ໂທລະເລກສະແດງຄວາມເຫັນໃຈ

ໂທລະເລກສະແດງຄວາມເຫັນໃຈ

ໃນວັນທີ 22 ກໍລະກົດນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈເຖິງ ສະຫາຍ ຟ້າມມິງຈິງ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ໂດຍມີເນື້ອໃນວ່າ: ຂ້າພະເຈົ້າໄດ້ຕິດຕາມຢ່າງໃກ້ຊິດຕໍ່ສະພາບຜົນກະທົບຂອງພາຍຸເລກ 3 ​(Wipha) ທີ່ໄດ້ພັດເຂົ້າສູ່ເຂດທະເລຕອນເໜືອ ຂອງພາກຕາເວັນອອກສ່ຽງເໜືອ ຂອງ ສສ ຫວຽດນາມ​ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະ​ຊາ​ຊົນ​ຫວຽດ​ນາມອ້າຍ​ນ້ອງລວມທັງເຫດການເຮືອທ່ອງທ່ຽວ ເກີດອຸບັດເຫດພິກຂວໍ້າຢ່າງກະທັນຫັນ ຢູ່ ອາວຮາລອງເບ ແຂວງກວາງນິ່ງ ສສ ຫວຽດນາມ ໃນວັນທີ 20 ກໍລະກົດ ທີ່ຜ່ານມາ.

 

ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈ ແລະ ຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຖານສະຫາຍອ້າຍນ້ອງ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໂດຍສະເພາະແມ່ນອຳນາດການປົກຄອງທ້ອງຖິ່ນ ແລະ ຄອບຄົວຜູ້ປະສົບເຄາະຮ້າຍໃນຄັ້ງນີ້ດ້ວຍ.

ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍໃຕ້ການນຳພາຂອງພັກ ແລະ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງລັດຖະບານ ກໍຄືທຸກພາກສ່ວນທີ່ກ່ຽວຂ້ອງທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຄົ້ນຫາຜູ້ສູນຫາຍໄດ້ສຳເລັດ ແລະ ຟື້ນຟູຢຽວຢາຈິດໃຈຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ໃນໂອກາດດັ່ງກ່າວ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈເຖິງ ສະຫາຍ ບຸຍແທງ ເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ເຊັ່ນດຽວກັນ.

ຄໍາເຫັນ

ແຈ້ງການ

ສານອວຍພອນ

ສານອວຍພອນ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສົມເດັດ ຊຸນຕານ ອິບຣາຮິມ ລາຊາທິບໍດີ ແຫ່ງ ມາເລເຊຍ ທີ່ ກົວລາລໍາເປີ ຊຶ່ງມີເນື້ອໃນວ່າ:
ສານອວຍພອນ

ສານອວຍພອນ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສົມເດັດ ຊຸນຕານ ອິບຣາຮິມ ລາຊາທິບໍດີ ແຫ່ງ ມາເລເຊຍ ທີ່ ກົວລາລໍາເປີ ຊຶ່ງມີເນື້ອໃນວ່າ:
ສານອວຍພອນ

ສານອວຍພອນ

ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງສະ ຫາຍ ບຸຍ ແທັງ ເຊີນ, ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ ນະຄອນຫຼວງຮ່າໂນ້ຍ ຊຶ່ງມີເນື້ອໃນວ່າ:
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ລມຕ ກະຊວງການຕ່າງປະເທດ ຈະຢ້ຽມຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດ ເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC) ຄັ້ງທີ 10.
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງພະນະທ່ານ ພົນເອກອາວຸໂສ ມິນອອງລາຍ ປະທານ ຄະນະກຳມະການຮັກສາຄວາມໝັ້ນຄົງແຫ່ງລັດ ແລະ ສັນຕິພາບແຫ່ງສາທາລະນະລັດສະຫະ ພາບມຽນມາທີ່ເນປີດໍ ຊຶ່ງມີເນື້ອໃນວ່າ:
ສານຂອງ ທ່ານ ລມຕ ກະຊວງການຕ່າງປະເທດໃນໂອກາດວັນອາຊຽນຄົບຮອບ 58 ປີ ແລະ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ສານຂອງ ທ່ານ ລມຕ ກະຊວງການຕ່າງປະເທດໃນໂອກາດວັນອາຊຽນຄົບຮອບ 58 ປີ ແລະ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ຮຽນບັນດາທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ, - ບັນດາພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ພີ່ນ້ອງຊາວລາວ ທີ່ນັບຖື ແລະ ຮັກແພງ ທັງຫຼາຍ, ມື້ນີ້ ພວກເຮົາໄດ້ຮ່ວມກັນສະເຫຼີມສະຫຼອງ ວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນ ອອກສ່ຽງໃຕ້ ຫຼື ອາຊຽນ ຄົບຮອບ 58 ປີ (8/81967 - 8/8/2025) ແລະ ວັນຄົບຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການດັ່ງກ່າວ (23/7/1997 - 23/7/2025) ດ້ວຍບັນຍາກາດແຫ່ງມິດຕະພາບທີ່ມີມາເເຕ່ຍາວນານໃນອາຊຽນ. ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສົ່ງພອນໄຊອັນປະເສີດ ມາຍັງບັນດາທ່ານ ຜູ້ນໍາພັກ - ລັດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງພາຍໃນ ແລະ ຕ່າງປະເທດ, ກໍຄືຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ແລະ ດໍາລົງຊີວິດຢູ່ ສປປ ລາວ.
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວິວຽນ ບາລາຄຣິສນານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງສາທາລະນະລັດ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-12 ສິງຫາ 2025 ແລະ ສືບຕໍ່ຢ້ຽມຢາມ ສ ຟີລິບປິນ ຢ່າງເປັນທາງການ
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວິວຽນ ບາລາຄຣິສນານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງສາທາລະນະລັດ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-12 ສິງຫາ 2025 ແລະ ສືບຕໍ່ຢ້ຽມຢາມ ສ ຟີລິບປິນ ຢ່າງເປັນທາງການ
ສານສະແດງຄວາມເຫັນໃຈ

ສານສະແດງຄວາມເຫັນໃຈ

ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ: ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ:
ເພີ່ມເຕີມ