ທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ນຳໃຊ້ ແລະ ອານຸລັກຊ້າງບ້ານ

ທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ນຳໃຊ້ ແລະ ອານຸລັກຊ້າງບ້ານ

ທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ນຳໃຊ້ ແລະ ອານຸລັກຊ້າງບ້ານ
ກອງປະຊຸມທາບທາມຮ່າງຂໍຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍການຄຸ້ມຄອງ ນໍາໃຊ້ ແລະ ອານຸລັກຊ້າງບ້ານ, ເຜີຍແຜ່ກົດໝາຍວ່າດ້ວຍສະຫະກອນ ແລະ ເຜີຍແຜ່ດຳລັດ ວ່າດ້ວຍກະສິກຳແບບມີສັນຍາ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກນີ້ ຢູ່ທີ່ສະໂມສອນ ເມືອງເງິນ ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ແສງຈັນ ພານຸເດດ ຫົວໜ້າຂະແໜງກວດກາ ພະແນກກະສິກຳ ແລະ ສິ່ງແວດ ລ້ອມແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທາບທາມຮາງຂຕກລງ ວາດວຍການຄມຄອງ ນຳໃຊ ແລະ ອານລກຊາງບານ - image 1
 

ໃນກອງປະຊຸມໄດ້ຜ່ານ ຮ່າງຂໍຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ ນໍາໃຊ້ ແລະ ອານຸລັກຊ້າງບ້ານ, ຊຶ່ງປະກອບດ້ວຍ 8 ໝວດ 36 ມາດຕາ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍຮ່າງຂໍ້ຕົກລົງດັ່ງກ່າວ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງໃນການເຄື່ອນໄຫວຈັດຕັ້ງປະຕິບັດໃນຕໍ່ໜ້າ. ການຄຸ້ມຄອງ ນຳໃຊ້ ແລະ ອານຸລັກຊ້າງບ້ານນີ້ ສ້າງຂຶ້ນ ເພື່ອຄຸ້ມຄອງການລ້ຽງ, ການປົກປັກຮັກສາ, ການປົກປ້ອງ, ການນຳໃຊ້, ການຮັກສາສຸຂະພາບ, ການສຶກສາຄົ້ນຄວ້າ, ການຂະຫຍາຍພັນຊ້າງ ໃນສະພາບການທີ່ຄົນເປັນຜູ້ເບິ່ງແຍງດູແລຮັກສາ ຊຶ່ງແຕກຕ່າງຈາກຊ້າງປ່າທີ່ດຳລົງຊີວິດໃນທຳມະຊາດຢ່າງອິດສະຫຼະ.

ຈຸດປະສົງ: ການທາບທາມຮ່າງຂໍ້ໃນຄັ້ງນີ້, ກໍເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ອານຸລັກຊ້າງ, ນຳໃຊ້ຊ້າງ, ການສ້າງຕັ້ງສະມາຄົມ, ຄະນະກຳມະການກວດກາຄຸ້ມຄອງ ການສ້າງຕັ້ງກອງທຶນ ແລະ ຂໍ້ຫ້າມ ເພື່ອແນໃສ່ເຮັດໃຫ້ການປົກປັກຮັກສາຊ້າງໃຫ້ມີຄວາມຍືນຍົງ ແລະ ເຂົ້າຮ່ວມງານມະຫາກຳບຸນຊ້າງຕະຫຼອດໄປ.ຈາກນັ້ນ ກໍໄດ້ເຜີຍແຜ່ກົດໝາຍວ່າດ້ວຍສະຫະກອນ ສະບັບເລກທີ 54/ສພຊ ລົງວັນທີ 28 ມິຖຸນາ 2024 ແລະ ເຜີຍແຜ່ດໍາລັດຂອງລັດຖະບານ ວ່າດ້ວຍກະສິກໍາແບບມີສັນຍາ ສະບັບເລກທີ 56/ລບ ລົງວັນທີ 27 ມັງກອນ 2025ເຊິ່ງໄດ້ກໍານົດຫຼັກການ, ລະບຽບການແລະມາດຕະການ ກ່ຽວກັບການຄຸ້ມຄອງ ຕິດຕາມ ກວດກາການດຳ້ວຽກງານສະຫະກອນ ແລະ ກະສິກຳແບບມີສັນຍາຢູ່ ສປປລາວ.

(ຂາວ: ຄ . ອ . ມ ເມືອງເງິນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນວ ປະດັບປະດາຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 50 ປີ

ນວ ປະດັບປະດາຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 50 ປີ

ວັນຊາດທີ 2 ທັນວາ ປີນີ້ພໍດີຄົບຮອບ 50 ປີ ຊຶ່ງເປັນອີກໜຶ່ງວັນທີ່ມີຄວາມໝາຍ-ຄວາມສຳຄັນທີ່ສຸດ ແລະ ເປັນວັນເອກອ້າງທະນົງໃຈຂອງປວງຊົນລາວທັງຊາດ. ເພື່ອເຮັດໃຫ້ວັນດັ່ງກ່າວມີຄວາມໝາຍ-ຄວາມສຳຄັນເລິກເຊິ່ງ ໃນໂອກາດວັນສຳຄັນດັ່ງກ່າວ ຈະເຫັນໄດ້ວ່າຢູ່ຕາມສະຖານທີ່ຕ່າງໆທົ່ວປະເທດ ກໍຄືໃນນະຄອນຫຼວງວຽງຈັນ (ນວ) ກໍຈະມີການປະດັບປະດາເອຍ້ອງຫຼາຍສີສັນສວຍງາມ, ສ້າງຂະບວນການຕ່າງໆ, ມີຫຼາກຫຼາຍກິດຈະກຳ ເພື່ອຂໍ່ານັບຮັບຕ້ອນ, ກະກຽມການສະເຫຼີມສະຫຼອງວັນດັ່ງກ່າວໃກ້ມາເຖິງນີ້ໃຫ້ເປັນຂະບວນຟົດຟື້ນ.
ຍທຂ ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານໄກສອນ ພົມວິຫານ

ຍທຂ ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານໄກສອນ ພົມວິຫານ

ກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີຂຶ້ນໃນວັນທີ 25 ພະຈິກນີ້ ທີ່ກະຊວງດັ່ງກ່າວໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາສະພາທິດສະດີສູນກາງພັກ, ໂດຍມີ ສະຫາຍ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກ, ຄະນະໜ່ວຍພັກຮາກຖານ, ສະມາຊິກພັກ, ພະນັກງານກະຊວງ ຍທຂ ເຂົ້າຮ່ວມຮັບຟັງ.
ຮັບປະກັນການບິນຮັບໃຊ້ຕາມຄຳສັ່ງຂອງຂັ້ນເທິງ ດ້ວຍຄວາມຮັບຜິດຊອບສູງ

ຮັບປະກັນການບິນຮັບໃຊ້ຕາມຄຳສັ່ງຂອງຂັ້ນເທິງ ດ້ວຍຄວາມຮັບຜິດຊອບສູງ

ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ສະຫາຍ ພັນເອກ ຄຳຫຼ້າ ສິມມະວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານອາກາດ ໄດ້ສະແດງຄວາມປິຕິຍິນດີ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ ຕໍ່ວັນໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດຂອງຊາດລາວເຮົາ. ວັນດັ່ງກ່າວ, ເປັນວັນສໍາຄັນຍິ່ງ ເພາະປວງຊົນລາວທັງຊາດໄດ້ມີອິດສະຫຼະພາບອອກຈາກແອກປົກຄອງຂອງຈັກກະພັດ ແລະ ເປັນເຈົ້າຂອງປະເທດຊາດຢ່າງສົມບູນ, ນັບແຕ່ມື້ສະຖາປະນາ ຈົນມາເຖິງປະຈຸບັນ ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປວງຊົນລາວທັງຊາດ ດໍາເນີນພາລະກິດປ່ຽນແປງໃໝ່ຢ່າງຮອບ
ງານລ້ຽງນໍ້າຊາ ປະຈໍາປີ 2025

ງານລ້ຽງນໍ້າຊາ ປະຈໍາປີ 2025

ສະ​ຫະ​ພັນ​ແມ່​ຍິງ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຈັດ​ງານລ້ຽງນໍ້າຊາ ປະຈໍາປີ 2025-ພົບປະສັງສັນ ລະຫວ່າງບັນດາພັນລະຍາການນຳ, ການນຳເພດຍິງ, ນັກການທູດເພດຍິງຂອງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດຍິງ, ພັນລະຍາທູຕານຸທູດ, ນັກການທູດເພດຍິງຕ່າງປະເທດ ແລະ ແມ່ຍິງຈາກສໍານັກງານຕາງໜ້າການທູດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ຂຶ້ນໃນ​ວັນ​ທີ 25 ພະຈິກນີ້ ທີ່ສູນ​ການຮ່ວມ​ມືສາກົນ​ ແລະ ການຝຶກ​ອົບ​ຮົມ (ICTC) ໂດຍການເປັນປະທານຂອງທ່ານ ນາງວາດສະໜາ ພົມວິ ຫານ ພັນລະຍາລັດຖະມົນຕີ ກະຊວງການຕ່າງປະເທດ ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ.
ງານລ້ຽງນໍ້າຊາ ປະຈໍາປີ 2025

ງານລ້ຽງນໍ້າຊາ ປະຈໍາປີ 2025

ສະ​ຫະ​ພັນ​ແມ່​ຍິງ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຈັດ​ງານລ້ຽງນໍ້າຊາ ປະຈໍາປີ 2025-ພົບປະສັງສັນ ລະຫວ່າງບັນດາພັນລະຍາການນຳ, ການນຳເພດຍິງ, ນັກການທູດເພດຍິງຂອງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດຍິງ, ພັນລະຍາທູຕານຸທູດ, ນັກການທູດເພດຍິງຕ່າງປະເທດ ແລະ ແມ່ຍິງຈາກສໍານັກງານຕາງໜ້າການທູດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ຂຶ້ນໃນ​ວັນ​ທີ 25 ພະຈິກນີ້ ທີ່ສູນ​ການຮ່ວມ​ມືສາກົນ​ ແລະ ການຝຶກ​ອົບ​ຮົມ (ICTC) ໂດຍການເປັນປະທານຂອງທ່ານ ນາງວາດສະໜາ ພົມວິ ຫານ ພັນລະຍາລັດຖະມົນຕີ ກະຊວງການຕ່າງປະເທດ ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ.
ບໍລິສັດສວນວັດທະນະທຳຊຽງຄວນ ໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ ຄົບຮອບ 35 ປີ ສຄອຊ

ບໍລິສັດສວນວັດທະນະທຳຊຽງຄວນ ໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ ຄົບຮອບ 35 ປີ ສຄອຊ

ບໍລິສັດ ສວນວັດທະນະທຳຊຽງຄວນຈຳກັດຜູ້ດຽວ ແມ່ນໜຶ່ງໃນບໍລິສັດທີ່ໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນປະຈຳປີ 2025 ຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ, ຕາງໜ້າມອບລາງວັນໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຕາງໜ້າຮັບໂດຍ ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານບໍລິສັດ ສວນວັດທະນະທຳຊຽງຄວນ ຈຳກັດຜູ້ດຽວ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພ້ອມດ້ວຍບັນດາທ່ານຕາງໜ້າຈາກພາກລັດ,ສະມາຄົມທຸລະກິດ, ນັກທຸລະກິດ ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດຕົວປຶ້ມການຂະຫຍາຍຕົວຂອງລັດລາວ

ເປີດຕົວປຶ້ມການຂະຫຍາຍຕົວຂອງລັດລາວ

ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ຈັດພິທີເປີດຕົວປື້ມ “ການຂະຫຍາຍຕົວຂອງລັດລາວ”ຂຽນໂດຍ ທ່ານ ພົງສະຫວັດ ບຸບຜາ ອະດີດລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຂຶ້ນໃນວັນທີ 24 ພະຈິກນີ້, ທີ່ສະຖາບັນດັ່ງກ່າວ
ຍ້ອນປະເທດຊາດໄດ້ຮັບການປົດປ່ອຍ ນໍ້າບາກຈຶ່ງພັດທະນາ

ຍ້ອນປະເທດຊາດໄດ້ຮັບການປົດປ່ອຍ ນໍ້າບາກຈຶ່ງພັດທະນາ

ວັນຊາດທີ 2 ທັນວາ ແມ່ນວັນໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ທາງດ້ານປະຫວັດສາດຂອງຊາດລາວ, ແມ່ນວັນປົດປ່ອຍປະຊາຊົນລາວອອກຈາກແອກຄອບຄອງຂອງພວກຈັກກະພັດມາຫຼາຍທົດສະວັດ,ປະກາດໃຫ້ຊາວໂລກໄດ້ຮັບຮູ້ ສປປ ລາວຢ່າງເປັນທາງການ.
2026 ແກ່ນທ້າວຈະສັກຢາປ້ອງກັນພະຍາດສັດໃຫ້ໄດ້ 165,000 ກວ່າໂຕ

2026 ແກ່ນທ້າວຈະສັກຢາປ້ອງກັນພະຍາດສັດໃຫ້ໄດ້ 165,000 ກວ່າໂຕ

ທ່ານ ກອງທ່ຽນ ໄຊຍະພອນ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ລາຍງານ ໃນພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາກັນພະຍາດສັດແຫ່ງຊາດ ແລະ ວັນເປີດຂະບວນການຜະລິດລະດູແລ້ງ ປະຈໍາປີ 2025 ວ່າ: ທົ່ວເມືອງມີສັດລ້ຽງ ​ທັງ​ໝົດ 578.000 ກວ່າໂຕ. ໃນນີ້, ງົວ 50,000 ກວ່າໂຕ,ຄວາຍ 6,700 ກວ່າໂຕ, ມ້າ 40 ກວ່າໂຕ, ແກະ 20 ກວ່າໂຕ, ແບ້1,900 ກວ່າໂຕ, ໝູ 5,900 ກວ່າໂຕ, ໝາ 3,500 ກວ່າໂຕແລະ ສັດປີກ 510,000 ກວ່າໂຕ.ພົ້ນເດັ່ນກວ່າໝູ່ ແມ່ນການລ້ຽງສັດແບບເປັນຟາມ ແລະ ປູກຫຍ້າລ້ຽງສັດ.ພາຍໃນເມືອງມີຟາມລ້ຽງສັດທີ່ຂຶ້ນທະບຽນແລ້ວ 11ຟາມ (ລ້ຽງງົວ 8 ຟາມ, ລ້ຽງໝູ 2 ຟາມ ແລະ ລ້ຽງໄກ່ພັນໄຂ່ 1 ຟາມ).
ທະນາຄານ ພາບລິກ ລາວ ຈໍາກັດມອບຄວາມສຸກໃຫ້ແກ່ສັງຄົມ ໃນໂອກາດຄົບຮອບ 30 ປີ

ທະນາຄານ ພາບລິກ ລາວ ຈໍາກັດມອບຄວາມສຸກໃຫ້ແກ່ສັງຄົມ ໃນໂອກາດຄົບຮອບ 30 ປີ

ທະນາຄານພາບລິກ ລາວ ຈຳກັດ (PBLL) ສາຂານະຄອນຫຼວງ ໄດ້ຈັດກິດຈະກໍາ ໃນຫົວຂໍ້ ມອບຄວາມສຸກໃຫ້ແກ່ສັງຄົມ (CSR) ເນື່ອງໃນໂອກາດຄົບຮອບ 30 ປີ ຂຶ້ນໃນວັນທີ 22 ພະຈິກທີ່ຜ່ານມານີ້ ທີ່ໂຮງຮຽນມືແຫ່ງຄວາມຫວັງ ເປັນກຽດເຂົ້າຮ່ວມມີ ທ່ານ ລໍລິແກນ ຜູ້ອຳນວນການໃຫຍ່ ທະນາຄານພາບລິກລາວ (CEO) ທ່ານ ນາງ ໂສພາພອນ ເລືອງລິດ ຜູ້ອຳນວຍການສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ ແລະ ໂຮງຮຽນມືແຫ່ງຄວາມຫວັງ ພ້ອມດ້ວຍພະນັກງານຄູ-ອາຈາ,ນັກຮຽນ ແລະ ພະນັກງານທະນາຄານພາບລິກ ລາວຈຳກັດ ຈຳນວນ40ຄົນເຂົ້ຮ່ວມ.
ເພີ່ມເຕີມ