ທ່ານນາຍົກຊຸກຍູ້ການແກ້ໄຂສິ່ງອຸດຕັນ ຢູ່ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ

ທ່ານນາຍົກຊຸກຍູ້ການແກ້ໄຂສິ່ງອຸດຕັນ ຢູ່ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ
ໃນຕອນເຊົ້າ ວັນທີ 24 ກຸມພາ ຜ່ານມາ, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວເຮັດວຽກ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງນະຄອນຫຼວງວຽງຈັນໂດຍມີທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາທ່ານ ຮອງລັດຖະມົນຕີ, ຜູ້ຕາງໜ້າຂະແໜງການຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງ, ອຳນວຍຄວາມສະດວກ ແລະ ບໍລິການຂົນສົ່ງສິນຄ້າ ຜ່ານດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ, ເສັ້ນທາງລົດໄຟ ລາວ-ຈີນ ແລະ ລົດໄຟລາວ-ໄທ ເຂົ້າຮ່ວມ.
ຈຸດປະສົງ ເພື່ອເປັນການຕິດຕາມກວດກາ ສະພາບຄວາມເປັນຈິງ ກ່ຽວກັບການບໍລິການ ແລະ ອຳນວຍຄວາມສະດວກ ໃນການຂົນສົ່ງສິນຄ້າ ຜ່ານດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ ເປັນຕົ້ນການແຈ້ງພາສີ, ການກວດກາສິນຄ້າ, ການຄ່ຽນຖ່າຍສິນຄ້າ, ລະບົບ ແລະ ເຄື່ອງມືທີ່ນຳໃຊ້, ການຈັດພະນັກງານຮັບຜິດຊອບວຽກງານດ້ານຕ່າງໆ, ລວມທັງຂອດຂັ້ນຕ່າງໆ ທີ່ຕິດພັນການບໍລິການຢູ່ເຂດດັ່ງກ່າວ ໂດຍສະເພາະການຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ແລະ ລາວ-ໄທ. ອັນສຳຄັນ ເພື່ອຮັບຟັງບັນດາຂໍ້ສະເໜີ ທີ່ຍັງຄົງຄ້າງ ກໍຄືສິ່ງທີ່ຍັງເປັນອຸປະສັກອຸດຕັນຕ່າງໆທີ່ຕິດພັນ  ທັງເພື່ອເປັນຂໍ້ມູນ ສະເໜີ ແລະ ຊີ້ນຳ ໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ນຳໄປແກ້ໄຂຈັດຕັ້ງປະຕິບັດ, ແນໃສ່ເຮັດໃຫ້ການບໍລິການຂົນສົ່ງສິນຄ້າ ຜ່ານດ່ານດັ່ງກ່າວມີປະສິດທິພາບ, ມີຄວາມສະດວກວ່ອງໄວ, ໂລ່ງລ່ຽນ, ໂປ່ງໃສ, ຮັບປະກັນຄວາມປອດໄພແລະ ຫຼຸດຜ່ອນຕົ້ນທຶນການຂົນສົ່ງ, ທັງສາມາດດຶງດູດການໃຊ້ບໍລິການ ໃຫ້ຫຼາຍຂຶ້ນກວ່າເກົ່າ.
ໃນໂອກາດນີ້, ຄະນະຄຸ້ມຄອງ ແລະ ພັດທະນາດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບລວມຂອງດ່ານ, ບັນດາກິດຈະກຳຢູ່ໃນທ່າບົກ ກໍຄືສະພາບການດຳເນີນ ແລະ ບໍລິການວຽກງານແຕ່ລະດ້ານ ເຊັ່ນ: ລົດຂົນສົ່ງຜ່ານທ່າບົກ, ລົດຂົນສົ່ງສະຫຼັບຫົວ, ລົດຂົນສົ່ງສິນຄ້າລົງສາງ ຫຼື ຄ່ຽນຖ່າຍ, ລົດຂົນສົ່ງຍົກຕູ້ຂຶ້ນລົງ, ລວມທັງ ຂັ້ນຕອນ ແລະ ວິທີການທາງດ້ານການເສຍພາສີ, ອັດຕາຄ່າບໍລິການຕ່າງໆ, ຕະຫຼອດຮອດ ການນຳສະເໜີບາງວຽກງານ ທີ່ຍັງຄົງຄ້າງ, ວຽກທີ່ຍັງບໍ່ທັນເປັນເອກະພາບ ຊຶ່ງຈະຕ້ອງໄດ້ພ້ອມກັນສືບຕໍ່ປຶກສາຫາລືແກ້ໄຂ. ນອກນັ້ນ, ຍັງໄດ້ຮັບຟັງການນຳສະເໜີຂໍ້ມູນ ຈາກຜູ້ປະກອບການ ບໍລິການທາງດ້ານເອກະສານ ນຳເຂົ້າ ແລະ ສົ່ງອອກສິນຄ້າ; ການລາຍງານຈາກເຈົ້າໜ້າທີ່ພາສີປະຈຳດ່ານ, ຜູ້ຕາງໜ້າບໍລິສັດ ລົດໄຟ ລາວ-ຈີນ ທັງຝ່າຍລາວ ແລະ ຈີນ ໂດຍສະເພາະການເຊື່ອມຕໍ່ການຂົນສົ່ງ ລະຫວ່າງ ສະຖານີລົດໄຟວຽງຈັນໃຕ້ ກັບຈຸດຄ່ຽນຖ່າຍສິນຄ້າ ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ.
ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນເຈາະຈີ້ມຕື່ມບາງດ້ານ ເພື່ອສະເໜີພາກສ່ວນກ່ຽວຂ້ອງໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ມີຄວາມສົນໃຈ ແລະ ຕັ້ງຂຶ້ນ ພ້ອມທັງຍົກໃຫ້ເຫັນ ເຫດຜົນ ແລະ ຄວາມຈຳເປັນ ໃນການເກັບຄ່າບໍລິການຕ່າງໆ ດັ່ງທີ່ໄດ້ກຳນົດໄວ້ໃນນະໂຍບາຍ ກໍຄື ນິຕິກຳທີ່ກ່ຽວຂ້ອງ; ເຫດຜົນ ໃນການຈັດວາງເຈົ້າໜ້າທີ່ກ່ຽວຂ້ອງ ຮັບຜິດຊອບວຽກງານດ້ານຕ່າງໆ ຢູ່ແຕ່ລະເຂດ; ຄຽງຄູ່ກັນນັ້ນ, ກໍໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນໃຫ້ເອົາໃຈໃສ່ກວດກາລົດຂົນສົ່ງສິນຄ້າຜ່ານດ່ານຢ່າງຄົບຖ້ວນ ເປັນມາດຕະຖານດຽວ ທີ່ເອກະພາບ (ບໍ່ເລືອກປະຕິບັດ), ປັບປຸງວິທີການກວດໃຫ້ສອດຄ່ອງກວ່າເກົ່າ ບົນພື້ນຖານນໍາໃຊ້ເຄື່ອງມືທີ່ທັນສະໄໝ; ໃນຕໍ່ໜ້າ ຈະໄດ້ມອບໝາຍ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ ໃນການຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ທີ່ເຊື່ອມຕໍ່ລະຫວ່າງ ສະຖານີລົດໄຟວຽງຈັນໃຕ້ ກັບດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ, ທັງຊອກຫາສາເຫດ ແລະ ຄົ້ນຄວ້າວິທີແກ້ໄຂບັນຫາ ທີ່ຕິດພັນກັບຄ່າບໍລິການຂົນສົ່ງ ໃນລະດັບທີ່ສົມເຫດສົມຜົນ, ສາມາດດຶງດູດການໃຊ້ບໍລິການ ຜ່ານເສັ້ນທາງລົດໄຟ ໃຫ້ຫຼາຍຂຶ້ນ ແລະ ມີປະສິດທິຜົນ.
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ມາດຕະ ການ, ນະໂຍບາຍ ແລະ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X.
ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກເຮົາຕ້ອງເພີ່ມທະວີບົດບາດ, ຍົກສູງຄວາມສາມາດນໍາພາຂອງພັກ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນຕົ້ນ ເພີ່ມ​ທະ​ວີວຽກງານຄົ້ນຄວ້າທິດສະດີ, ​ສະ​ຫຼຸບ​ພຶດ​ຕິ​ກຳຂອງພັກ, ຄົ້ນຄວ້າທິດສະດີການເມືອງ, ແນວຄິດ-ທິດສະດີຂອງພັກໃຫ້ເລິກເຊິ່ງ, ສະໜອງຂໍ້ມູນໃຫ້ການປັບປຸງ ແລະ ບູລະນະແນວທາງຂອງພັກ.
ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທິ II ປະຈຳປີ 2025 ໄດ້ປິດລົງໃນຕອນບ່າຍວັນທີ 13 ມັງກອນ ນີ້ ພາຍຫຼັງດຳເນີນມາ 2 ວັນ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ທ່ານ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ປະທານ-ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ຜ່ານການຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງທີ XI ຂອງ​ພັກໃນໄລຍະ 5 ປີມານີ້ ກໍຄືການປະຕິບັດແນວທາງປ່ຽນແປງ ໃໝ່ ຕະຫຼອດໄລຍະ 40 ປີທີ່ຜ່ານມາ, ພວກເຮົາສາມາດຖອດຖອນບົດຮຽນແຫ່ງການປ່ຽນໃໝ່ ຊຶ່ງຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ເຂົ້າໃນການນໍາພາ ພາລະກິດປະຕິວັດໃນຂັ້ນຕໍ່ໄປ.
ການຮ່ວມມືລາວ-ຫວຽດນາມ ບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ

ການຮ່ວມມືລາວ-ຫວຽດນາມ ບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ

ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບການຮ່ວມມືລະຫວ່າງສອງປະເທດຫວຽດນາມ - ລາວ ໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ XI ຂອງລາວ ແລະ ສະໄໝກອງປະຊຸມໃຫຍ່ ຄັ້ງທີ XIII ຂອງຫວຽດນາມ ວ່າ:
ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈັດຂຶ້ນໃນວັນທີ 9 ມັງກອນນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະ ຫາຍກໍາມະການກົມການເມືອງ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກໍາມະການສົມບູນ ແລະ ສໍາຮອງ ສູນກາງພັກ, ການນໍາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ການນໍາ ນວ, ການນໍາບັນດາແຂວງ, ປະຊາຊົນລາວບັນດາເຜົ່າຊາວ ນວ ແລະ ພີ່ນ້ອງຮ່ວມຊາດໃນຂອບເຂດທົ່ວປະເທດເຂົ້າຮ່ວມ ແລະ ຮັບຊົມຜ່ານການຖ່າຍທອດສົດທາງອອນລາຍ.
ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານໃນຕອນເຊົ້າວັນທີ 9 ມັງກອນ 2026 ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ຢູນີເທວມອບເງິນ 1,2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ຢູນີເທວມອບເງິນ 1,2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນຕອນບ່າຍວັນທີ 8 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ບໍລິສັດສະຕາໂທລະຄົມຈຳກັດ ຫຼື (ຢູນີເທວ Unitel) ໄດ້ມອບເງິນຈຳນວນ 1,2 ຕື້ກີບ ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ,
ໂຮງໝໍມິດຕະພາບເອົາໃຈໃສ່ຍົກສູງຄຸນນະພາບການບໍລິການໃຫ້ສັງຄົມ

ໂຮງໝໍມິດຕະພາບເອົາໃຈໃສ່ຍົກສູງຄຸນນະພາບການບໍລິການໃຫ້ສັງຄົມ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ສະຫາຍ ສອນໄຊ ລາດຊະວົງ ກຳມະການຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຜູ້ອໍານວຍການໂຮງໝໍມິດຕະພາບ (150 ຕຽງ) ໄດ້ສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.
ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າກອງເລຂາກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 8 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວໄດ້ດຳເນີນມາແຕ່ວັນທີ 6 ຮອດວັນທີ 8 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ເປັນເວລາ 3 ວັນເຕັມ ໂດຍມີຜູ້ແທນທັງໝົດ 835 ສະຫາຍ ຍິງ 123 ສະຫາຍ ຊຶ່ງເປັນຕົວແທນໃຫ້ສະມາຊິກພັກທັງໝົດ 421,865 ສະຫາຍ ຈາກທົ່ວປະເທດເຂົ້າຮ່ວມ. ພ້ອມນັ້ນ, ຍັງມີແຂກຖືກເຊີນຈໍານວນ 391 ສະຫາຍ ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ ທັງໝົດ 1,226 ສະຫາຍ.
ເພີ່ມເຕີມ