ໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ເນື່ອງ​ໃນ​ໂອ​ກາດວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ ເປັນເອກະພາບຄົບ​ຮອບ 50 ປີ (30/4/1975-30/4/2025), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ,ປະທານປະເທດ,

 

ສະພາແຫ່ງຊາດ,ລັດຖະບານ ແລະ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ໂດຍມີເນື້ອໃນດັ່ງນີ້:

ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີ ມິດຕະພາບອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດຫວຽດນາມ.

ມະຫາໄຊຊະນະ ລະດູບານໃໝ່ ໃນບັ້ນຮົບ ໂຮ່ຈິມິນ ວັນທີ 30 ເມສາ 1975 ປົດປ່ອຍພາກໃຕ້ຫວຽດນາມ ໄດ້ຢ່າງສົມບູນ ແລະ ທ້ອນໂຮມປະເທດເປັນເອກະພາບອັນໜຶ່ງອັນດຽວ ແມ່ນເຫດການທີ່ສຳຄັນຖືກຈາລຶກໄວ້ໃນປະຫວັດສາດຂອງໂລກ, ແມ່ນຂີດໝາຍປະຫວັດສາດອັນສະຫວ່າງສະໄຫວຂອງ ພັກກອມມູນິດຫວຽດນາມ ທີ່ໄດ້ນຳພາປະເທດຊາດ ແລະ ປະຊາຊົນກ້າວເຂົ້າສູ່ສັງກາດໃໝ່ ແຫ່ງເອກະລາດ, ເອກະພາບ ແລະ ສັງຄົມນິຍົມ. ໄຊຊະນະດັ່ງກ່າວ ບໍ່ພຽງແຕ່ແມ່ນໄຊຊະນະຂອງ ກອງທັບ ແລະ ປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໄຊຊະນະລວມ ຂອງຄວາມສາມັກຄີຮ່ວມສຳພັນສູ້ຮົບແບບພິເສດ ລາວ-ຫວຽດນາມ ກໍຄື ໄຊຊະນະລວມຂອງ ປະຊາຊົນສາມຊາດອິນດູຈີນ ລາວ-ຫວຽດນາມກໍາປູເຈຍ. ໄຊຊະນະດັ່ງກ່າວ ຍັງໄດ້ເປັນບົດຮຽນ, ເປັນກຳລັງໃຈ ແລະ ເປັນແຮງບັນດານໃຈໃຫ້ແກ່ບັນດາປະຊາຊາດໃນໂລກ ທີ່ຮັກຫອມສັນຕິພາບ ທີ່ພວມຕໍ່ສູ້ເພື່ອເສລີພາບ ແລະ ເອກະລາດແຫ່ງຊາດຂອງຕົນ.

ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດທີ່ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ ໂດຍສະເພາະແມ່ນ ບັນດາຜົນສຳເລັດຮອບດ້ານໃນພາລະກິດປ່ຽນແປງໃໝ່ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ; ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ; ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ; ການພົວພັນຮ່ວມມືກັບຕ່າງປະເທດໄດ້ຮັບການເປີດກວ້າງ, ບົດບາດອິດທິພົນຂອງພັກກອມມູນິດ ຫວຽດນາມ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ຖືບັນດາໄຊຊະນະດັ່ງກ່າວ ເປັນເໝືອນດັ່ງຂອງຕົນເອງ, ທັງເປັນກຳລັງໃຈອັນແຮງກ້າໃຫ້ແກ່ ພວກຂ້າພະເຈົ້າ ໃນການນຳພາພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນ; ເຊື່ອໝັ້ນຢ່າງໜັກແໜ້ນວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ແລະ ຖືກຕ້ອງຂອງ ພັກກອມມູນິດຫວຽດນາມ ໂດຍແມ່ນ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ນຳໜ້າ ນັ້ນ, ປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໃນໄລຍະທ້າຍສະໄໝໄດ້ຢ່າງມີໄຊ ແລະ ກ້າວໄປສູ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໃຫ້ສໍາເລັດຜົນຢ່າງຈົບງາມ ເພື່ອສືບຕໍ່ສ້າງປະເທດຊາດຫວຽດນາມ ໃຫ້ກາຍເປັນປະເທດອຸດສະຫະກຳທີ່ທັນສະໄໝ, ບັນລຸເປົ້າໝາຍເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ພວກຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ລິເລີ່ມ ແລະ ໄດ້ຜ່ານການທົດສອບໃນແປວໄຟປະຕິວັດ ມາເປັນເວລາຫຼາຍທົດສະວັດນັ້ນ ໄດ້ກາຍເປັນມູນມໍລະດົກລວມອັນລ້ຳຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ, ເປັນໜຶ່ງໃນປັດໄຈຕັດສິນໄຊຊະນະຂອງການປະຕິວັດ ຢູ່ແຕ່ລະປະເທດ ແລະ ມາເຖິງປັດຈຸບັນ ຍິ່ງໄດ້ຮັບການເອົາໃຈໃສ່, ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍເຂົ້າສູ່ລວງເລິກໃນທຸກຂົງເຂດ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ; ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການ ບົນຈິດໃຈ ສະຫາຍອ້າຍນ້ອງ, ແບບເຂົ້າເມັດຫັກຜັກເສັ້ນແບ່ງ, ບໍລິສຸດຜຸດຜ່ອງ ແກ່ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ກໍຄື ໃນພະລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ພວກຂ້າພະເຈົ້າ ໃນປັດຈຸບັນ.

ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ຄໍາເຫັນ

ແຈ້ງການ

ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ. ຫວຽດນາມ ຈະຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນລະຫວ່າງວັນທີ 1 – 2 ທັນວາ 2025 ນີ້,
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈະສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການໃນລະຫວ່າງວັນທີ 17-21 ພະຈິກ 2025 ທີ່ຈະມາເຖິງນີ້, ຊຶ່ງເປັນການຢ້ຽມຢາມຕ່າງປະເທດ ຢ່າງເປັນທາງການຄັ້ງທຳອິດຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ.
ສານອວຍພອນປະທານປະເທດ

ສານອວຍພອນປະທານປະເທດ

ໃນວັນທີ13ພະຈິກ 2025 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງສົມເດັດພະລາຊາ ຊາວສ໌ ທີ IIIແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ທີ່ລອນດອນ ໂດຍມີເນື້ອໃນວ່າ: ເນື່ອງໃນໂອກາດວັນສະເຫຼີມສະຫຼອງພະຊົນພັນສາ ຂອງສົມເດັດພະລາຊາຄົບຮອບ 77 ພັນສາ,ຕາງໜ້າໃຫ້ປະຊາຊົນລາວແລະໃນນາມສ່ວນຕົວ,ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນແລະສົ່ງພອນໄຊອັນປະເສີດມາຍັງພະອົງແລະປະຊາຊົນແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອເພື່ອນມິດທຸກຖ້ວນໜ້າ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານຊາວີເອເບັດແຕນລ໌,ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າຕ່າງປະເທດ,ລັດຖະມົນຕີຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ,ທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາ ຄະນະຜູ້ແທນລາວ ເດີນທາງຢ້ຽມຢາມ ຢູ່ ປະເທດ ລຸກຊໍາບວກໃນວັນທີ 16 -18 ພະຈິກ 2025.
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ພະນະ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ພະນະທ່ານ ນາງ ທາກະອິຈິ ຊານາເອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ
ສານສະແດງຄວາມ​ຊົມເຊີຍ

ສານສະແດງຄວາມ​ຊົມເຊີຍ

ພະນະ​ທ່ານ ທອງລຸນ ສີສຸລິດ ປະທານ​ປະ​ເທດ​ ແຫ່ງ ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາ​ຊົນ​ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ພະນະ​ທ່ານ ລີ ແຈ ມຽງ ປະທານາທິບໍດີ ແຫ່ງ ສາທາ ລະນະ​ລັດ ​ເກົາຫຼີ ທີ່​ເຊ​ອູ​ນ ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ສ ເກົາຫຼີ ທຸກຖ້ວນໜ້າ ເນື່ອງ​ໃນ​ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫຼີ ຄົບຮອບ 30 ປີ.
ສານເສົ້າສະຫຼົດໃຈ

ສານເສົ້າສະຫຼົດໃຈ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ທີ່ບາງກອກ ຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຮູ້ສຶກໂສກເສົ້າເສຍໃຈຢ່າງສຸດຊຶ້ງ ທີ່ໄດ້ຊາບຂ່າວການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດພະບໍຣົມຣາຊີນີນາດພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 24 ຕຸລາ 2025.
ສານຊົມເຊີຍ

ສານຊົມເຊີຍ

ວັນ​ທີ 21 ​ຕຸລານີ້, ພະນະ​ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງພະນະ​ທ່ານ ນາງ ທາກະອິຈິ ຊານາເອະ ນາ​ຍົກ​ລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ທີ່​ນະຄອນຫຼວງໂຕ​ກຽວ ຊຶ່ງມີເນື້ອໃນວ່າ: ພະນະທ່ານ, ໃນນາມລັດຖະບານ ແລະ ປະຊາຊົນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດຢ່າງສູງສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍປະສົບການອັນອຸດົມສົມບູນ ແລະ ຄວາມຮູ້ຄວາມສາມາດຂອງ​ພະນະທ່ານ, ປະເທດຍີ່ປຸ່ນຈະສືບຕໍ່ໄດ້ຮັບການພັດທະນາໃຫ້ຈະເລີນກ້າວໜ້າ ແລະ ວັດທະນາຖາວອນ ຢ່າງບໍ່ຢຸດຢັ້ງ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ປະທານປະເທດ ຈະເດີນທາງເຂົ້າຮ່ວມເປັນແຂກກິດຕິມະສັກ ໃນພິທີລົງນາມ ສົນທິສັນຍາ ອົງການ ສປຊ ວ່າດ້ວຍ ການຕ້ານອາຊະຍາກໍາທາງໄຊເບີ ໃນລະຫວ່າງວັນທີ 24-26 ຕຸລາ 2025, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະເດີນທາງເຂົ້າຮ່ວມພິທີລົງນາມສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍ ການຕ້ານອາຊະຍາກໍາທາງໄຊເບີ ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ເພື່ອເປັນແຂກກິດຕິມະສັກ ແລະ ສັກຂີພິຍານ ໃນການລົງນາມສົນທີສັນຍາດັ່ງກ່າວ ຂອງ ສປປ ລາວ.
ເພີ່ມເຕີມ