ທຫລ ຈະສຸມໃສ່ 5 ວຽກງານບຸລິມະສິດ ແກ້ໄຂບັນຫາອັດຕາເງິນເຟີ້

ທຫລ ຈະສຸມໃສ່ 5 ວຽກງານບຸລິມະສິດ ແກ້ໄຂບັນຫາອັດຕາເງິນເຟີ້
ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະ ກົດນີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ໂດຍໄດ້ຊີ້ແຈງບັນຫາທີ່ຕິດພັນກັບມາດຕະການແກ້ໄຂບັນຫາອັດຕາເງິນເຟີ້, ອັດຕາແລກປ່ຽນ, ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ການເຂົ້າເຖິງແຫຼ່ງທຶນ. ໃນນັ້ນ, ເພື່ອສືບຕໍ່ຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເພີ່ມສູງຂຶ້ນ ແລະ ສູ້ຊົນປະຕິບັດຄາດໝາຍທີ່ສະພາແຫ່ງຊາດຮັບຮອງຄື: ອັດຕາເງິນເຟີ້ສະເລ່ຍໝົດປີ 2026 ບໍ່ໃຫ້ເກີນ 7% ນັ້ນ, ທຫລ ຈະສຸມໃສ່ 5 ວຽກງານເປັນບຸລິມະສິດ.

ທຫລ ຈະສມໃສ 5 ວຽກງານບລມະສດ ແກໄຂບນຫາອດຕາເງນເຟ - image 1
 

ທ່ານ ນາງ ບຸນຄໍາ ວໍລະຈິດ ຊີ້ແຈງວ່າ:

1) ຈະສືບຕໍ່ຄວບຄຸມອັດຕາແລກປ່ຽນໃຫ້ມີຄວາມສະຫງົບ,ກຳນົດຂອບອັດຕາແລກປ່ຽນໃຫ້ມີຄວາມຍືດຍຸ່ນ ພ້ອມທັງຮັກສາສ່ວນຕ່າງລະຫວ່າງອັດຕາຂອງທະນາຄານທຸລະກິດ (ທທກ) ແລະ ຕະຫຼາດນອກລະບົບໃຫ້ຫຍັບໃກ້ເຂົ້າກັນ; ຄຸ້ມຄອງ ແລະ ພັດທະນາຕະຫຼາດແລກປ່ຽນຊື້-ຂາຍເງິນຕາຕ່າງປະເທດ (ຕລຕ) ມູນຄ່າສູງ ເພື່ອເປັນຊ່ອງທາງແລກປ່ຽນເງິນຕາຕ່າງປະເທດ ລະຫວ່າງລູກຄ້ານິຕິບຸກຄົນລາຍໃຫຍ່ ເພື່ອຫຼຸດຜ່ອນແຮງກົດດັນຂອງກຸ່ມລູກຄ້າດັ່ງກ່າວ; ສືບຕໍ່ເກັບຊື້ ແລະ ດັດສົມເງິນຕາຕ່າງປະເທດ ໃຫ້ການນໍາເຂົ້າສິນຄ້າບຸລິມະສິດ ໂດຍສະເພາະນໍ້າມັນເຊື້ອໄຟ ແລະ ສິນຄ້າອື່ນໆ ເມື່ອເຫັນວ່າຈໍາເປັນ;

2) ຄວບຄຸມປະລິມານເງິນລວມ M2 ໃຫ້ມີຄວາມເໝາະສົມ ໂດຍການປະຕິບັດນະໂຍບາຍເງິນຕາແບບປະສົມປະສານ; ພັດທະນາເຄື່ອງມືນະໂຍບາຍໃຫ້ຄົບຖ້ວນ, ມີວິທະຍາສາດ ແລະ ສອດຄ່ອງກັບສະພາບການ ເປັນຕົ້ນ ທົບທວນ-ປະເມີນຄືນອັດຕາດອກເບ້ຍພື້ນຖານ ແລະ ປັບປຸງກົນໄກການຮັກສາເງິນແຮຝາກບັງຄັບ ໃນແຕ່ລະໄລຍະ; ສືບຕໍ່ອອກ ແລະ ຈຳໜ່າຍພັນທະບັດ ທຫລ ໄລຍະສັ້ນສະກຸນເງິນກີບ ແລະ ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດການລວມສູນບັນຊີຄັງເງິນ (TSA) ຢູ່ ທຫລ;

3) ຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂັ້ມງວດ ແລະ ຫັນເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂຶ້ນ ໂດຍສະເພາະຄຸ້ມຄອງເງິນຕາຕ່າງປະເທດຈາກລາຍຮັບ ຈາກການສົ່ງອອກໃຫ້ບັນລຸ 75% ຂອງມູນຄ່າການສົ່ງອອກ (ບໍ່ລວມຫົວໜ່ວຍທີ່ຍົກເວັ້ນບາງມາດຕາຂອງກົດໝາຍຄຸ້ມຄອງເງິນຕາຕ່າງປະເທດ), ພ້ອມທັງຕິດຕາມກະແສເງິນຕາຈາກກຸ່ມຜູ້ລົງທຶນຕ່າງປະເທດ ໂດຍຜ່ານການເຈລະຈາຂອງຄະນະສະເພາະກິດ ເພື່ອໃຫ້ນັກລົງທຶນໂອນເງິນເຂົ້າມາ; ຈະສົມທົບກັບກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກ່ຽວຂ້ອງ ເພື່ອດັດສົມຫົວໜ່ວຍນໍາເຂົ້າ, ຈຳກັດໂກຕ້າການນໍາເຂົ້າ (ໂດຍແຍກເປັນ 5 ກຸ່ມສິນຄ້າບຸລິມະສິດ: ນໍ້າມັນເຊື້ອໄຟ, ຄໍາ, ພາຫະນະ, ຢາປົວພະຍາດ, ປຸ໋ຍຝຸ່ນ ແລະ ເຄື່ອງອຸປະໂພກ-ບໍລິໂພກ). ພິຈາລະນາດັດສົມເງິນຕາຕ່າງປະເທດໃຫ້ສະເພາະຜູ້ທີ່ໄດ້ຮັບອະນຸຍາດ ແລະ ຊຸກຍູ້ໃຫ້ ທທກ ດັດສົມເງິນຕາຕ່າງປະເທດ, ພ້ອມທັງຊຸກຍູ້ສົ່ງເສີມການນໍາໃຊ້ເງິນກີບໂດຍປະສານສົມທົບກັບບັນດາກະຊວງກ່ຽວຂ້ອງ ໂດຍສະເພາະການຂາຍດິນ, ຂາຍພາຫະນະ ແລະ ອື່ນໆ ໃຫ້ເປັນເງິນກີບ. ນອກຈາກນັ້ນ, ກໍຊຸກຍູ້ໃຫ້ຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກ ຫັນມານໍາໃຊ້ສະກຸນເງິນທ້ອງຖິ່ນ (ສະກຸນເງິນກີບ-ດົງ, ກີບ-ຢວນ, ກີບ-ບາດ) ເພື່ອຊຳລະຄ່າສິນຄ້າ, ການບໍລິການ ແລະ ການລົງທຶນກັບປະເທດຄູ່ຄ້າ ເພື່ອຫຼຸດຜ່ອນການເອື່ອຍອີງສະກຸນເງິນແຂງ (ສະກຸນເງິນໂດລາ) ຜ່ານ ທທກ ທີ່ໄດ້ຮັບອະນຸຍາດເປັນຜູ້ໃຫ້ບໍລິການທຸລະກຳເງິນຕາຕ່າງປະເທດຂ້າມສະກຸນໃຫ້ເພີ່ມຂຶ້ນ; ສືບຕໍ່ຄົ້ນຄວ້າປັບປຸງຮ່າງຍຸດທະສາດຄຸ້ມຄອງໜີ້ສິນຕ່າງປະເທດ ເພື່ອກະກຽມລາຍງານລັດຖະບານ, ພ້ອມທັງເລັ່ງປັບປຸງກົນໄກກ່ຽວກັບການກູ້ຢືມລະຫວ່າງປະເທດ ເພື່ອກຳນົດອັດຕາສ່ວນໜີ້ສິນຕໍ່ແຫຼ່ງທຶນ ແລະ ເງື່ອນໄຂເຂັ້ມງວດໃນການກູ້ຢືມລະຫວ່າງປະເທດ ແນໃສ່ຫຼຸດຜ່ອນໜີ້ສິນຈາກຕ່າງປະເທດຂອງພາກເອກະຊົນ. ນອກຈາກນີ້, ທຫລ ຈະອອກນິຕິກຳການຄຸ້ມຄອງທຸລະກິດຄໍາຢູ່ ສປປ ລາວ ໃຫ້ມີການຮັດກຸມຂຶ້ນຕື່ມ;

4) ຈະສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ຄົ້ນຄວ້າ ກົນໄກການກຳນົດລາຍການສິນຄ້າ ເພື່ອສ້າງໂຄງສ້າງລາຄາ ແລະ ມາດຕະການໃນການຄຸ້ມຄອງລາຄາສິນຄ້າທີ່ມີຜົນກະທົບໄວ ຕໍ່ການດໍາລົງຊີວິດປະຈຳວັນ ໂດຍສະເພາະກຸ່ມປະເພດຕົ້ນທຶນການຜະລິດສິນຄ້າ (ແນວພັນພືດ, ຝຸ່ນວິທະຍາສາດ, ຫົວອາຫານ) ແລະ ກຸ່ມປະເພດຢາປົວພະຍາດ. ນອກນີ້, ຈະສ້າງຕະຫຼາດປະມູນສິນຄ້າ ເພື່ອເພີ່ມປະສິດທິພາບໃນການຄຸ້ມຄອງລາຄາສິນຄ້າ;

5) ເພື່ອສືບຕໍ່ຊຸກຍູ້ການຜະລິດ: ທຫລ ຈະຊຸກຍູ້ ທທກ ໃຫ້ສະໜອງສິນເຊື່ອທີ່ມີຄຸນນະພາບ, ມີລະບົບການຄຸ້ມຄອງຮັດກຸມ, ທັນສະໄໝ, ທົ່ວເຖິງ ແລະ ມີຈຸດສຸມ. ຕໍ່ກັບນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ, ຈະສືບຕໍ່ພິຈາລະນາແຫຼ່ງທຶນໃຫ້ສະເພາະຫົວໜ່ວຍທີ່ຜ່ານການຄົ້ນຄວ້າ ແລະ ເຫັນດີອະນຸມັດຈາກຄະນະຮັບຜິດຊອບຂັ້ນແຂວງ/ນະຄອນຫຼວງໃນປີ 2025 ເທົ່ານັ້ນ. ສໍາລັບນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ, ຈະສືບຕໍ່ສົມທົບດອກເບ້ຍຕາມແຜນການທີ່ກຳນົດໄວ້.

ນອກນີ້, ຈະສືບຕໍ່ປະຕິບັດນະໂຍບາຍການສະໜອງສິນເຊື່ອຜ່ານກອງທຶນຕ່າງໆ ເພື່ອສົ່ງເສີມຫົວໜ່ວຍທຸລະກິດ SME ເຊັ່ນ: ສະໜອງຜ່ານກອງທຶນສົ່ງເສີມ SME ແລະ ກອງທຶນການສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (LAFF); ຄົ້ນຄວ້າກໍານົດນະໂຍບາຍສົ່ງເສີມສິນເຊື່ອສໍາລັບສິນເຊື່ອຂະແໜງກະສິກຳ, ອຸດສາຫະກຳປຸງແຕ່ງ, ສິນເຊື່ອສໍາລັບການຜະລິດສົ່ງອອກ ແລະ ທົດແທນການນໍາເຂົ້າດ້ວຍການໝູນໃຊ້ແຫຼ່ງທຶນ ຫຼື ສະພາບຄ່ອງສ່ວນເກີນຂອງບັນດາ ທທກ ບົນພື້ນຖານ ທຫລ ຮີບຮ້ອນຄົ້ນຄວ້ານະໂຍບາຍກະຕຸ້ນຄື: ຄົ້ນຄວ້າປັບປຸງລະບຽບການກ່ຽວກັບການຈັດຊັ້ນໜີ້ ແລະ ຫັກເງິນແຮສໍາລັບ ທທກ ທີ່ສະໜອງສິນເຊື່ອຂະແໜງກະສິກຳ, ອຸດສາຫະກຳປຸງແຕ່ງເພື່ອທົດແທນການນໍາເຂົ້າ; ຄົ້ນຄວ້າຫຼັກການນໍາມູນຄ່າທີ່ບໍລິສັດຄໍ້າປະກັນສິນເຊື່ອ ໃຫ້ການຜະລິດກະສິກຳເປັນສ່ວນຫຼຸດ ໃນການຫັກເງິນແຮໜີ້ເສຍໄດ້, ໝາຍຄວາມວ່າ: ສາມາດເອົາມູນຄ່າທີ່ບໍລິສັດຄໍ້າປະກັນສິນເຊື່ອລົບຍອດສິນເຊື່ອ ແລ້ວຈຶ່ງເອົາມາຄິດໄລ່ເງິນແຮຈັດຊັ້ນໜີ້; ສົມທົບກະຊວງການເງິນຄົ້ນຄວ້ານໍາໃຊ້ຄັງແຮຂອງກະຊວງການເງິນເພື່ອດັດສົມດອກເບ້ຍສ່ວນໃດສ່ວນໜຶ່ງໃຫ້ຫົວໜ່ວຍທຸລະກິດ ເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ. ຂ່າວ: ວັນເພັງ, ພາບ: ສໍານານ

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ