ໝູນວຽນມາຄົບຮອບ73ປີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະ​ເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍ​ສົ່ງ​ຄໍາ​ຊົມເຊີຍອັນ​ອົບອຸ່ນ ​ແລະພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງພະ​ບາດສົມ​ເດັດແລະປະຊາຊົນ​ກໍາປູ​ເຈຍ ອ້າຍນ້ອງ ທຸກ​ຖ້ວນ​ໜ້າ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ, ພະນະທ່ານ ທອງສະຫວັນ ພົມວິຫານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຈະເດີນທາງໄປຢ້ຽມຢາມ ສາທາລະນະລັດເບລາຣຸດຊີຢ່າງເປັນທາງການ
ສານຊົມເຊີຍ

ສານຊົມເຊີຍ

ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍແຫ່ງ ບຣູໄນ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ເນື່ອງໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການເລືອກຕັ້ງດັ່ງກ່າວສະແດງໃຫ້ເຫັນເຖິງການປະກອບສ່ວນສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ ພະນະທ່ານ ໃນການຮັກສາສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ.
ສານສະແດງຄວາມເຫັນໃຈ

ສານສະແດງຄວາມເຫັນໃຈ

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ
ສານອວຍພອນວັນຊາດ ສປ ຈີນ

ສານອວຍພອນວັນຊາດ ສປ ຈີນ

ວັນທີ 1 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ. ທີ່ ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນວ່າ:
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ,​
ເພີ່ມເຕີມ